ປະກາດຮັບສະໝັກພະນັກງານຕຳແໜ່ງຫົວໜ້າໂຄງການ ຂັ້ນແຂວງ ຈຳນວນ 01 ຕໍາແໜ່ງ

Country: 
Lao PDR
Project: 
ກອງທຶນຫລຸດຜ່ອນຄວາມທຸກຍາກ
Position Description: 
ຫົວໜ້າໂຄງການ ທລຍ ຂັ້ນແຂວງ ປະຈຳ ຢູ່ຫ້ອງການ ທລຍ ແຂວງ ສາລະວັນ
Grant No.: 
58270
Project No.: 
P 157963
Date of Issue: 
Monday, May 22, 2017
Closing Date: 
Monday, June 5, 2017

ກອງ​ທຶນ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ (ທລຍ) ເປັນ​ໂຄງ​ການ​ໜຶ່ງ​ທີ່​ສັງກັດ​ລັດ​ຖະ​ບານກໍ່​ຄື​ກະຊວງກະສິກຳ ແລະ ປ່າໄມ້  ໂດຍໄດ້​ຮັບ​ທຶນ​ກູ້ຢືມ​ຈາກ​ທະ​ນາ​ຄານ​ໂລກ, ອົງ​ການ​ຮ່ວມ​ມື​ດ້ານ​ການ​ພັດ​ທະ​ນາ​ປະ​ເທດ​ສະ​ວິດ​ເຊີ​ແລນ ແລະທຶນສົມທົບຂອງລັດຖະບານເພື່ອ​ສະ​ໜອງພື້ນ​ຖານ​ໂຄງ​ລ່າງ​ຂະ​ໜາດນ້ອຍ ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ປະ​ຊາ​ຊົນ​ຢູ່​ກຸ່ມ​ບ້ານ​ທີ່​ທຸກ​ຍາກ ລວມທັງກິດຈະກໍາປັບປຸງຊີວິດການເປັນຢູ່. ທ​ລຍ ໄດ້​ຮັບ​ການ​ສືບ​ຕໍ່​ໂຄງ​ການ​ໄລ​ຍະ​ທີ​ສາມ (2017-2020) ແລະ ມີ​ຄວາມ​ຕ້ອງ​ການພະ​ນັກ​ງານທີ່ມີຄວາມຮູ້ຄວາມສາມາດເໝາະສົມໃນ ຕຳແໜ່ງຫົວໜ້າໂຄງການ ທລຍ ຂັ້ນແຂວງ ປະຈຳ ຢູ່ຫ້ອງການ ທລຍ ແຂວງ ສາລະວັນ, ຊຶ່ງມີລາຍລະອຽດດັ່ງລຸ່ມນີ້:

v  ຄຸນວຸດທິ ແລະ ປະສົບການທີ່ຕ້ອງການ:

·         ຈົບປະລິນຍາໂທດ້ານການບໍລິຫານລັດ ຫລື ຄຸ້ມຄອງ-ບໍລິຫານທຸລະກິດ, ວິທະຍາສາດສັງຄົມ, ວິສະວະກຳ, ເສດຖະ ສາດ, ການສຶກສາດ້ານການພັດທະນາ ຫລື ຂະແໜງການອື່ນໆທີ່ກ່ຽວຂ້ອງ; ຊຶ່ງມີປະສົບການຢ່າງໜ້ອຍ 5 ປີ ກ່ຽວຂ້ອງດ້ານການຄຸ້ມຄອງບໍລິຫານຢູ່ໃນວຽກງານຊົນນະບົດ, ການວາງແຜນໂຄງການ, ງົບປະມານ, ການຈັດຕັ້ງປະຕິບັດ, ການລາຍງານ ແລະ ຕິດຕາມ-ປະເມີນຜົນ; ພ້ອມທັງ ມີປະສົບການ 5 ປີ ກ່ຽວກັບການຈັດຕັ້ງປະຕິບັດໂຄງການ ແລະ ເຮັດວຽກຢ່າງກວ້າງຂວາງກັບຊຸມຊົນ ຫລື ຈົບປະລິນຍາຕີຂະແໜງການກ່ຽວຂ້ອງ ເຊິ່ງມີປະສົບການຢ່າງໜ້ອຍ 7 ປີ ດ້ານການຄຸ້ມຄອງບໍລິຫານໃນວຽກງານຊົນນະບົດ ແລະ ມີປະສົບການ 5 ປີ ເຮັດວຽກຢ່າງກວ້າງຂວາງກັບຊຸມຊົນ; 

·         ມີປະສົບການກ່ຽວຂ້ອງດ້ານການພັດທະນາຊົນນະບົດ, ການວາງແຜນແຕ່ລຸ່ມຂື້ນເທິງ, ການພັດທະນາແບບມີສ່ວນຮ່ວມຂອງ ຊຸມຊົນ;

·         ມີຄວາມສາມາດ ແລະ ປະສົບການ ໃນການນຳພາ ແລະ ບໍລິຫານພະນັກງານ ໃນລະດັບທີ່ແນ່ນອນ.

·         ສາມາດນຳໃຊ້ພາສາອັງກິດ ແລະ ຄອມພິວເຕີໄດ້ຢ່າງຄ່ອງແຄ້ວ ຈະເປັນປະໂຫຍດຫລາຍ;

·         ມີຄວາມຮູ້ກ່ຽວກັບນະໂຍບາຍ ແລະ ຄູ່ມືຈັດຕັ້ງປະຕິບັດວຽກຂອງທະນາຄານໂລກ ຫລື ອົງການຈັດຕັ້ງສາກົນ ອື່ນໆ-ປະສົບການຂອງໂຄງການທີ່ໄດ້ຮັບທຶນກູ້ຢືມຈາກທະນາຄານໂລກ ທີ່ມີກອບວຽກ ແລະ ວິທີການທີ່ຄ້າຍຄືກັນ;

·         ມີປະສົບການໃນການຝຶກອົບຮົມ (ເປັນຄູຝຶກ) ຈະເປັນປະໂຫຍດຫລາຍ.

v   ຄຸນລັກສະນະສະ ແລະ ຄວາມສາມາດສະເພາະ ທີ່ຕ້ອງການ:

  ມີເປົ້າໝາຍຕໍ່ຜົນຂອງວຽກ, ການສ້າງທີມງານ, ມີຄວາມເຂັ້ມແຂງ, ມີຄວາມເປັນຜູ້ນຳ, ມີຄວາມຮັບຜິດຊອບສູງ, ກ້າຕັດສິນໃຈ, ມີຄວາມຍືດຍຸ່ນ ແລະ ບໍ່ຕ້ອງການການຊີ້ນຳຈາກຂັ້ນເທິງຫລາຍ;

  ສາມາດຄຸ້ມຄອງ-ບໍລິຫານຫ້ອງການ, ຊຶ່ງລວມມີການຄຸ້ມຄອງບໍລິຫານການເງິນ, ວຽກບໍລິຫານ, ການຈັດຕັ້ງ ແລະ ການນຳໃຊ້ຊັບສົມບັດຂອງຫ້ອງການ;

   ສາມາດວິເຄາະ, ວາງແຜນ, ກຳນົດ ແລະ ຈັດລຽງບຸລິມະສິດວຽກ;

ໝາຍເຫດ: ຫ້ອງການ ທລຍສະໜັບສະໜູນໃຫ້ແມ່ຍິງຜູ້ທີ່ມີຄວາມຮູ້ຄວາມສາມາດເໝາະສົມສະໝັກ ແລະ ຖ້າເປັນຜູ້ຍິງ ໂດຍສະເພາະແມ່ນຊົນເຜົ່າ ແລະ ເຄີຍເຮັດວຽກກ່ຽວກັບການພັດທະນາ ຊົນນະບົດມາກ່ອນ ຈະໄດ້ຮັບການພິຈາລະນາເປັນກໍລະນີພິເສດ. ທ່ານສາມາດພົວພັນ ເອົາພາລະບົດບາດ ແລະ ໜ້າທີ່ຮັບຜິດຊອບລະອຽດ ຂອງຕຳແໜ່ງດັ່ງກ່າວ ຈາກຫ້ອງການຂ້າງລຸ່ມນີ້ ຫລື ຢູ່ເວັບໄຊຂອງໂຄງການ: www.prflaos.org

ເອກະສານຍື່ນສະໝັກປະກອບມີ:

1)    ໃບ​ຄຳ​ຮ້ອງ​ສະ​ໝັກ​ງານເຊິ່ງ​ລະ​ບຸ​ຊື່ຕຳ​ແໜ່ງ, ບ່ອນ​ປະ​ຈຳ​ການແລະ ປະ​ສົບ​ການ​ຜ່ານ​ມາ ​ທີ່​ແທດ​ເໝາະ​ກັບ​ຕຳ​ແໜ່ງ​ທີ່​ສະ​ໝັກພ້ອມ​ດ້ວຍ​ລາຍຊື່ ແລະ ເລກໂທລະສັບຂອງຜູ້ຢັ້ງ​ຢືນ 03 ທ່ານ. (ຖ້າເປັນພາສາອັງກິດ ຍິ່ງດີ)

2)    ໃບຊີ​ວະ​ປະ​ຫວັດ ທີ່ບອກລະອຽດກ່ຽວກັບ ການສຶກສາ, ປະສົບການເຮັດວຽກໃນໄລຍະຜ່ານມາ (ຖ້າເປັນພາສາອັງກິດ ຍິ່ງດີ)

3)    ສຳ​ເນົາ​ໃບ​ຂັບ​ຂີ່, ໃບ​ຜ່ານ​ງານ, ໃບ​ແຈ້ງ​ໂທດ, ສຳ​ເນົາ​ບັດ​ປະ​ຈຳ​ຕົວ ຫລື ປຶ້ມ​ສຳ​ມະ​ໂນ​ຄົວ, ພ້ອມ​ດ້ວຍ ຮູບ​ຖ່າຍ​ບໍ່​ກາຍ 3 ເດືອນ ຂະ​ໜາດ 3X4 01 ໃບ.

ສຳລັບຜູ້ທີ່ສົນໃຈສະໝັກ ກະລຸນາສົ່ງເອກະສານສະໝັກທັງໝົດຂອງທ່ານ ໄປຫ້ອງການ ທລຍ ແຂວງທລຍ ສາລະວັນ ຊຶ່ງຕັ້ງຢູ່ຫ້ອງວ່າການແຂວງສາລະວັນ, ເບີໂທລະສັບ: 034 212014, ແຟັກ 034 212015. Email:prfthongso@yahoo.com ຫລື ສົ່ງມາຫ້ອງການ ທລຍ ສູນກາງ ທີ່ນະຄອນຫລວງວຽງຈັນ ຕັ້ງຢູ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ໂທລະສັບ 021 261 479-80, ແຟັກ 021 261481. Email: piengngeune@prflaos.org ຫລື Khemphone@prflaos.org.   

ກະລຸນາຮັບຊາບວ່າ ໂຄງການ ທລຍ ຈະຕິດຕໍ່ຫາຜູ້ທີ່ເໝາະສົມ ແລະຖືກຕ້ອງຕາມເງິື່ອນໄຂທີ່ຄົບຖ້ວນເທົ່ານັ້ນ ເພື່ອດຳເນີນຂະບວນການປະເມີນ.

ວັນທີປິດຮັບສະໝັກ 05 ມິຖຸນາ 2017.

(ເອກະສານສະໝັກທຸກຢ່າງ ຈະບໍ່ອະນຸຍາດໃຫ້ຖອນຄືນ)