ກອງປະຊຸມຄະນະບໍລິຫານໂຄງການກອງທຶນຫລຸດຜ່ອນຄວາມທຸກຍາກ (ທລຍ)
ປະຈຳ 6 ເດືອນຕົ້ນປີ 2014
ໂດຍ: ແສງເພັດ ວັນນະວົງ
ໃນລະຫວ່າງວັນທີ່ 18-21 ມິນາ 2014 ກອງທຶນຫລຸດຜ່ອນຄວາມທຸກຍາກ (ທລຍ) ໄດ້ຈັດກອງປະຊຸມລະຫວ່າງຄະນະບໍລິຫານໂຄງການ ຂຶ້ນຢູ່ທີ່ແຂວງໄຊຍະບູລີ ໂດຍການເຂົ້າຮ່ວມຂອງຫົວໜ້າພະແນກ ປະຈຳຫ້ອງການ ທລຍ ຂັ້ນສູນກາງ ແລະ ຜູ້ຮັບຜິດຊອບໂຄງການ 10 ແຂວງຄື: ແຂວງຜົ້ງສາລີ, ຫລວງນ້ຳທາ, ອຸດົມໄຊ, ຫລວງພະບາງ, ຫົວພັນ, ຊຽງຂວາງ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະອັດຕະປື ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ບຸນກວ້າງ ສຸວັນນະພັນ ຜູ້ອຳນວຍການບໍລິຫານ ທລຍ. ຈຸດປະສົງ ຂອງກອງປະຊຸມດັ່ງກ່າວນີ້ ແມ່ນເພື່ອປຶກສາຫາລື ຕ່ໍກັບຜົນຂອງການມາປະເມີນຜົນເຄີ່ງໄລຍະ ຂອງການດຳເນີນວຽກງານ ທລຍ ຂອງຜູ້ໃຫ້ທຶນ ທີ່ໄດ້ດຳເນີນຢູ່ໃນລະຫວ່າງວັນທີ່ 27 ມັງກອນ- 14 ກຸມພາ 2014. ໂດຍພາບລວມຂອງການປະເມີນຜົນໃນເທື່ອນີ້ນັ້ນ ຜູ້ໃຫ້ທຶນໄດ້ສະແດງຄວາມຊົມເຊີຍ ທັງໃຫ້ທັດສະນະວ່າ ວຽກງານ ທລຍ ໄດ້ຈັດຕັ້ງປະຕິບັດຢ່າງມີປະສິດທິພາບ ແລະ ປະສິດທິຜົນ ຊຶ່ງສະແດງອອກຢູ່ບ່ອນວ່າຜູ້ໃຫ້ທຶນໄດ້ໃຫ້ຄວາມຫວັງໃນການສືບຕ່ໍ ໂຄງການ ທລຍ ໄລຍະ 3 ພາຍຫລັງ ໄລຍະທີ່ສອງນີ້ຈະສິ້ນສຸດລົງ ໃນທ້າຍປີ 2016. ເຖິງແນວໃດກໍຕາມ ການຈັດຕັ້ງປະຕິບັດວຽກງານ ທລຍ ຜ່ານມານັ້ນ ບໍ່ປາສະຈາກໄດ້ຕ່ໍກັບຂໍ້ຂາດຕົກບົກພ່ອງ ແລະ ສິ່ງທ້າທາຍຕ່າງໆ ເພາະວ່າວຽກງານ ທລຍ ແມ່ນວຽກງານອັນໃໝ່ ທີ່ນຳໃຊ້ຮູບແບບການພັດທະນາທີ່ຂັບເຄື່ອນຢູ່ ສ ປ ປ ລາວ ຂອງພວກເຮົາ ໂດຍສະເພາະການມອບສິດ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ພ່ໍແມ່ປະຊາຊົນ ໃນການເປັນເຈົ້າການໃນການພັດທະນາຊຸມຊົນຂອງເຂົາເຈົ້າໂດຍເຂົາເຈົ້າເອງ. ສະນັ້ນ, ຢູ່ໃນກອງປະຊຸມລະຫວ່າງຄະນະບໍລິຫານໂຄງການຂຶ້ນຢູ່ທີ່ແຂວງໄຊຍະບູລີຄັ້ງນີ້ ຈຶ່ງໄດ້ປຶກສາຫາລືຮ່ວມກັນ ກ່ຽວກັບວິທີການທີ່ຈະປັບປຸງແຕ່ລະດ້ານ ຕາມຄວາມເຫັນຂອງຜູ້ໃຫ້ທຶນ ເພື່ອເຮັດແນວໃດໃຫ້ວຽກງານ ທລຍ ທີ່ຍັງເຫລືອໃນເຄີ່ງໄລຍະທ້າຍນີ້ (2014-2016) ໃຫ້ມີຜົນສຳເລັດຕາມລະດັບຄາດໝາຍ ແລະ ສາມາດກາຍເປັນຕົວແບບໃນການພັດທະນາຊຸມຊົນໃນເຂດຊົນນະບົດ. ສຳລັບກອງປະຊຸມເທື່ອຕ່ໍໄປຂອງຄະນະຮັບຜິດຊອບໂຄງການຄັ້ງຕ່ໍໄປ ຄາດວ່າຈະຈັດຂຶ້ນໃນອີກ 6 ເດືອນຕ່ໍໜ້າ.