Published on Poverty Reducetion Fund (https://prflaos.org/test)

Home > ຝືກອົບຮົມຄຸ້ມຄອງນຳໃຊ້ໂຄງການກໍ່ສ້າງໂຮງຮຽນບ້ານຈ່າຄຳປິງ ກຸ່ມບ້ານສີວິໄລ ເມືອງລອງແຂວງຫລວງນ້ຳທາ ຮອບວຽນທີ11

ຝືກອົບຮົມຄຸ້ມຄອງນຳໃຊ້ໂຄງການກໍ່ສ້າງໂຮງຮຽນບ້ານຈ່າຄຳປິງ ກຸ່ມບ້ານສີວິໄລ ເມືອງລອງແຂວງຫລວງນ້ຳທາ ຮອບວຽນທີ11 [1]

Posting Date: 
11 Dec 2014

ຝືກອົບຮົມ​ຄຸ້ມຄອງ​ນຳ​ໃຊ້ໂຄງການ​ກໍ່ສ້າງ​​ໂຮງຮຽນ


ປະຖົມ ​ບ້ານ​ຈ່າ​ຄຳ​ປິງ ກຸ່ມ​ບ້ານ​ສີວິ​ໄລ ​ເມືອງ​ລອງແຂວງຫລວງ​ນ້ຳ​ທາຮອບວຽນທີ11


 


​ໂດຍ: ສໍ​ລະ​ພົງພະນະ​ຄອນ


ໃນ​ວັນ​ທີ  ​​​20  ພະຈິກ 2014 ທລຍ ​ເມືອງລອງ ​ແຂວງ​ຫລວງ​ນໍ້າ​ທາ ​ໄດ້ຈັດຝຶກອົບຮົມຄຸ້ມ​ຄອງ​ນຳ​ໃຊ້​ໂຄງການ​ຍ່ອຍຂຶ້ນ ສໍາລັບໂຄງການ​ກໍ່ສ້າງ​​ໂຮງຮຽນປະຖົມ ​ບ້ານ​ຈ່າ​ຄຳ​ປິງກຸ່ມ​ບ້ານ​ສີວິ​ໄລ ​​ທັ້ງນີ້​ກໍເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້ແກ່​ທີ​ມງານ​ຈັດ​ຕັ້ງ​ປະຕິບັດ​ຂັ້ັ້ນບ້ານ ​ແລະ ຜູ້​ປະສານ​ກຸ່ມ​ບ້ານໃຫ້​ມີ​ຄວາມ​ຮູ້ ຄວາມ​ສາມາດ ​ແລະ ​ເຂົ້າ​ໃຈ​ໃນ​ການ​ບົວລະບັດ​ຮັກສາ​ຄຸ້ມ​ຄອງ​ໂຄງການ​ຍ່ອຍ​ໃຫ້​ມີ​ຄວາມ​ຍືນ​ຍົງ ​​ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ຜູ້​ປະສານ​ງາ​ນຝ່າຍລັດ, ​ຂະ​ແໜງການ​ສືກສາພ້ອມ​ດ້ວຍ​ທີ​ມງານກຸ່ມ​ບ້ານ,ຂັ້ນບ້ານອຳນາດການປົກຄອງບ້ານ​ແລະ​ ຊາວບ້ານທັງໝົດ 51 ຄົນ,ຍິງ 4 ຄົນ.


ສໍາລັບ​ການ​ຝືກ​ໃນ​ຄັ້ງນີ້​ ມີຫົວຂໍ້ສຳຄັນ​ຄື:


§  ນຳສະ​ເໜີ​ໂຄງ​ຮ່າງ​ການຈັດຕັ້ງ ຂອງ​ຄະນະ​ກຳມະການ​ບົວລະບັດ​ຮັກສາ​ອາຄານ ​


§  ນຳ​ສະ​ເໜີ ພາລະ​ບົດບາດ​ຂອງ​ຄະນະ​ກຳມະການບົວລະບັດ​ຮັກສາອາຄານ


§  ແນະນຳ​ການ​ສ້າງ​ກອງ​ທຶນບູລະນະ​ສ້ອມ​ແປງ ​ແລະ ຄຸ້ມ​ຄອງ​ນໍາ​ໃຊ້


§  ນຳ​ສະ​ເໜີກົດ​ລະບຽບຂອງ​ການນໍາ​ໃຊ້​ເງິນ


§  ນຳ​ສະ​ເໜີການວາງ​ແຜນການ​ກວດກາ​ຕິດຕາມ​ການ​ບົວລະບັດ​ການ​ສ້ອມ​ແປງ


§  ນຳ​ສະ​ເໜີ ອະທິບາຍ ຂັ້ນຕອນ​ການ​ສ້ອມ​ແປງ


§  ອະທິບາຍ​ຮູບ​ພາບ​ກ່ອນ​ການ​ສ້ອມ​ແປງ ​ແລະ ຫຼັງ​ສ້ອມ​ແປງ


 


ພ້ອມ​ດຽວ​ກັນ​ນັ້ນ ໃນ​ການ​ຝືກ​ໃນ​ຄັ້ງນີ້ໄດ້​ມີ​ການ​ຄັດ​ເລືອກຄະນະ​ຮັບຜິດຊອບໃນການປົກປັກຮັກສາໂຮງຮຽນເພື່ອ​ເອົາ​ລາຍ​ຊື່​ເຂົ້າ​ໃນ​ໂຄງ​ຮ່າງ​ການ​ຈັດຕັ້ງ, ໄດ້​ຕົກລົງ​ສ້າງ​ກອງ​ທຶນ​ໂດຍ​ການ​ປືກສາ​ຫາລື​ກັນ​ລະຫວ່າງ​ອົງການ​ຈັດຕັ້ງບ້ານ ​ແລະ ຊາວບ້ານ, ໄດ້​ຕົກລົງ​ເປັນ​ເອກະ​ພາບກັນ ​ເກັບ​ເງິນສ້າງ​ກອງ​ທຶນ​ເປັນ​ຈຳນວນ 2000ກີບ/​ເດືອນ ເກັບ2ຄັ້ງ/ປີ​ ​ແລະ​ໄດ້​ເຮັດ​ບົດ​ບັນ​ທືກ​ໄວ້ພ້ອມ​ນັ້ນກໍ່​ໄດ້​ສ້າງ​ກົດ​ລະບຽບໃນການນຳໃຊ້ເງິນກອງທຶນແລະ ລະບຽບໃນການຄຸ້ມຄອງໂຮງຮຽນດັ່ງກ່າວ.


            ຜ່ານການຝຶກອົບຮົມຄັ້ງນີ້ ​ເຫັນ​​ໄດ້ວ່າຊາວບ້ານໄດ້ມີ​ຄວາມ​ເຂົ້າ​ໃຈຮັບຮູ້ຕໍ່ກັບການຄຸ້ມຄອງນຳໃຊ້ແລະ ການສ້າງເງິນກອງທຶນເພື່ອປົກປັກຮັກສາໂຄງການແບບຍືນຍົງ.

Attachment: 
Microsoft Office document icon News_LTH_Training.doc [2]

Government's Office
Nahaidiao Rd, Sisavathtai village, Chanhthabuly district, Vientiane Capital
Tel: (856-21)-261480 / Fax:(856-21)-261481
P.O.Box 4625 / E-mail: info@prflaos.org
@ All Rights Reserved. Designed by PRF

Supported by:

   


Source URL: https://prflaos.org/test/la/node/891

Links:
[1] https://prflaos.org/test/la/node/891
[2] https://prflaos.org/test/sites/default/files/news/891/attachment/News_LTH_Training.doc