52ໂຄງການຍ່ອຍ ໄດ້ຖືກຮັບຮອງໃນກອງປະຊຸມຂັ້ນເມືອງ ທລຍ ແຂວງສະຫວັນນະເຂດ
ໂດຍ: ສິນນະຄອນ ອິນທິລາດ
52 ໂຄງການຍ່ອຍ ໄດ້ຖືກຮັບຮອງ ຢູ່ກອງປະຊຸມປະສານງານການວາງແຜນຂັ້ນເມືອງ ຂອງແຕ່ລະເມືອງເປົ້້້າໝາຍ ທລຍ ແຂວງ ສະຫວັນນະເຂດ ເພື່ອຈະໄດ້ນໍາໄປຈັດຕັ້ງປະຕິບັດ ໃນຮອບວຽນ ທີ 15 ສົກປີ 2017-18 ເພື່ອປະກອບສ່ວນເຂົ້າໃນການ ແກ້ໄຂຫຼຸດຜ່ອນຄວາມທຸກຍາກຂອງ ຊຸມຊົນໂດຍສະເພາະໃນບັນດາບ້ານເປົ້າໝາຍທີ່ທຸກຍາກ ແລະ ຫ່າງໄກສອກຫຼີກ.
ກອງປະຊຸມດັ່ງກ່າວໄດ້ຈັດຂື້ນທ້າຍເດືອນມິຖຸນາ 2017 ເພື່ອລາຍງານຜົນ ໃນການຈັດຕັ້ງປະຕິບັດໂຄງການໃນປີຜ່ານມາ ເພື່ອເປີດໂອກາດໃຫ້ຕົວແທນ ຂອງແຕ່ລະກຸ່ມບ້ານໄດ້ນໍາສະເໜີ ແຜນພັດທະນາກຸ່ມບ້ານຂອງຕົນ ເພື່ອປືກສາຫາລືຄົ້ນຄວ້າຮັບຮອງ ເອົາແຜນພັດທະນາ ກຸ່ມບ້ານດ້ວຍເຫດດ້ວຍຜົນທີ່ເໝາະສົມ ປືກສາຫາລື ໄປເຖິງແຜນການປົກປັກຮັກສາຄຸ້ມຄອງນໍາໃຊ້ ໃນເມື່ອກໍ່ສ້າງສໍາເລັດ ລວມທັງການປືກສາຫາລື ເພື່ອບໍ່່ໃຫ້ການຈັດຕັ້ງປະຕິບັດໂຄງການ ໄປຊໍ້າຊ້ອນກັນ ກັບການຊ່ວຍເຫລືອ ຈາກໂຄງການພັດທະນາອື່ນໆ ແລະ ແຜນພັດທະນາເສດຖະກິດສັງຄົມຂອງເມືອງ ທັງນີ້ທັງນັ້ນກໍແມ່ນເພື່ອ ເຮັດໃຫ້ ຜົນປະໂຫຍດຕ່າງໆໃນການຈັດຕັ້ງປະຕິບັດໃຫ້ຕົກໄປໃສ່ ພໍ່ແມ່ ປະຊາຊົນຜູ້ທີ່ທຸກຍາກແທ້ໆ ແລະ ເຮັດໃຫ້ໂຄງການ ກໍ່ສ້າງນັ້ນມີຄວາມຍືນຍົງ ເຊີ່ງກອງປະຊູມດັ່ງກ່າວນີ້ ປະກອບມີ ທ່ານ ເຈົ້າເມືອງ ຫຼື ຮອງ ເຈົ້າເມືອງ ຜູ້ຮັບຜິດຊອບຊີ້ນໍາວຽກງານ ທລຍ ຂອງແຕ່ລະເມືອງ ເປັນປະທານ ແລະ ການເຂົ້າຮ່ວມຂອງ ພະແນກການ -ການລົງທຶນແຂວງ, ພະແນກກະສິກໍາ-ປ່າໄມ້ແຂວງ, ຫ້ອງການກ່ຽວຂ້ອງຈາກ ເມືອງ, ອົງການຈັດຕັ້ງມະຫາຊົນ, ອົງການຊ່ວຍເຫຼືອຂອງສາກົນ ທີ່ມີຢູ່ພາຍໃນແຕ່ລະເມືອງ, ຜູ້ປະສານງານ ແລະ ຕົວແທນກຸ່ມບ້ານ ໃນແຕ່ລະກຸ່ມເປົ້າ ໝາຍພາຍໃນແຕ່ລະເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ຜົນການຄົ້ນຄວ້າປືກສາຫາລື ກັນໃນກອງປະຊຸມປະສານງານການວາງແຜນຂັ້ນເມືອງ ແຕ່ລະເມືອງເປົ້າໝາຍຂອງ ທລຍ ແຂວງສະຫວັນນະເຂດໃນຄັ້ງນີ້ ໄດ້ຮັບຮອງເອົາຈໍານວນ 52ໂຄງການຍ່ອຍ ຄາດວ່າຈະໄດ້ນໍາໃຊ້ງົບປະມານທັງໝົດ 14,897,600,000ກີບ ໃນນັ້ນ ມີຈໍານວນໂຄງການ ທີ່ຂື້ນກັບຂະແໜງ ສຶກສາທິການ ແລະ ກິລາ 17ໂຄງການ ຈະນໍາໃຊ້ງົບປມານ 5,848,000,000ກິບ, ຈໍານວນໂຄງການ ທີ່ຂື້ນກັບ ຂະແໜງ ໂຍທາທິການ ແລະ ຂົນສົ່ງ ມີ 16ໂຄງການຈະນໍາໃຊ້ງົບປມານ 4,956,000,000ກີບ, ໂຄງການທີ່ຂຶ້ນກັບ ຂະແໜງສາທາລະນະສຸກ ມີ13ໂຄງການ ຈະນໍາໃຊ້ງົບປມານ 3,349,000,000 ກີບ, ຈໍານວນໂຄງການ ທີ່ຂື້ນກັບ ຂະແໜງກະສິກໍາ-ປ່າໄມ້ ມີ3ໂຄງການ ຈະນໍາໃຊ້ງົບປມານ 464,000,000 ກີບ ,ຈໍານວນໂຄງການ ທີ່ຂື້ນກັບ ຂະແໜງພະລັງງານ ແລະ ບໍ່ແຮ່ ມີ3ໂຄງການ ຈະນໍາໃຊ້ງົບປມານ 280,500,000ກີບ. ເຊິ່ງງົບປະມານດັ່ງກ່າວນັ້ນໄດ້ຮັບການຊ່ວຍເຫຼືອຈາກທະນາຄານໂລກ, ອົງການເພື່ອການພັດທະນາ ແລະ ຮ່ວມມືຂອງປະເທດສະວິດເຊີແລນ, ທຶນປະກອບສ່ວນຈາກລັດຖະບານ ພ້ອມນັ້ນຊຸມຊົນ ແຕ່ລະທ້ອງຖິ່ນຍັງຈະໄດ້ປະກອບສ່ວນຕາມຮູບແບບການພັດທະນາແບບມີສ່ວນຮ່ວມ. ໃນອະນາຄົດຖ້າການກໍ່ສ້າງໂຄງການດັ່ງກ່າວນີ້ສໍາເລັດແລ້ວ ຕົວແທນຊຸມຊົນໄດ້ສັນຍາວ່າຈະໄດ້ມີການ ອອກລະແບບ ສ້າງກອງທຶນໃນການປົກປັກຮັກສາ ແລະ ຄຸ້ມຄອງນໍາໃຊ້ເພື່ອໃຫ້ໂຄງການຕ່າງໆເຫລົ່ານັ້ນມີຄວາມຍືນຍົງ ຄຸ້ມຄ່າໃນການລົງທຶນອີກດ້ວຍ.