ປະກາດຮັບສະໝັກພະນັກງານ ຂັ້ນເມືອງ ແລະ ບ້ານ

Country: 
Lao PDR
Project: 
ກອງທຶນຫລຸດຜ່ອນຄວາມທຸກຍາກ
Position Description: 
1.ພະນັກງານປັບປຸງຊີວິດການເປັນຢູ່ຂັ້ນ; 2.ພະນັກງານໂພຊະນາການຂັ້ນເມືອງ;3. ປະສານງານດ້ານປັບປຸງຊີວິດການເປັນຢູ່ ແລະ ປະສານງານດ້ານໂພຊະນາການ ຂັ້ນບ້ານ
Grant No.: 
H685-LA
Project No.: 
P 123480
Date of Issue: 
Tuesday, August 25, 2015
Closing Date: 
Tuesday, September 8, 2015

ກອງທຶນຫລຸດຜ່ອນຄວາມທຸກຍາກ(ທລຍ)ຊຶ່ງເປັນໂຄງການພາຍໃຕ້ທຶນຊ່ວຍເຫລືອຈາກທະນາຄານໂລກແລະອົງການຮ່ວມມືດ້ານການພັດທະນາຂອງປະເທດສະວິດເຊີແລນເພື່ອສະໜອງພຶ້ນຖານໂຄງລ່າງຂະໜາດນ້ອຍແລະສ້າງຄວາມເຂັ້ມແຂງໃຫ້ປະຊາຊົນຢູ່ກຸ່ມບ້ານທີ່ທຸກຍາກປະຈຸບັນທລຍມີຄວາມຕ້ອງການພະນັກງານທີ່ມີເງື່ອນໄຂເໝາະສົມເພື່ອບັນຈຸເຂົ້າໃນການຈັດຕັ້ງຂອງຕົນເພື່ອປະຈໍາຢູ່ເມືອງເຊໂປນ,ນອງທ່າປາງທາງ(ແຂວງສະຫວັນນະເຂດ), ເມືອງຮ້ຽມ, ຊ່ອນ, ຊຽງຄໍ້, ຫົວເມືອງ (ແຂວງຫົວພັນ).

ຕໍາແໜ່ງທີ່ຕ້ອງການ:

  1. ພະນັກງານປັບປຸງຊີວິດການເປັນຢູ່ຂັ້ນເມືອງ (1 ຕໍາແໜ່ງ ຕໍ່ເມືອງ)

ຄຸນວຸດທິ ແລະ ປະສົບການທີ່ຕ້ອງການ:

  • ຢ່າງໜ້ອຍຈົບຊັ້ນກາງດ້ານກະສິກໍາ ແລະ ລ້ຽງສັດ;
  • ມີປະສົບການໃນການສ້າງຄວາມເຂັ້ມແຂງໃຫ້ຊຸມຊົນ ແລະ ມອບສິດໃຫ້ແມ່ຍິງ, ການເຊືອມບົດບາດຍິງ-ຊາຍ ແລະ ການສ້າງຕັ້ງກຸ່ມ (ກຸ່ມທ້ອນເງິນ, ກຸ່ມຜະລິດຫັດຖະກຳ, ກຸ່ມສ້າງລາຍຮັບອື່ນໆ);
  •  ມີປະສົບການໃນການຈັດຕັ້ງປະຕິບັດວຽກໂຄງການ, ການຝຶກອົບຮົມ ແລະ ການສ້າງທີມງານ ລວມທັງການປຸກລະດົມຂົນຂວາຍຊຸຸມຊົນ;
  • ມີຄວາມຮູ້ໃນການວາງແຜນໂຄງການ ໂດຍການນໍາໃຊ້ວິທີການທີ່ຊຸກຍູ້ໂດຍຊຸມຊົນ CDD approach, ການກໍານົດ ແລະ ຈັດລຽງບຸລິມະສິດໂຄງການ, ແລະ ວິທີການວິເຄາະແບບມີເຫດຜົນ log-frame techniques and analysis;
  • ມີປະສົບການ ແລະ ຄວາມຮູ້ດີກ່ຽວກັບການພັດທະນາຂະບວນການການຕະຫລາດ ລວມທັງຕາໜ່າງ ແລະ ການບໍລິການຜະລິດຕະພັນປັບປຸງຊີວິດການເປັນຢູ່;
  • ມີຄວາມຮູ້ດ້ານພາສາຊົນເຜົ່າໃດໜຶ່ງ ໃນຕໍ່ໄປນີ້: ມົ້ງ, ຄະມຸ, ມະກ໋ອງ, ຕະລຽງ ຍິ່ງເປັນການດີ;
  • ມີທັກສະໃນການນຳໃຊ້ຄອມພິວເຕີ້ໃນລະດັບດີ ໂດຍສະເພາະ ເວີດ, ເອັກເຊວ;
  • ມີປະສົບການໃນການເຮັດວຽກກັບຊຸມຊົນທີ່ທຸກຍາກ ຢູ່ເຂດຫ່າງໄກສອກຫລີກ;
  • ເປີດກວ້າງໃຫ້ແກ່ຜູ້ສະໝັກທີ່ເປັນເພດຍິງ ແລະ ຊົນເຜົ່າ.
  1. ພະນັກງານໂພຊະນາການຂັ້ນເມືອງ(1 ຕໍາແໜ່ງ ຕໍ່ເມືອງ)

ຄຸນວຸດທິ ແລະ ປະສົບການທີ່ຕ້ອງການ:

  •  ຢ່າງໜ້ອຍຮຽນຈົບຊັ້ນກາງດ້ານສາທາລະນະສຸກ ຫລື ວິທະຍາສາດສັງຄົມ;
  • ມີປະສົບການດ້ານໂພຊະນາການ, ການຈັດຕັ້ງປະຕິບັດໂຄງການ, ການຝຶກອົບຮົມ ແລະ ສ້າງທີມງາມ ລວມທັງການປຸກລະດົມຂົນຂວາຍຊຸມຊົນ;
  • ມີຄວາມຮູ້ໃນການວາງແຜນໂຄງການ ໂດຍການນໍາໃຊ້ວິທີການທີ່ຊຸກຍູ້ໂດຍຊຸມຊົນ CDD approach, ການກໍານົດ ແລະ ຈັດລຽງບຸລິມະສິດໂຄງການ, ແລະ ວິທີການວິເຄາະແບບມີເຫດຜົນ log-frame techniques and analysis;
  • ມີປະສົບການ ແລະ ຄວາມຮູ້ດີກ່ຽວກັບການພັດທະນາຂະບວນການການຕະຫລາດ ລວມທັງຕາໜ່າງ ແລະ ການບໍລິການຜະລິດຕະພັນປັບປຸງຊີວິດການເປັນຢູ່;
  • ມີຄວາມຮູ້ດ້ານພາສາຊົນເຜົ່າໃດໜຶ່ງ ໃນຕໍ່ໄປນີ້: ມົ້ງ, ຄະມຸ, ມະກ໋ອງ, ຕະລຽງ ຍິ່ງເປັນການດີ;
  • ມີທັກສະໃນການນຳໃຊ້ຄອມພິວເຕີ້ໃນລະດັບດີ ໂດຍສະເພາະ ເວີດ, ເອັກເຊວ;
  • ມີປະສົບການໃນການເຮັດວຽກກັບຊຸມຊົນທີ່ທຸກຍາກ ຢູ່ເຂດຫ່າງໄກສອກຫລີກ;
  • ເປີດກວ້າງໃຫ້ແກ່ຜູ້ສະໝັກທີ່ເປັນເພດຍິງ ແລະ ຊົນເຜົ່າ.
  1. ປະສານງານດ້ານປັບປຸງຊີວິດການເປັນຢູ່ ແລະ ປະສານງານດ້ານໂພຊະນາການ ຂັ້ນບ້ານ (1 ຕໍາແໜ່ງຕໍ່ 4 ບ້ານ)

ຄຸນວຸດທິຂອງຜູ້ສະໝັກ:

  • ເປັນນັກສຶກສາຈົບໃໝ່;
  • ຮຽນຈົບຊັ້ນກາງດ້ານກະສິກໍາ ຫລື ລ້ຽງສັດ, ພັດທະນາຊຸມຊົນ, ເສດຖະສາດພັດທະນາ, ວິທະຍາສາດສັງຄົມ, ການສຶກສາດ້ານການພັດທະນາ  ຫລືສາຂາອື່ນໆທີ່ກ່ຽວຂ້ອງ (ສໍາລັບປະສານງານປັບປຸງຊີວິດການການເປັນຢູ່ຂັ້ນບ້ານ);
  • ຮຽນຈົບຊັ້ນກາງດ້ານແພດສາດ ຫລື ພັດທະນາຊຸມຊົນ, ເສດຖະສາດພັດທະນາ, ວິທະນາສາດສັງຄົມ, ການສຶກສາດ້ານການພັດທະນາສາຂາອື່ນທີ່ກ່ຽວຂ້ອງ  (ສໍາລັບປະສານງານໂພຊະນາການຂັ້ນບ້ານ);
  •  ມີຄວາມຮູ້ກ່ຽວກັບວຽກງານປັບປຸງຊີວິດການເປັນຢູ່ ແລະ ໂພຊະນາການ, ມອບສິດໃຫ້ແມ່ຍິງ, ການເຊືອມບົດບາດຍິງ-ຊາຍ ແລະ ການສ້າງຕັ້ງກຸ່ມ (ກຸ່ມທ້ອນເງິນ, ກຸ່ມຜະລິດຫັດຖະກຳ, ກຸ່ມສ້າງລາຍຮັບອື່ນໆ);
  • ມີທັກສະການນໍາໃຊ້ຄອມພິວເຕີ້ຂັ້ນພື້ນຖານ (MS Word, Excel);
  •  ມີຄວາມສາມາດ ແລະ ເຕັມໃຈໃນການເດີນທາງ ແລະ ພັກຢູ່ຂັ້ນບ້ານ ຢູ່ພາຍໃນເມືອງເປົ້າໝາຍ;
  •   ມີຄວາມຮູ້ດ້ານພາສາຊົນເຜົ່າໃດໜຶ່ງ ໃນຕໍ່ໄປນີ້: ມົ້ງ, ຄະມຸ, ມະກ໋ອງ, ຕະລຽງ ຍິ່ງເປັນການດີ;
  •  ເປີດກວ້າງໃຫ້ແກ່ຜູ້ສະໝັກທີ່ເປັນເພດຍິງ ແລະ ຊົນເຜົ່າ.

 ໝາຍເຫດ: ທ່ານສາມາດດາວໂຫລດເອົາ ພາລະບົດບາດ ແລະ ໜ້າທີ່ຮັບຜິດຊອບຂອງແຕ່ລະຕໍາແໜ່ງໄດ້ຈາກ ເວັບໄຊທ໌ ທລຍ: http://www.prflaos.orgຫລື ພົວພັນເອົາຈາກຫ້ອງການ ທລຍ ແຂວງສະຫວັນນະເຂດ ແລະ ຫົວພັນ.

ສຳລັບທ່ານທີ່ສົນໃຈຈະສະໝັກ ແມ່ນສະເໜີໃຫ້ຍື່ນເອກະສານສະໝັກ (ໃບ​ຄຳ​ຮ້ອງ​ສະ​ໝັກ​ງານ ເຊິ່ງ​ລະ​ບຸ​ຕຳ​ແໜ່ງ,ບ່ອນ​ປະ​ຈຳ​ການ ແລະ ປະ​ສົບ​ການ​ຜ່ານ​ມາ​ທີ່​ແທດ​ເໝາະ​ກັບ​ຕຳ​ແໜ່ງ​ທີ່​ສະ​ໝັກພ້ອມ​ດ້ວຍ​ລາຍ​ລະ​ອຽດ​ຜູ້ຢັ້ງ​ຢືນ03 ທ່ານ,ຊີວະປະຫວັດ, ສໍາເນົາໃບປະກາດຈົບການສຶກສາ, ສໍາລັບນັກສຶກສາຈົບໃໝ່ໃຫ້ສໍາເນົາໃບຄະແນນທີ່ເສັງຈົບ, ສຳເນົາໃບຂັບຂີ່, ໃບຜ່ານງານ (ຖ້າມີ), ສຳເນົາບັດປະຈຳຕົວ ຫລື ປື້ມສຳມະໂນຄົວ ພ້ອມດ້ວຍຮູບຖ່າຍຂະໜາດ 3x4 ຈໍານວນ 1 ໃບ ສົ່ງໄປຫາຫ້ອງການ ທລຍ ທີ່ທ່ານສະດວກທີ່ສຸດ:

-    ຫ້ອງການ ທລຍ ສະຫວັນນະເຂດ ບ້ານ ນາແກ ເມືອງ ໄກສອນພົມວິຫານ ແຂວງ ສະຫວັນນະເຂດ (ກ້ອງຂົວມິດຕະພາບ ລາວໄທ) ເບີໂທລະສັບ: 041 252578, 030 9225890

-    ¹Éº¤¡¾­ êì¨ Á¢¸¤-- ຫົວ​ພັນບ້ານ ພັນ​ໄຊ ເມືອງ ຊຳ​ເໜືອ(µøÈ-ªô¡-©¼¸-¡ñ®-¹Éº¤¡¾­-²ñ©ê½­¾-§ö­­½-®ö© -Áì½ ìô®ìɾ¤-£¸¾´ê÷¡-¨¾¡-Á¢¸¤ ຫົວ​ພັນ) -À®ó-ªò©ªÒ-²ö¸²ñ­ 064 313000.

-    ຫ້ອງການ ທລຍ ສູນກາງ: ຊຶ່ງຕັ້ງຢູ່ຫ້ອງວ່າການລັດຖະບານ (ສຳນັກງານນາຍົກລັດຖະມົນຕີ), ນະຄອນຫລວງວຽງຈັນ (ຕິດຕໍ່ ທ່ານ ນາງ ປ່ຽງເງິນ ໄຊສົງຄາມ ແລະ ນາງ ເຂັມພອນ ມະນີເພັດ ໂທລະສັບ 021 261479-80, ແຟັກ 021 261 481,Email: piengngeune@prflaos.org,khemphone@prflaos.org

 ວັນທີປິດຮັບສະໝັກ 08 ກັນຍາ 2015.

ກະ​ລຸ​ນາຮັບ​ຊາບ​ວ່າ ກອງ​ທຶນຈະ​ຕິດ​ຕໍ່​ຫາ​ຜູ້​ທີ່​ເໝາະ​ສົມ ແລະ ຖືກ​ຕ້ອງ​ຕາມ​ເງື່ອນ​ໄຂ​ທີ່​ຄົບ​ຖ້ວນ​ເທົ່າ​ນັ້ນ ເພື່ອ​ດຳ​ເນີນ​ຂະ​ບວນ​ການ​ປະ​ເມີນ.(ເອກະສານສະໝັກທຸກຢ່າງ ຈະບໍ່ອະນຸຍາດໃຫ້ຖອນຄືນ).