Published on Poverty Reducetion Fund (https://prflaos.org/test)

Home > ຊາວບ້ານບວມພັນໄດ້ຂົວໄປຫາເຂດທຳການຜະລິດ

ຊາວບ້ານບວມພັນໄດ້ຂົວໄປຫາເຂດທຳການຜະລິດ [1]

Posting Date: 
01 Mar 2018

ຊາວບ້ານບວມພັນໄດ້ຂົວໄປຫາເຂດທຳການຜະລິດ

ໂດຍ: ທລຍ

ບ້ານບວມພັນ, ກຸ່ມບວມພັນ ເມືອງຂົວ ແຂວງຜົ້ງສາລີ ເປັນບ້ານຊົນເຜົ່າ: ລາວລຸ່ມ, ກືມມຸ ແລະ ຜົ່ງມົ້ງ ປະກອບມີພົນລະເມືອງ 540 ຄົນ,ຍິງ265ຄົນ, 103 ຄອບຄົວ,  ອາຊີບຕົ້ນຕໍແມ່ນປູກຝັງ ແລະ ລ້ຽງສັດ.

ໃນໄລຍະຜ່ານມາ ປະຊາຊົນເຂດບ້ານບວມພັນມີຄວາມຫຍຸ້ງຍາກ ໃນການຂົນສົ່ງສິນຄ້າ ທາງດ້ານກະສິກຳໄປຂາຍໃນທ້ອງຕະຫລາດ ແລະ ນ້ອງນ້ອຍນັກຮຽນ ໄປຮຽນໜັງສືຢູ່ຝາກນໍ້ານ້ອຍເບື້ອງນັ້ນ ຍ້ອນສະພາບເສັ້ນທາງໄດ້ຖືກຕັດຂາດຈາກແມ່ນໍ້ານ້ອຍໃນລະດູຝົນ ທີ່ມີຄວາມກ້ວາງບໍ່ສາມາດຂ້າມໄດ້. ພາຍຫຼັງທີ ປະຊາຊົນພາຍໃນບ້ານໄດ້ ວາງແຜນພັດທະນາບ້ານຂອງຕົນເອງ ເຂົາເຈົ້າຈຶ່ງໄດ້ຄັດເລືອກເອົາ ການກໍ່ສ້າງຂົວແຫ່ງນີ້ເປັນບຸລິມະສິດທໍາອິດ ແລະ ໄດ້ຜ່ານການວາງແຜນຂັ້ນກຸ່ມ ແລະ ຮັບຮອງຢູ່ຂັ້ນເມືອງ. ສະນັ້ນ ໃນເດືອນຕຸລາ 2017 ຂົວນໍ້າລົ້ນ ຂະໜາດ 4 X 20 ແມັດ ຈຶ່ງໄດ້ຮັບການກໍ່ສ້າງ ເຊີ່ງມີມູນຄ່າການກໍ່ສ້າງທັງໝົດ 298 ລ້ານກ່ວາກີບ ໃນນີ້ ທຶນຂອງ ທລຍ 264 ລ້ານກ່ວາກີບ ແລະ ຊຸມຊົນປະກອບສ່ວນທາງດ້ານວັດຖຸທ້ອງຖີ່ນ ແລະ ແຮງງານຄິດເປັນເງິນ 34 ລ້ານກວ່າກີບ, ຂົວແຫ່ງນີ້ ສາມາດຮັບນໍ້າໜັກໄດ້ 5 ໂຕ່ນ ພາຍຫລັງທີ່ຂົວດັ່ງກ່າວໄດ້ກໍ່ສ້າງສໍາເລັດ ແລະ ມອບໃຫ້ຊຸມຊົນເປັນຜູ້ຄຸ້ມຄອງນໍາໃຊ້ໃນວັນທີ 20 ກຸມພາ 2018 ແລ້ວໄດ້ຊ່ວຍເຮັດໃຫ້ປະຊາຊົນບ້ານບວມພັນ ແລະ ບ້ານອ້ອມຂ້າງພາຍໃນກຸ່ມ ມີຄວາມສະດວກສະບາຍໃນການຂົນສົ່ງສິນຄ້າກະສິກໍາຂອງບ້ານ ແລະ ສາມາດເຂົ້າເຖິງເຂດທຳການຜະລິດໄດ້ສະດວກສະບາຍຫຼາຍຂື້ນ ນອກນັ້ນ ຍັງອໍານວຍຄວາມສະດວກໃຫ້ແກ່ນ້ອງນ້ອຍນັກຮຽນບ້ານບວມພັນ ສາມາດໄປເຂົ້າໂຮງຮຽນຢູ່ຝາກນໍ້ານ້ອຍເບື້ອງນັ້ນ ຢ່າງສະດວກສະບາຍ ແລະ ປອດໄພ ໃນທຸກລະດູ.

ທ່ານ.ນາງ ຕຸ່ນ, ປະຊາຊົນບ້ານບວມພັນໄດ້ກ່າວວ່າ: “ຂ້າພະເຈົ້າຮູ້ດີໃຈທີ່ໄດ້ມີໂອກາດນຳໃຊ້ຂົວແຫ່ງນີ້ເພື່ອນຳເອົາສິນຄ້າໄປຂາຍທີ່ທ້ອງຕະຫຼາດ ສ້າງລາຍຮັບໃຫ້ແກ່ຄອບຄົວໄດ້ຫຼາຍຂື້ນກ່ວາເກົ່າ ເຊິ່ງຕ່າງຈາກເມື່ອກ່ອນ ຖ້າເປັນລະດູຝົນ ນໍ້າຫລາຍກໍ່ບໍ່ສາມາດຂ້າມນໍ້າໄປຫາເຂດທໍາການຜະລິດໄດ້ ມີແຕ່ຖ້າຮອດລະດູແລ້ງຈຶ່ງຂ້າມແມ່ນໍ້ານ້ອຍໄປຫາໄຮ່ ຫາສວນໄດ້ ແລະ ອີກສິ່ງໜຶ່ງທີ່ ຂ້າພະເຈົ້າຮູ້ສຶກດີໃຈຫລາຍທີ່ເຫັນລູກຫລານຢູ່ບ້ານບວມພັນ ສາມາດໄປຮຽນຢູ່ຝາກນໍ້າເບື້ອງນັ້ນ ຢ່າງປອດໄພ ແລະ ສະດວກສະບາຍ”.

 

Attachment: 
File .docx [2]

Government's Office
Nahaidiao Rd, Sisavathtai village, Chanhthabuly district, Vientiane Capital
Tel: (856-21)-261480 / Fax:(856-21)-261481
P.O.Box 4625 / E-mail: info@prflaos.org
@ All Rights Reserved. Designed by PRF

Supported by:

   


Source URL: https://prflaos.org/test/la/node/1197

Links:
[1] https://prflaos.org/test/la/node/1197
[2] https://prflaos.org/test/sites/default/files/news/1197/attachment/.docx