ທລຍ ຊ່ວຍພັດທະນາເມືອງຊໍາໃຕ້
ໂດຍ: ພັດທະນາຊຸມຊົນ ທລຍ ເມືອງຊຳໃຕ້
ກອງທຶນລຸດຜ່ອນຄວາມທຸກຍາກ(ທລຍ) ໄລຍະທີ 3ໄດ້ຕໍ່ເນື່ອງມາຈາກ ທລຍ 2 ຊື່ງມີກໍານົດນັບແຕ່ປີ 2017 ຈົນເຖີງປີ 2019 ໂດຍຊຸມຊົນເປັນຜູ້ສ້າງແຜນພັດທະນາຂັ້ນບ້ານ, ຂັ້ນກຸ່ມບ້ານ ແລະ ກໍ່ໄດ້ວາງແຜນເປັນແຕ່ລະຮອບວຽນ ຫຼື ເປັນແຕ່ລະປີໂດຍອີງຕາມງົບປະມານເພດານຂອງແຕ່ລະກຸ່ມ. ສໍາລັບປີ 2017ນີ້ ຢູ່ເມືອງຊໍາໃຕ້ໄດ້ຮັບການສະໜັບສະໜູນທຶນຈາກ ທລຍ ທັງໝົດ 11ໂຄງການຍ່ອຍ ໃນນັ້ນ ກວມເອົາວຽກງານຂະແໜງການ ຍທຂ 3 ໂຄງການ, ກວມເອົາຂະແໜງກະສິກໍາ 2 ໂຄງການ, ກວມເອົາຂະແໜງສຶກສາທິການ-ກິລາ 4 ໂຄງການ, ກວມເອົາຂະແໜງສາທາລະນະສຸກ 2 ໂຄງການ, ຕົກເປັນມູນຄ່າ ທັງໜົດ 2 ກວ່າຕື້ກີບ ເຊິ່ງໄດ້ຈັດຕັ້ງປະຕິບັດຢູ່ 7ກຸ່ມບ້ານເປົ້າໝາຍຄື: ກຸ່ມບ້ານຫົວຊຽງ, ກຸ່ມບ້ານໜອງຄໍາ, ກຸ່ມບ້ານລ້ອງແກ້ມ, ກຸ່ມບ້ານຊຽງບານ, ກຸ່ມບ້ານຜາຫາດ, ກຸ່ມບ້ານກະສອນ ແລະ ກຸ່ມບ້ານເມືອງປາວ. ການກໍ່ສ້າງໄດ້ເລີ່ມຈັດຕັ້ງປະຕິບັດຕົວຈີງນັບແຕ່ທ້າຍເດືອນ ມິຖຸນາປີ2017ເປັນຕົ້ນມາ ແລະ ມາເຖີງປະຈຸບັນການກໍ່ສ້າງໄດ້ສໍາເລັດ 100ແລ້ວຈໍານວນ 4ໂຄງການ ໃນນັ້ນໄດ້ກວດກາຜົນສຳເລັດ 100 ຈໍານວນ 1ໂຄງການ, ສໍາເລັດ 100ແຕ່ຍັງບໍ່ທັນໄດ້ກວດກາຜົນສຳເລັດ 100% ມີ 3ໂຄງການ ແລະ ຍັງພວມສືບຕໍ່ຈັດຕັ້ງປະຕິບັດຢູ່ໃນປະຈຸບັນຈໍານວນ 7ໂຄງການ, ຈໍານວນທີ່ຍັງພວມຈັດຕັ້ງປະຕິບັດຢູ່ນັ້ນມີຄວາມຄືບໜ້າ ນັບແຕ່ 55% ເຖິງ 90% ໂດຍສະເລັ່ຍ ມາຮອດປັດຈຸບັນ ມີຄວາມຄືບໜ້າສໍາເລັດແລ້ວປະມານ 66,46%ຄາດວ່າການກໍ່ສ້າງຈະໃຫ້ສໍາເລັດ 100% ໃນທ້າຍເດືອນທັນວາ 2017 ທີ່ຈະມາເຖິງນີ້.