ປະກາດຮັບສະໝັກພະນັກງານ 1.ຫົວໜ້າໂຄງການ ທລຍ ແຂວງ 10 ຕໍາແໜ່ງ; 2.ພະນັກງາານຂັບລົດພາກສະໜາມ 1 ຕໍາແໜ່ງ

Country: 
Lao PDR
Project: 
ກອງທຶນຫລຸດຜ່ອນຄວາມທຸກຍາກ
Position Description: 
1.ຫົວໜ້າໂຄງການ ທລຍ ແຂວງ 10 ຕໍາແໜ່ງ; 2.ພະນັກງາານຂັບລົດພາກສະໜາມ 1 ຕໍາແໜ່ງ
Grant No.: 
H685-LA
Project No.: 
P 123480
Date of Issue: 
Tuesday, December 13, 2016
Closing Date: 
Friday, December 23, 2016

ກອງທຶນຫລຸດຜ່ອນຄວາມທຸກຍາກ (ທລຍ) ຊຶ່ງເປັນໂຄງການພາຍໃຕ້ທຶນຈາກທະນາຄານໂລກ, ອົງການຮ່ວມມືດ້ານການພັດທະນາຂອງປະເທດສະວິດເຊີແລນ ແລະ ລັດຖະບານລາວ ເພື່ອສະໜອງພຶ້ນຖານໂຄງລ່າງຂະໜາດນ້ອຍ ແລະ ສ້າງຄວາມເຂັ້ມແຂງ ໃຫ້ປະຊາຊົນຢູ່ກຸ່ມບ້ານທີ່ທຸກຍາກ. ປະຈຸບັນ ທລຍ ໄດ້ຮັບການສືບຕໍ່ໂຄງການໄລຍະທີ III (2017-2020). ສະນັ້ນ, ຈຶ່ງມີຄວາມຕ້ອງການ ພະນັກງານ ຫົວໜ້າໂຄງການ ທລຍ ແຂວງ 10 ຕໍາແໜ່ງ ເພື່ອປະຈໍາ ແຂວງ ຫົວພັນ, ຊຽງຂວາງ, ຫລວງນໍ້າທາ, ອຸດົມໄຊ, ຫລວງພະບາງ, ຜົ້ງສາລີ, ສະຫວັນນະເຂດ,​ສາລະວັນ, ເຊກອງ ແລະ ອັດຕະປື (ແຂວງລະ 01 ຕຳແໜ່ງ) ແລະ ພະນັກງານຂັບລົດພາກສະໜາມ 01 ຕຳແໜ່ງ ປະຈຳຢູ່ຫ້ອງການ ທລຍ ສູນກາງ ​(ນະຄອນຫລວງວຽງຈັນ)

ຄວາມຮຸູ້ ແລະ ປະສົບການຂອງຜູ້ສະໝັກ:

1.   ຫົວໜ້າໂຄງການ ທລຍ ແຂວງ (10 ຕຳແໜ່ງ).

·         ຈົບປະລິນຍາໂທດ້ານບໍລິຫານລັດ ຫລື ບໍລິຫານທຸລະກິດ, ສັງຄົມວິທະຍາ, ວິສະວະກຳ, ການພັດທະນາ ຫລື ຂະແໜງການທີ່ຽວຂ້ອງອື່ນໆ

·         ມີປະສົບການຢ່າງໜ້ອຍ 5-7 ປີ ກ່ຽວກັບການຄຸ້ມຄອງບໍລິຫານວຽກພັດທະນາຊົນນະບົດ ຊຶ່ງລວມມີການວາງແຜນ,  ການຄຸ້ມຄອງບໍລິຫານງົບປະມານ, ການຈັດຕັ້ງປະຕິບັດ, ການລາຍງານ ແລະ ຕິດຕາມປະເມີນຜົນໂຄງການ.

·         ມີຄວາມສາມາດ ແລະ ປະສົບການໃນການຄຸ້ມຄອງບໍລິຫານພະນັກງານ ມາກ່ອນ.

·         ສາມາດຄຸ້ມຄອງບໍລິຫານຫ້ອງການ ຊຶ່ງລວມມີ ການກວດກາວຽກງານບໍລິຫານ ແລະ ການເງິນ, ການຈັດຕັ້ງ ແລະ ກະກຽມອຸປະກອນຫ້ອງການ ແລະ ການນຳໃຊ້ຊັບສົມບັດຄົງທີ່ຂອງໂຄງການ.

·         ມີປະສົບການກ່ຽວກັບການເຮັດວຽກພັດທະນາຊົນນະບົດ, ການວາງແຜນແຕ່ລຸ່ມຂຶ້ນເທິງ, ການພັດທະນາແບບມີສ່ວນຮ່ວມ.

·         ມີປະສົບການໃນການປະສານງານກັບອຳນາດການປົກຄອງ ຂັ້ນແຂວງ ແລະ ເມືອງ, ຂະແໜງການທີ່ກ່ຽວຂ້ອງ ແລະ ອົງການສື່ມວນຊົນຕ່າງໆ.

·         ສາມາດເຮັດວຽກແບບອິດສະຫລະ, ພາຍໃຕ້ຄວາມກົດດັນ ຕາມຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ ຂອງ ໂຄງການ ແລະ ພາຍໃຕ້ການຄວບຄຸມ ແລະ ຊີ້ນຳຈາກຂັ້ນເທິງໜ້ອຍທີ່ສຸດ.

·         ສາມາດເວົ້າ ແລະ ໃຊ້ພາສາອັງກິດ ໃນການຕິດຕໍ່ພົວພັນ ແລະ ລາຍງານວຽກໃຫ້ທະນາຄານໂລກ ຫລື ຊ່ຽວຊານຕ່າງປະເທດ ທີ່ມາຕິດຕໍ່ພົວພັນວຽກງານໄດ້ ໂດຍບໍ່ຕ້ອງຜ່ານລ່າມ ຫລື ຜູ້ອື່ນ ຍິ່ງເປັນການດີ.

·         ສາມາດນຳໃຊ້ຄອມພິວເຕີ ເພື່ອຂຽນບົດລາຍງານ ໂດຍນຳໃຊ້ MS word, MS Excel ແລະ ອື່ນໆ

·         ຖ້າໄດ້ພາສາຊົນເຜົ່າ ຈະຖືກພິຈາລະນາເປັນພິເສດ.

·         ສະໜັບສະໜູນໃຫ້ແມ່ຍິງຜູ້ທີ່ມີຄວາມຮູ້ຄວາມສາມດເໝາະສົມສະໝັກ

·         ຖ້າສາມາດເວົ້າພາສາຊົນເຜົ່າຂອງທ້ອງຖິ່ນ ຈະໄດ້ຮັບການພິຈາລະນາເປັນພິເສດ

·         ຖ້າເປັນຜູ້ຍິງ ໂດຍສະເພາະແມ່ນຊົນເຜົ່າ  ແລະ ເຄີຍເຮັດວຽກກ່ຽວກັບການພັດທະນາ ຊົນນະບົດມາກ່ອນ ຈະໄດ້ຮັບການພິຈາລະນາເປັນກໍລະນີພິເສດ.

2.   ພະນັກງານ ຂັບລົດພາກສະໜາມ (01 ຕຳແໜ່ງ).

·         ຢ່າງໜ້ອຍຈົບການສຶກສາຂັ້ນສາມັນ

·         ມີໃບຂັບຂີ່ ຂັບລົດຈັກ, ລົດໃຫຍ່ ທີ່ຖືກຕ້ອງຕາມກົດໝາຍ

·         ອາຍຸ ບໍ່ກາຍ 40 ປີ.

·         ມີປະສົບການ ກ່ຽວກັບການຂັບລົດໃຫຍ່ ໄປເຂດຫ່າງໄກສອກຫລີກ ແລະ ທຸລະກັນດານ ຢ່າງໜ້ອຍ 5 ປີ ແລະ ມີໜັງສືຢັ້ງຢືນການຜ່ານງານ ຈາກບ່ອນເຮັດວຽກຜ່ານມາ.

·         ມີຄວາມຮູ້, ຄວາມສາມາດ ແລະ ປະສົບການກ່ຽວກັບການກວດກາເຕັກນິກລົດ ແລະ ການຄຸ້ມຄອງພາຫະນະເປັນຢ່າງດີ.

·         ສາມາດສ້ອມແປງລົດໃຫຍ່ໄດ້ໃນຂັ້ນພື້ນຖານ

·         ມີສຸຂະພາບແຂງແຮງ ແລະ ບໍ່ມີພະຍາດປະຈຳຕົວ

·         ບໍ່ສູບຢາ, ບໍ່ດື່ມເຫລົ້າ ແລະ ບໍ່ຕິດສິ່ງມຶນເມົາອື່ນໆ ໃນເວລາປະຕິບັດວຽກ

·         ເວົ້າພາສາອັງກິດໄດ້ ຍິ່ງເປັນການດີ.

ສຳລັບທ່ານທີ່ສົນໃຈ ຈະສະໝັກ ສາມາດພົວພັນ ແລະ ສອບຖາມກ່ຽວກັບໜ້າວຽກລະອຽດ ແລະ ຍື່ນເອກະ ສານສະໝັກ (ໃບຄຳຮ້ອງສະໝັກງານ, ຊີວະປະຫວັດລະບຸລາຍລະອຽດຂອງການເຮັດວຽກໃນແຕ່ລະໄລຍະ, ສຳເນົາໃບຂັບຂີ່, ໃບຜ່ານງານ, ສຳເນົາບັດປະຈຳ ຕົວ ຫລື ປື້ມສຳມະໂນຄົວ) ພ້ອມດວ້ຍຮູບຖ່າຍຂະໜາດ 3x4 (01 ໃບ) ໄປຫາຫ້ອງການ ທລຍ ສູນກາງ ຊຶ່ງຕັ້ງຢູ່ຫ້ອງການລັດຖະບານ (ສຳນັກງານນາຍົກລັດຖະມົນຕີ), ນະຄອນຫລວງວຽງຈັນ (ຕິດຕໍ່ ທ່ານ ນາງ ປ່ຽງເງິນ ໄຊສົງຄາມ ແລະ ນາງ ເຂັມພອນ ມະນີເພັດ ໂທລະສັບ 021 261479-80, ແຟັກ 021 261 481, Email: piengngeune@prflaos.org,khemphone@prflaos.org

ວັນທີປິດຮັບສະໝັກ 23 ທັນວາ 2016.

(ເອກະສານສະໝັກທຸກຢ່າງ ຈະບໍ່ອະນຸຍາດໃຫ້ຖອນຄືນ)