ສະບັບຮ່າງຫນ້າທີ່ຮັບຜິດຊອບຂອງຫົວຫນ້າໂຄງການ ທ.ລ.ຍ ຂັ້ນແຂວງ

Country: 
Lao PDR
Project: 
ກອງທືນຫລຸດຜ່ອນຄວາມທຸກຍາກ
Position Description: 
ສະບັບຮ່າງຫນ້າທີ່ຮັບຜິດຊອບຂອງຫົວຫນ້າໂຄງການ ທ.ລ.ຍ ຂັ້ນແຂວງ
Grant No.: 
H685-LA
Project No.: 
P123480
Date of Issue: 
Wednesday, December 21, 2016
Closing Date: 
Wednesday, December 21, 2016

ກອງທຶນຫລຸດຜ່ອນຄວາມທຸກຍາກ

ໜ້າທີ່ຮັບຜິດຊອບ

 

ຕຳແໜ່ງ:                 ຫົວໜ້າໂຄງການ ທລຍ ແຂວງ

ຈຳນວນຕຳແໜ່ງ:           ຫ້ອງການ ລະ 01 ຄົນ

ລາຍງານໂດຍກົງຫາ:         ຜູ້ອຳນວຍການບໍລິຫານ

ພົວພັນວຽກໃກ້ຊິດກັບ:        ທີມງານບໍລິຫານ ທລຍ (ຫົວໜ້າພະແນກ, ຫົວໜ້າໜ່ວຍງານ), ພະນັກງານ ທລຍ ແຂວງ

ໜ້າທີ່ຮັບຜິດຊອບທົ່ວໄປ:      ປະຕິບັດວຽກງານຄຸ້ມຄອງບໍລິຫານໂຄງການທົ່ວໄປ ເປັນຕົ້ນແມ່ນການຄຸ້ມຄອງບໍລິຫານພະນັກງານ-ຫ້ອງການ, ການເງິນ, ວາງແຜນ, ການຈັດຕັ້ງປະຕິບັດ ແລະ ການຕິດຕາມວຽກງານຂອງໂຄງການ.

ບ່ອນປະຈຳການ:            ຫ້ອງການ ທລຍ ແຂວງ ຢູ່ແຕ່ລະແຂວງເປົ້າໝາຍ

ປະເພດສັນຍາ:             ເປັນລາຍປີ ໂດຍອີງຕາມຜົນການປະຕິບັດວຽກຕົວຈິງ ໃນແຕ່ລະໄລຍະ ແລະ ຄວາມຕ້ອງການຂອງໂຄງການ. ສຳລັບພະນັກງານເຂົ້າເຮັດວຽກໃໝ່ ຈະມີໄລຍະທົດສອບວຽກ 3-6 ເດືອນ.

 

ໜ້າທີ່ ແລະ ຄວາມຮັບຜິດຊອບຫລັກ:

  • ປະຕິບັດໜ້າທີ່ໃນການຄຸ້ມຄອງບໍລິຫານພະນັກງານ ທີ່ປະຈຳຢູ່ຫ້ອງການ ທລຍ ແຂວງ ແລະ ເມືອງ ເຊິ່ງໃນນັ້ນ ປະກອບມີ ການຊີ້ນຳນຳພາ, ໃຫ້ຄຳແນະນຳ, ແກ້ໄຂບັນຫາ, ເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ແໜ້ນແກ່ນ, ປະເມີນທ່າແຮງ ແລະ ຂໍ້ຄົງຄ້າງຂອງພະນັກງານແຕ່ລະຄົນ ເພື່ອກຳນົດ ແລະ ສ້າງແຜນໃນການສ້າງຄວາມເຂັ້ມແຂງ ກໍຄືພັດທະນາຄວາມຮູ້ຄວາມສາມາດຂອງພະນັກງານ ໃນແຕ່ລະໄລຍະ.
  • ວາງແຜນວຽກປະຈຳເດືອນ, ໄຕມາດ ແລະ ປະຈຳປີ ຮ່ວມກັບທີມງານ ເພື່ອສາມາດຕິດຕາມ, ກວດກາ ແລະປະສານສົມທົບກັບທີມງານ ໃນການຈັດຕັ້ງປະຕິບັດວຽກງານຕ່າງໆຂອງໂຄງການຢູ່ຂັ້ນແຂວງ/ເມືອງ ເພື່ອຮັບປະກັນໃຫ້ທຸກກິດຈະກຳສຳເລັດຕາມກຳນົດເວລາ ແລະ ມີຄຸນນະພາບສູງ.
  • ສ້າງແຜນງົບປະມານໃນການຄຸ້ມຄອງບໍລິຫານໂຄງການ ປະຈຳເດືອນ, ໄຕມາດ, ປະຈຳປີ ແລະ ກວດກາຕິດຕາມການຄຸ້ມຄອງບໍລິຫານດ້ານການເງິນ ໃຫ້ຖືກຕ້ອງຕາມແຜນທີ່ກຳນົດໄວ້.
  • ຄຸ້ມຄອງບໍລິຫານຊັບສົມບັດຂອງໂຄງການ (ພາຫະນະ, ອຸປະກອນຮັບໃຊ້ຫ້ອງການ ແລະ ອື່ນໆ) ໃຫ້ເປັນລະບຽບ ແລະ ຖືກຕ້ອງຕາມລະບຽບຂອງໂຄງການທີ່ກຳນົດໄວ້ ຢ່າງເຄັ່ງຄັດ.
  • ຊີ້ນຳ ແລະ ຊ່ວຍເຫລືອໃນການຈັດຕັ້ງປະຕິບັດໂຄງການຍ່ອຍ ແລະ ແກ້ໄຂບັນຫາ ພ້ອມທັງໃຫ້ຄຳແນະນຳແກ່ ທິມງານເພື່ອເຮັດໃຫ້ຂະບວນການປະຕິບັດໂຄງການມີຄວາມສະດວກ, ມີຄຸນນະພາບ ແລະ ດຳເນີນໄປຕາມແຜນທີ່ກຳນົດໄວ້.
  • ເປັນຫລັກໃນການຈັດຕັ້ງຂະບວນການຮັບສະໝັກພະນັກງານ ຂັ້ນແຂວງ/ເມືອງ (ການປະກາດ, ຄັດເລືອກ, ປະເມີນຜົນ, ບົດລາຍງານ,...) ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບລະບຽບຫລັກການຂອງໂຄງການ ຫລື ຕາມການຊີ້ນຳຂອງທີມງານຂັ້ນສູນກາງ.
  • ກວດກາ ແລະ ຕິດຕາມບັນດາຂໍ້ມູນຂອງໂຄງການ ທີ່ໄດ້ປ້ອນເຂົ້າ ແລະ ລາຍງານໂດຍພະນັກງານຕິດຕາມ-ປະເມີນຜົນ ຢູ່ໃນລະບົບຖານຂໍ້ມູນ ເພື່ອຮັບປະກັນຄວາມຖືກຕ້ອງ ກ່ອນຈະສົ່ງ ແລະ ລາຍງານ ຫາພາກ ສ່ວນອື່ນໆ. ຖ້າກວດກາເຫັນສິ່ງຜິດພາດ ຕ້ອງໄດ້ປັບປຸງ ແລະ ແນະນຳການເຮັດວຽກຂອງພະນັກງານທີ່ກ່ຽວຂ້ອງ.
  • ລາຍງານ, ປະສານສົມທົບ ແລະ ຮ່ວມມືຢ່າງໃກ້ຊິດກັບອຳນາດການປົກຄອງຂັ້ນແຂວງ ແລະ ທຸກໆພະແນກການທີ່ກ່ຽວຂ້ອງເພື່ອຈັດຕັ້ງປະຕິບັດບັນດາກິດຈະກຳຂອງກອງທຶນຫລຸດຜ່ອນຄວາມທຸກຍາກ ຢ່າງເປັນປົກກະຕິ.
  • ເຮັດບົດລາຍງານ ພ້ອມທັງລາຍງານຜົນຄວາມຄືບໜ້າ ກ່ຽວກັບການຈັດຕັ້ງປະຕິບັດກິດຈະກຳຂອງກອງທຶນຢູ່ໃນແຂວງ ປະຈຳເດືອນ, ໄຕມາດ ແລະ​ ປະຈໍາປີ ໃຫ້ທັນກັບກໍານົດເວລາທີ່ວາງໄວ້ ຢ່າງຄົບຖ້ວນ ແລະ ໃຫ້ໄດ້ຮັບຜົນດີ.
  • ຊີ້ນຳ ນຳພາກ່ຽວກັບການກະກຽມການຈັດຕັ້ງຝຶກອົບຮົມ ແລະ ຖ່າຍທອດຄວາມຮູ້ໃຫ້ພະນັກງານຂອງກອງທຶນ, ຂອງລັດ, ອຳນາດການປົກຄອງ ແລະ ຊຸມຊົນທີ່ກ່ຽວຂ້ອງຕາມນະໂຍບານ ແລະ ການຊີ້ນຳຂອງອົງການກອງທຶນຫລຸດຜ່ອນຄວາມທຸກຍາກຂັ້ນສູນກາງ ເຊິ່ງລວມທັງພະນັກງານທີ່ເຂົ້າໃໝ່ ຕ້ອງໄດ້ຝຶກອົບຮົມ ແລະ ແນະນຳກ່ອນການລົງຈັດຕັ້ງປະຕິບັດວຽກຕົວຈິງ.
  • ພົວພັນ ແລະ ຮ່ວມມືກັບອຳນາດການປົກຄອງ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ ພາຍໃນແຂວງທີ່ຕົນປະຈຳການຢູ່ດ້ວຍການສົ່ງເສີມການແລກປ່ຽນບົດຮຽນ ແລະ ການປຶກສາຫາລືກັບທຸກໆໂຄງການຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານ ຈາກທຸກໆແຫລ່ງການຊ່ວຍເຫລືອໃນການພັດທະນາ ເພື່ອຮັບປະກັນໃຫ້ທຸກພາກສ່ວນເຂົ້າໃຈວຽກງານ ທລຍ ແລະ ໃຫ້ການຮ່ວມມືທີ່ດີ.
  • ຮັບປະກັນໃນການກະຈາຍຂໍ້ມູນຂ່າວສານ ແລະ ປະສານງານດ້ານການພັດທະນາຊົນນະບົດໃຫ້ພາກສ່ວນຕ່າງໆທີ່ເປັນຄູ່ຮ່ວມໃນການພັດທະນາດ້ວຍກັນ.
  • ຮັບປະກັນການຈັດຕັ້ງປະຕິບັດທຸກໆວຽກງານຂອງໂຄງການ ໃຫ້ຖືກຕ້ອງຕາມລະບຽບຫລັກການ ທີ່ໂຄງການ ກໍຄືຜູ້ໃຫ້ທຶນວາງອອກ.
  • ຮັບປະກັນການຈັດຕັ້ງປະຕິບັດວຽກງານຂອງໂຄງການໃນທຸກໆດ້ານ ໃຫ້ມີຄວາມໂປ່ງໃສ ເພື່ອຫລີກເວັ້ນຄວາມເຂົ້າໃຈຜິດ ແລະ ຫາງສຽງທີ່ເປັນທາງລົບຈາກສັງຄົມ.
  • ປະຕິບັດໜ້າທີ່ອື່ນໆ ຕາມຄວາມຮຽກຮ້ອງຕ້ອງການຂອງໂຄງການ.

ຄຸນວຸດທິ ແລະ ປະສົບການ:

  • ຢ່າງໜ້ອຍຮຽນຈົບປະລິນຍາໂທດ້ານບໍລິຫານລັດ ຫລື ບໍລິຫານທຸລະກິດ, ສັງຄົມວິທະຍາ, ວິສະວະກຳ, ການພັດທະນາ ຫລື ຂະແໜງການທີ່ກ່ຽວຂ້ອງອື່ນໆ
  • ມີປະສົບການຢ່າງໜ້ອຍ 5-7 ປີ ກ່ຽວກັບການຄຸ້ມຄອງບໍລິຫານວຽກພັດທະນາຊົນນະບົດ ຊຶ່ງລວມມີການວາງແຜນ, ການຄຸ້ມຄອງບໍລິຫານງົບປະມານ, ການຈັດຕັ້ງປະຕິບັດ, ການລາຍງານ ແລະ ຕິດຕາມປະເມີນຜົນໂຄງການ.
  • ມີຄວາມສາມາດ ແລະ ປະສົບການໃນການຄຸ້ມຄອງບໍລິຫານພະນັກງານ
  • ສາມາດຄຸ້ມຄອງບໍລິຫານຫ້ອງການ ຊຶ່ງລວມມີ ການກວດກາວຽກງານບໍລິຫານ ແລະ ການເງິນ, ການຈັດຕັ້ງ ແລະ ກະກຽມອຸປະກອນຫ້ອງການ ແລະ ການນຳໃຊ້ຊັບສົມບັດຄົງທີ່ຂອງໂຄງການ.
  • ມີປະສົບການກ່ຽວກັບການເຮັດວຽກພັດທະນາຊົນນະບົດ, ການວາງແຜນແຕ່ລຸ່ມຂຶ້ນເທິງ, ການພັດທະນາແບບມີສ່ວນຮ່ວມ.
  • ສາມາດວິເຄາະ, ວາງແຜນ, ກຳນົດ ແລະ ຈັດລຽງບູລິມະກິດໜ້າວຽກ
  • ມີປະສົບການໃນການປະສານງານກັບອຳນາດການປົກຄອງ ຂັ້ນແຂວງ ແລະ ເມືອງ, ຂະແໜງການທີ່ກ່ຽວຂ້ອງ ແລະ ອົງການສື່ມວນຊົນຕ່າງໆ
  • ມີປະສົບການໃນການເປັນຄູຝຶກ ຍິ່ງເປັນການດີ
  • ສາມາດເຮັດວຽກແບບອິດສະຫລະ, ພາຍໃຕ້ຄວາມກົດດັນ ຕາມຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ ຂອງ ໂຄງການ ແລະ ພາຍໃຕ້ການຄວບຄຸມ ແລະ ຊີ້ນຳຈາກຂັ້ນເທິງໜ້ອຍທີ່ສຸດ.
  • ຮູ້ເວົ້າ ແລະ ໃຊ້ພາສາອັງກິດ ໃນການຕິດຕໍ່ພົວພັນ ແລະ ລາຍງານວຽກໃຫ້ທະນາຄານໂລກ ຫລື ຊ່ຽວຊານຕ່າງປະເທດ ທີ່ມາຕິດຕໍ່ພົວພັນວຽກງານໄດ້ ໂດຍບໍ່ຕ້ອງຜ່ານລ່າມ ຫລື ຜູ້ອື່ນ ຍິ່ງເປັນການດີ.
  • ສາມາດນຳໃຊ້ຄອມພິວເຕີ ເພື່ອຂຽນບົດລາຍງານ ໂດຍນຳໃຊ້ MS word, MS Excel ແລະ ອື່ນໆ
  • ຖ້າຮູ້ພາສາຊົນເຜົ່າ ຫລື ເປັນແມ່ຍິງ ຈະພິຈາລະນາເປັນພິເສດ.