ປະກາດຮັບສະໝັກພະນັກງານບໍໍລິຫານການເງິນປະຈຳເມືອງ ໃໝ່,ແຂວງຜົ້ງສາລີ 01 ຕຳແໜ່ງ

Country: 
Lao PDR
Project: 
ກອງທືນຫລຸດຜ່ອນຄວາມທຸກຍາກ
Position Description: 
ບໍໍລິຫານການເງິນປະຈຳເມືອງ ໃໝ່ 01 ຕຳແໜ່ງ
Grant No.: 
H685-LA
Project No.: 
P 123480
Date of Issue: 
Monday, December 16, 2013
Closing Date: 
Monday, December 30, 2013

ກອງ​ທຶນ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ ເປັນ​ໂຄງ​ການ​ໜຶ່ງ​ທີ່​ຂຶ້ນ​ກັບ​ລັດ​ຖະ​ບານ ກໍ່​ຄື​ຄະ​ນະ​ພັດ​ທະ​ນາ​ຊົນ​ນະ​ບົດ ແລະ ລຶບ​ລ້າງຄວາມ​ທຸກ​ຍາກ​ຂັ້ນ​ສູນ​ກາງ, ຫ້ອງວ່າ​ການ​ລັດ​ຖະ​ບານ ໄດ້​ຮັບ​ທຶນ​ຊ່ວຍ​ເຫລືອ​ຈາກ​ທະ​ນາ​ຄານ​ໂລກ, ອົງ​ການ​ຮ່ວມ​ມື​ດ້ານ​ການ​ພັດ​ທະ​ນາ​ປະ​ເທດ​ສະ​ວິດ​ເຊີ​ແລນ,ອົງ​ການ​ອົດ​ສ໌​ຕາ​ລີ ແລະ ກອງທຶນ​ພັດ​ທະ​ນາ​ສັງ​ຄົມ​ຂອງ​ຍີ່​ປຸ່ນ ເພື່ອ​ສະ​ໜອງ​ພຶ້ນ​ຖານ​ໂຄງ​ລ່າງ​ຂະ​ໜາດ​ນ້ອຍ ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ປະ​ຊາ​ຊົນ​ຢູ່​ກຸ່ມ​ບ້ານ​ທີ່​ທຸກ​ຍາກ. ປະ​ຈຸ​ບັນ ທ​ລຍ ໄດ້​ຮັບ​ການ​ສືບ​ຕໍ່​ໂຄງ​ການ​ໄລ​ຍະ​ທີ​ສອງ(2012-2016)ແລະ ມີ​ຄວມ​ຕ້ອງ​ການ ພະ​ນັກ​ງານ ບໍລິຫານການເງິນ 01 ຕຳ​ແໜ່ງປະຈຳ ເມືອງ ໃໝ່ ແຂວງ ຜົ້ງສາລີ ລາຍ​ລະ​ອຽດ​ດັ່ງ​ລຸ່ມນີ້:

·         ຮຽນ​ຈົບ​ການ​ເງິນ/ບັນ​ຊີ, ບໍ​ລິ​ຫານ​ທຸ​ລະ​ກິດ ຫລື ຂະ​ແໜງ​ການ​ອື່ນໆ​ທີ່​ກ່ຽວ​ຂ້ອງ

·         ມີ​ປະ​ສົບ​ການ​ເຮັດ​ວຽກ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ-ການ​ເງິນ,ບັນ​ຊີ​ໂຄງ​ການ ຫລື ວຽກ​ຈັດ​ຊີື້-ຈັດ​ຈ້າງ​ຢ່າງ​ໜ້ອຍ 2ປີ

·         ມີ​ປະ​ສົບ​ການ​ເຮັດ​ວ​ຽກ​ກັບ​ຊຸມ​ຊົ​ນ ຫລື ໂຄງ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ

·         ຄຸ້ນ​ເຄີຍ​ຫລື​ມີ​ຄວາມ​ຮູ້​ກ່ຽວ​ກັບ​ລະ​ບົບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ຂອງ​ໂຄງ​ການ ທີ່​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ຈາກ​ທະ​ນາ​ຄານ​ໂລກ​ຫລື ໂຄງ​ການ​ສາ​ກົນ​ອື່ນ​ຍິ່ງ​ເປັນ​ການ​ດີ.

·         ມີ​ປະ​ສົບ​ການ​ໃນ​ການ​ເປັນ​ຄູ​ຝຶກ ໃຫ້​ຜູ້​ອື່ນໆ ຫລື ຊຸມ​ຊົນ

·         ສາ​ມາດ​ນຳ​ໃຊ້​ຄອ​ມ​ພິວ​ເຕີ​ໄດ້​ດີ ເປັນ​ຕົ້ນ​ແມ່ນ MS Word and Excel ແລ​ະ​ອື່ນໆ

·         ສາ​ມາດ​ເດີນ​ທາງ​ໄປ​ເຮັດ​ວຽກ​ຢູ່​ເຂດ​ຫ່າງ​ໄກ​ສອກ​ຫລີກ

ເອກະສານຍື່ນສະໝັກປະກອບມີ:

ໃບ​ຄຳ​ຮ້ອງ​ສະ​ໝັກ​ງານ ເຊິ່ງ​ລະ​ບຸ​ຕຳ​ແໜ່ງ,ບ່ອນ​ປະ​ຈຳ​ການ ແລະ ປະ​ສົບ​ການ​ຜ່ານ​ມາ​ທີ່​ແທດ​ເໝາະ​ກັບ​ຕຳ​ແໜ່ງ​ທີ່​ສະ​ໝັກ ພ້ອມ​ດ້ວຍ​ລາຍ​ລະ​ອຽດ​ຂອງຜູ້ຢັ້ງ​ຢືນ 03 ທ່ານ, ຊີ​ວະ​ປະ​ຫວັດ, ສຳ​ເນົາ​ໃບ​ຂັບ​ຂີ່, ໃບ​ຜ່ານ​ງານ, ໃບ​ແຈ້ງ​ໂທດ, ສຳ​ເນົາ​ບັດ​ປະ​ຈຳ​ຕົວ ຫລື ປຶ້ມ​ສຳ​ມະ​ໂນ​ຄົວ, ພ້ອມ​ດ້ວຍ ຮູບ​ຖ່າຍ​ບໍ່​ກາຍ 3 ເດືອນ ຂະ​ໜາດ 3X4 01 ໃບ ໄປ​ທີ່: ຫ້ອງການ ທລຍ ຜົ້ງສາລີ (ຢູ່ຕຶກດຽວກັບຫ້ອງການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ເມືອງ ຂວາ ແຂວງ ຜົ້ງສາລີ) ເບີຕິດຕໍ່ພົວພັນ 088-210824

  

ກະລຸນາຮັບຊາບວ່າ ກອງທຶນຈະທຳການຕິດຕໍ່ຫາຜູ້ທີ່ເໝາະສົມ ແລະຖືກຕ້ອງຕາມເງິື່ອນໄຂທີ່ຄົບຖ້ວນເທົ່ານັ້ນ ເພື່ອດຳເນີນຂະບວນການປະເມີນ. (ເອກະສານສະໝັກທຸກຢ່າງຈະບໍ່ອະນຸຍາດໃຫ້ຖອນຄືນ)

Attachment: