ປະກາດຮັບສະໝັກພະນັກງານ ພັດທະນາຊຸມຊົນ 01 ຕໍາແໜ່ງປະຈຳເມືອງ ຊຳໃຕ້ ແຂວງຫົວພັນ

Country: 
Lao PDR
Project: 
ກອງທືນຫລຸດຜ່ອນຄວາມທຸກຍາກ
Position Description: 
ພັດທະນາຊຸມຊົນ ປະຈຳເມືອງ ຊຳໃຕ້ ແຂວງຫົວພັນ
Grant No.: 
H685-LA
Project No.: 
P 123480
Date of Issue: 
Wednesday, October 2, 2013
Closing Date: 
Tuesday, October 15, 2013

ກອງ​ທຶນ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ ເປັນ​ໂຄງ​ການ​ໜຶ່ງ​ທີ່​ຂຶ້ນ​ກັບ​ລັດ​ຖະ​ບານ ກໍ່​ຄື​ຄະ​ນະ​ພັດ​ທະ​ນາ​ຊົນ​ນະ​ບົດ ແລະ ລຶບ​ລ້າງຄວາມ​ທຸກ​ຍາກ​ຂັ້ນ​ສູນ​ກາງ, ຫ້ອງວ່າ​ການ​ລັດ​ຖະ​ບານ ໄດ້​ຮັບ​ທຶນ​ຊ່ວຍ​ເຫລືອ​ຈາກ​ທະ​ນາ​ຄານ​ໂລກ, ອົງ​ການ​ຮ່ວມ​ມື​ດ້ານ​ການ​ພັດ​ທະ​ນາ​ປະ​ເທດ​ສະ​ວິດ​ເຊີ​ແລນ,ອົງ​ການ​ອົດ​ສ໌​ຕາ​ລີ ແລະ ກອງທຶນ​ພັດ​ທະ​ນາ​ສັງ​ຄົມ​ຂອງ​ຍີ່​ປຸ່ນ ເພື່ອ​ສະ​ໜອງ​ພຶ້ນ​ຖານ​ໂຄງ​ລ່າງ​ຂະ​ໜາດ​ນ້ອຍ ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ປະ​ຊາ​ຊົນ​ຢູ່​ກຸ່ມ​ບ້ານ​ທີ່​ທຸກ​ຍາກ. ປະ​ຈຸ​ບັນ ທ​ລຍ ໄດ້​ຮັບ​ການ​ສືບ​ຕໍ່​ໂຄງ​ການ​ໄລ​ຍະ​ທີ​ສອງ(2012-2016)ແລະ ມີ​ຄວມ​ຕ້ອງ​ການ ພະ​ນັກ​ງານ ພັດທະນາຊຸມຊົນ 01ຕໍາ​ແໜ່ງປະຈຳເມືອງ ຊຳໃຕ້ ລາຍ​ລະ​ອຽດ​ດັ່ງ​ລຸ່ມນີ້:

 

​ເງື່ອນ​ໄຂ​ທາງ​ດ້ານ​ຄວາມ​ຮູ້ ແລະ ປະ​ສົບ​ການ​ຂອງ​ຜູ້​ສະ​ໝັກໃນ​ແຕ່​ລະ​ຕຳ​ແໜ່ງ:

·ຮຽນຈົບ ຫລື ມີປະສົບການດ້ານການພັດທະນາຊຸມຊົນ ຫລື ຊົນນະບົດ

·ມີຄວາມຮູ້ກ່ຽວກັບວິທີການວາງແຜນແບບມີສ່ວນຮ່ວມແລະເຄື່ອງມືໃນການປະເມີນການມີສ່ວນຮ່ວມຢູ່ຊົນນະບົດ

·ມີປະສົບການໃນການຈັດກອງປະຊຸມ ແລະ ຝຶກອົບຮົມ

·ມີຄວາມຮູ້ ແລະ ປະສົບການຈຳນວນໜຶ່ງທາງດ້ານການນຳໃຊ້ ຄອມພິວເຕີ ເຊັ່ນ: Microsoft Word, Excel, Power point ແລະ ອື່ນໆ.

·ຖ້າສາມາດເວົ້າພາສາຊົນເຜົ່າຂອງທ້ອງຖິ່ນ ຈະໄດ້ຮັບພິຈາລະນາເປັນພິເສດ.

·ໃນ​​ຕຳ​ແໜ່ງ​ທີ່​ກ່າວ​ມາ​ຂ້າງ​ເທິງນັ້ນ ຖ້າ​ເປັນ​ຍິງ ແລະ​ ເປັນ​ຄົນ​ທ້ອງ​ຖິ່ນ ​ຈະ​ໄດ້​ຮັບ​ການ​ພິ​ຈາ​ລະ​ນາ​ເປັນ​ກໍ​ລະ​ນີ​ພິ​ເສດ.

ເອກະສານຍື່ນສະໝັກປະກອບມີ:

ໃບ​ຄຳ​ຮ້ອງ​ສະ​ໝັກ​ງານ ເຊິ່ງ​ລະ​ບຸ​ຕຳ​ແໜ່ງ,ບ່ອນ​ປະ​ຈຳ​ການ ແລະ ປະ​ສົບ​ການ​ຜ່ານ​ມາ​ທີ່​ແທດ​ເໝາະ​ກັບ​ຕຳ​ແໜ່ງ​ທີ່​ສະ​ໝັກ  ພ້ອມ​ດ້ວຍ​ລາຍ​ລະ​ອຽດ​ຂອງຜູ້ຢັ້ງ​ຢືນ 03 ທ່ານ, ຊີ​ວະ​ປະ​ຫວັດ, ສຳ​ເນົາ​ໃບ​ຂັບ​ຂີ່, ໃບ​ຜ່ານ​ງານ, ໃບ​ແຈ້ງ​ໂທດ, ສຳ​ເນົາ​ບັດ​ປະ​ຈຳ​ຕົວ ຫລື ປຶ້ມ​ສຳ​ມະ​ໂນ​ຄົວ, ພ້ອມ​ດ້ວຍ ຮູບ​ຖ່າຍ​ບໍ່​ກາຍ 3 ເດືອນ ຂະ​ໜາດ 3X4 01 ໃບ ໄປ​ທີ່:

ຫ້ອງການ ທລຍ ແຂວງ ຫົວພັນ ບ້ານ ພັນໄຊ ເມືອງ ຊຳເໜືອ( ຢູ່ຕຶກດຽວກັບຫ້ອງການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກແຂວງ ຫົວພັນ) ເບີຕິດຕໍ່ພົວພັນ 064 313000

  

ກະລຸນາຮັບຊາບວ່າ ກອງທຶນຈະທຳການຕິດຕໍ່ຫາຜູ້ທີ່ເໝາະສົມ ແລະຖືກຕ້ອງຕາມເງິື່ອນໄຂທີ່ຄົບຖ້ວນເທົ່ານັ້ນ ເພື່ອດຳເນີນຂະບວນການປະເມີນ. (ເອກະສານສະໝັກທຸກຢ່າງຈະບໍ່ອະນຸຍາດໃຫ້ຖອນຄືນ)