Published on Poverty Reducetion Fund (https://prflaos.org/test)

Home > ເປັນຫຍັງ ຮອງປະທານທະນາຄານໂລກ ຈຶ່ງໃຫ້ຄວາມຫວັງ

ເປັນຫຍັງ ຮອງປະທານທະນາຄານໂລກ ຈຶ່ງໃຫ້ຄວາມຫວັງ [1]

Posting Date: 
05 Aug 2014

ເປັນຫຍັງ ຮອງປະທານທະນາຄານໂລກ ຈຶ່ງໃຫ້ຄວາມຫວັງ


ໃນການສືບຕ່ໍສະໜັບສະໜູນວຽກງານ ທລຍ ຕື່ມອີກ?


ໂດຍ: ແສງເພັດ ວັນນະວົງ


 


ຜົນຂອງການ​ຢ້ຽມຢາມ ວຽກ​ງານ ທລຍ ຢູ່​​ບ້ານຫາດຫງໍາ, ເມືອງ​ປາກ​ແຊງ, ​ແຂວງຫລວງ​ພະ​ບາງ ຄັ້ງວັນທີ່ 22 ມິຖຸນາ 2014 ຂອງທ່ານ ເອັກແຊວ ວານ ທຼອດເຊນເບີກ ​ຮອງ​ປະທານ​ທະນາຄານ​ໂລກ ປະຈຳ​ອາ​ຊີ-ປາຊີ​ຟິກ ອາດແມ່ນສາເຫດນື່ງ ທີ່ເຮັດໃຫ້ທ່ານກ່າວ ໃນຂະນະທີ່ເຂົ້າຢ້ຽມຂໍ່ານັບ ພະນະທ່ານສົມສະຫວດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ  ໃນວັນທີ່ 23/7/ 2014 ​ວ່າ: “ ທະນາຄານ​ໂລກ ຈະ​ສືບ​ຕ່ໍ​ຊ່ວຍ​ເຫລືອ ສ ປ ປ ລາວ ​ໃນ​ການແກ້​ໄຂ​ບັນຫາ​ສິ່ງ​ທ້າ​ທາຍ​ຕ່າງໆຢູ່​ໃນ​ລາວ ໂດຍ​ສະ​ເພາະ​ການ​ສືບ​ຕ່ໍ​ຊ່ວຍ​ເຫລືອ​ໂຄງການ​ຫລຸດຜ່ອນ​ຄວາມທຸກ​ຍາກ (ທລຍ) ” ທັງນີ້ກໍເພາະວ່າ ໃນເວລາທີ່ທ່ານໄດ້ໄປຢ້ຽມຢາມບ້ານດັ່ງກ່າວ ທ່ານໄດ້ເຫັນວຽກງານ ທລຍ ນຳເອົາຜົນປະໂຫຍດໄປສູ່ຜູ້ທຸກຍາກແທ້ໆ ແລະ ໃນເວລາທີ່ທ່ານໂອ້ລົມພໍ່ແມ່ປະຊາຊົນ ບ້ານຫາດຫງໍາ ທ່ານກໍໄດ້ໃຫ້ທັດສະນະວ່າ: ວຽກງານ ທລຍ ເປັນການຕອບສະໜອງຕ່ໍແນວທາງນະໂຍບາຍຂອງລັດຖະບານ  ໂດຍສະເພາະວຽກ 3 ສ້າງ ທີ່ກຳລັງຈັດຕັ້ງປະຕິບັດຢ່າງ ເປັນຂະບວນຟົດຟື້ນ, ນອກຈາກນີ້ ທ່ານໄດ້ກ່າວຕື່ມວ່າ ທລຍ ໄດ້ສ້າງຄວາມເຂັ້ມແຂງໃຫ້ອຳນາດການປົກຄອງບ້ານຫງາດຫງໍາໃນດ້ານ ຄຸ້ມຄອງບໍລິຫານໂຄງການຍ່ອຍ ແລະ ທ່ານກໍໄດ້ຊົມເຊີຍ ທີ່ເຫັນພ່ໍແມ່ປະຊາຊົນເປັນເຈົ້າການໃນການພັດທະນາຊຸມຊົນຂອງຕົນເອງ ດ້ວຍຄວາມຮັບຜິດຊອບສູງ ຊຶ່ງມັນຈະກາຍເງື່ອນໄຂນື່ງ ຫຼື ເປັນການປະກອບສ່ວນໂດຍກົງ ຕ່ໍຄວາມພະຍາຍາມຂອງລັດຖະບານລາວ ໃນການຫລຸດພົ້ນອອກຈາກປະເທດດ້ອຍພັດທະນາໃນປີ 2020.

Attachment: 
Microsoft Office document icon 2014_ເປັນຫຍັງ ທ່ານຮອງປະທານທະນາຄານໂລກ ຈື່ງຈະຊ່ວຍ ທລຍ ຕື່ມ.doc [2]

Government's Office
Nahaidiao Rd, Sisavathtai village, Chanhthabuly district, Vientiane Capital
Tel: (856-21)-261480 / Fax:(856-21)-261481
P.O.Box 4625 / E-mail: info@prflaos.org
@ All Rights Reserved. Designed by PRF

Supported by:

   


Source URL: https://prflaos.org/test/la/node/841

Links:
[1] https://prflaos.org/test/la/node/841
[2] https://prflaos.org/test/sites/default/files/news/841/attachment/2014_%E0%BB%80%E0%BA%9B%E0%BA%B1%E0%BA%99%E0%BA%AB%E0%BA%8D%E0%BA%B1%E0%BA%87%20%E0%BA%97%E0%BB%88%E0%BA%B2%E0%BA%99%E0%BA%AE%E0%BA%AD%E0%BA%87%E0%BA%9B%E0%BA%B0%E0%BA%97%E0%BA%B2%E0%BA%99%E0%BA%97%E0%BA%B0%E0%BA%99%E0%BA%B2%E0%BA%84%E0%BA%B2%E0%BA%99%E0%BB%82%E0%BA%A5%E0%BA%81%20%E0%BA%88%E0%BA%B7%E0%BB%88%E0%BA%87%E0%BA%88%E0%BA%B0%E0%BA%8A%E0%BB%88%E0%BA%A7%E0%BA%8D%20%E0%BA%97%E0%BA%A5%E0%BA%8D%20%E0%BA%95%E0%BA%B7%E0%BB%88%E0%BA%A1.doc