Published on Poverty Reducetion Fund (https://prflaos.org/test)

Home > ຜົນສຳເລັດການຈັດຕັ້ງປະຕິບັດໂຄງການປີ 2017 ແລະ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການຍ່ອຍ ປີ 2018 ທລຍ ແຂວງອຸດົມໄຊ

ຜົນສຳເລັດການຈັດຕັ້ງປະຕິບັດໂຄງການປີ 2017 ແລະ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການຍ່ອຍ ປີ 2018 ທລຍ ແຂວງອຸດົມໄຊ [1]

Posting Date: 
06 Apr 2018

ຜົນສຳເລັດການຈັດຕັ້ງປະຕິບັດໂຄງການປີ 2017 ແລະ

ຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການຍ່ອຍ ປີ 2018 ທລຍ ແຂວງອຸດົມໄຊ

ໂດຍ: ຄຳພັນ ພັນທະວົງ ທລຍ ແຂວງອຸດົມໄຊ

ກອງ​ທຶນຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ( ທ​ລຍ3) ແຂວງອຸ​ດົມ​ໄຊ ແມ່ນ​ສືບ​ຕໍ່ຈັດຕັ້ງປະຕິບັດວຽກງານ​ແຕ່​ປີ 2017ເປັນ​ຕົົ້ນ​ມາ.ສໍາລັບຮອບ​ວຽນທີ 14 (ປີ2017)​ປະ​ກອບມີ 6 ເມືອງເປົ້າໝາຍ: ​ມີ 34 ກຸ່ມ​ບ້ານ, 209 ບ້ານ,ຈຳ​ນວນ​ຄົວ​ເຮືອນ​ທັງ​ໝົດ 18,569 ຄົວເຮືອນ ແລະ ມີ​ພົນ​ລະ​ເມືອງ​ທັງ​ໝົດ 113,352 ຄົນ, ຍີງ 56,714 ຄົນ,ພົນ​ລະ​ເມືອງທຸກຍາກ 51,037 ຄົນ, ກວາມ​ເອົາ 45% ​ໃນ​ນັ້ນ​ ເປັນ​ຍິງ 25,776 ຄົນ ກວາມ​ເອົາ 45% ເຊິ່ງ​ໄດ້​ເຂົ້າ​ຮ່ວມ​ວາງ​ແຜນ​ພັດ​ທະ​ນາ​​ບ້ານ ທັງ​ໝົດ 16,517 ຄົນ, ​ກວາມ​ເອົາ 15%,ເປັນ​ຊົນ​ເຜົ່າທັງ​ໝົດ 6,960 ຄົນ, ຄິດ​ເປັນ​ເປີ​ເຊັນ​ກວາມ​ເອົາ 42% ເປັ​ນຍີງ 3,822 ຄົນ. ກວາມ​ເອົາ 55% ​ໃນ​ນັ້ນ ຈຳ​ນວນ​ຄອບ​ຄົວ​ຜູ້​ທຸກ​ຍາກ 9,187 ຄອບຄົວ, ກວາມ​ເອົາ 49%  ທຸກ​ຍາກ

ທລຍ ເປັນ ໂຄງການໜຶ່ງຂອງລັດຖະບານ  ທີ່ເປັນເຈົ້າຕົນເອງທາງ ດ້ານການເງິນ ແລະ ການຄຸ້ມຄອງບໍລິຫານໂຄງການ, ມີຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ  ໂດຍສະເພາະ ການປັບປຸງທາງດ້ານ ການເຂົ້າເຖິງ ແລະ ການບໍລິການສິ່ງອໍານວຍຄວາມສະດວກ ດ້ານພື້ນຖານໂຄງລ່າງຂອງພໍ່ແມ່ປະຊາຊົນຜູ້ທຸກຍາກ ທີ່ອາໃສຢູ່ເຂດຫ່າງໄກສອກຫລີກ ໃນພື້ນທີ່ເປົ້າໝາຍຂອງໂຄງການ ໂດຍຜ່ານການມີສ່ວນຮ່ວມຂອງຊຸມຊົນໃນຂະບວນການພັດທະນາຂັ້ນທ້ອງຖິ່ນ ໂດຍເນັ້ນໃສ່ຮັບປະກັນຄວາມຍືນຍົງຂອງການພັດທະ ນາຊົນນະບົດ.

ສໍາລັບປີີ 2017 ຜ່ານມານີ້ ກອງທຶນຫລຸດຜ່ອນຄວາມທຸກຍາກ (ທລຍ) ແຂວງອຸດົມໄຊໄດ້ຈັດຕັ້ງປະຕິບັດໂຄງການຍ່ອຍທັງໝົດ 38 ໂຄງການ,ໃນ 6 ເມືອງເປົ້າໝາຍ, 34 ກຸ່ມບ້ານ.ໃນນັ້ນ ຂະແໜງສຶກສາ ມີ 22 ໂຄງການ,ສາທາລະນະສຸກ 7 ໂຄງການ,ໂຍທາທິການແລະຂົນສົ່ງ 7 ໂຄງການ ແລະ ກະສິກຳແລະປ່າໄມ້ ຈຳນວນ 2 ໂຄງການ. ນໍາໃຊ້ງົບປະມານທັງໝົດ 11,2 ຕື້ກວ່າ ກີບ.ໃນນັ້ນ ທຶນ ທລຍ ໃຫ້ການສະໜັບສະໜູນ 10,3 ຕື້ກວ່າກີບ, ທຶນປະກອບສ່ວນຂອງຊຸມຊົນຈຳນວນ 946 ກວ່າກີບ. ມາຮອດປະຈຸໂຄງການດັ່ງກ່າວໄດ້ມອບ-ຮັບ ໃຫ້ພໍ່ແມ່ປະຊາຊົນເປັນຜູ້ຄຸ້ມຄອງນໍາໃຊ້ທັງໝົດ 100% ແລ້ວ.

ປະຈຸບັນ ການຈັດຕັ້ງປະຕິບັດໂຄງການຍ່ອຍຮອບວຽນ 15 (ປີ 2018) ແມ່ນມີທັງໝົດຈຳນວນ 39 ໂຄງການ ໃນນັ້ນ ຂະແໜງສຶກສາ 15 ໂຄງການ, ສາທາ 13 ໂຄງການ, ຍທຂ 10 ໂຄງການ ແລະ ກະສິກຳ 1 ໂຄງການ ເພື່ອສ້າງຄວາມເຂັ້ມແຂງໃຫ້ກັບຊຸມຊົນ. ດ້ວຍເຫດນີ້, ທຸກໆຂັ້ນຕອນການຈັດຊື້-ຈັດຈ້າງໂຄງການຍ່ອຍ ຈຶ່ງໄດ້ມອບໃຫ້ແກ່ທີມງານຈັດຊື້-ຈັດຈ້າງ ຂັ້ນບ້ານ ເປັນຜູ້ດໍາເນີນການ ແລະ ຕັດສິນເອົາເອງ ບົນພື້ນຖານຂໍ້ກໍານົດລະບຽບຫລັກການ ແລະ ຂັ້ນຕອນທີ່ໄດ້ກໍານົດໄວ້ຂອງຜູ້ໃຫ້ທຶນ ໂດຍມີພະນັກງານ ທລຍ ແລະ ພາກລັດ ເປັນຜູ້ອໍານວຍຄວາມສະດວກ, ຊ່ວຍແນະນໍາ, ຕິດຕາມ, ກວດກາ ແລະ ມີອໍານາດການປົກຄອງທ້ອງຖິ່ນ ເຂົ້າຮ່ວມເພື່ອສັງເກດການ, ຕິດຕາມ ແລະ ພັກດັນຊ່ວຍ. ມາຮອດປະຈຸບັນ ການຈັດຊື້-ຈັດຈ້າງໂຄງການຍ່ອຍຮອບວຽນ 15 ແມ່ນສຳເລັດ 100% ແລະ ຢູ່ໃນຂັ້ນຕອນ ເລີ່ມຈັດຕັ້ງປະຕິບັດໂຄງການ ແລະ ຄາດວ່າຈະໃຫ້ສໍາເລັດໃນໄວໆນີ້.

Attachment: 
File 2017 ແລະ.docx [2]

Government's Office
Nahaidiao Rd, Sisavathtai village, Chanhthabuly district, Vientiane Capital
Tel: (856-21)-261480 / Fax:(856-21)-261481
P.O.Box 4625 / E-mail: info@prflaos.org
@ All Rights Reserved. Designed by PRF

Supported by:

   


Source URL: https://prflaos.org/test/la/node/1205

Links:
[1] https://prflaos.org/test/la/node/1205
[2] https://prflaos.org/test/sites/default/files/news/1205/attachment/%202017%20%E0%BB%81%E0%BA%A5%E0%BA%B0.docx