ທລຍ ສົ່ງເສີມຊາວກະສິກອນ 5 ແຂວງ ຈໍານວນ 64 ຄົນ ໄດ້ມີໂອກາດຖອດຖອນບົດຮຽນຈາກແຫລ່ງທໍາການຜະລິດຕ່າງໆ ໃນນະຄອນຫລວງວຽງຈັນ
ໂດຍ: ແສງອາລຸນ ພິລາຈັນ
ໂຄງການປັບປຸງການຄ້ຳປະກັນສະບຽງອາຫານເຂດເນີນສູງຂອງ ສປປ ລາວ (Lao Upland Food Security Improvement Project - LUFSIP) ຖືກຈັດຕັ້ງປະຕິບັດຕາມຂໍ້ຕົກລົງຮ່ວມມືລະຫວ່າງ 3 ຝ່າຍ: ກະຊວງກະສິກໍາ ແລະ ປ່າໄມ້, ກອງທຶນ ແກ້ໄຂວິກິດການດ້ານສະບຽງອາຫານ ຂອງສະຫະພາບເອີຣົບ (European Union Food Crisis Rapid Response Facility Trust Fund - EC) ແລະອົງການເພື່ອການພັດທະນາລະຫວ່າງປະເທດ (International Development Association - IDA).
ໂຄງການປັບປຸງການຄ້ຳປະກັນສະບຽງອາ ຫານເຂດເນີນສູງຂອງ ສປປ ລາວ ມີອາຍຸຈັດຕັ້ງປະ ຕິບັດທັງໝົດ 4 ປີ 6 ເດືອນ ເຊິ່ງຈະເລີ່ມຈັດຕັ້ງປະຕິ ບັດແຕ່ເດືອນກໍລະກົດ ປີ 2010 ເຖິງເດືອນ ທັນວາ ປີ 2014, ຖືວ່າໃກ້ຈະສໍາເລັດໃນການຈັດຕັ້ງປະຕິບັດໂຄງການ100%.
ຈຸດປະສົງຂອງໂຄງການດັ່ງກ່າວແມ່ນເພື່ອເສີມຂະຫຍາຍການຄ້ຳປະກັນສະບຽງອາຫານໃຫ້ແກ່ຄອບຄົວຜູ້ທຸກຍາກຊົນນະບົດຢູ່ເຂດໃນພື້ນທີ່ເປົ້າໝາຍຂອງໂຄງການໃນເຂດເນີນສູງ ດ້ວຍວິທີການສາທິດ ແລະນຳໃຊ້ແນວພັນເຂົ້າປັບປຸງພື້ນຖານລະບົບການຜະລິດຂອງຊາວກະສິກອນຢູ່ໃນບັນດາແຂວງ ແລະ ເມືອງທຸກຍາກໃນເຂດພາກເໜືອຂອງ ສ.ປ.ປ ລາວ; ແລະແກ້ໄຂຕາມຄວາມຮຽກຮ້ອງຂອງຊຸມຊົນ ທີ່ໄດ້ຮັບຜົນຮ້າຍຈາກພະຍຸເກດສະໜາທີ່ເກີດຂຶ້ນຢູ່ພາກໃຕ້ຂອງລາວໃນປີ 2009.
ໃນນັ້ນ ໄດ້ແບ່ງງົບປະມານດັ່ງກ່າວອອກເປັນ 4 ກິດຈະກຳຄື:
ກິດຈະກຳ 1.
ສົ່ງເສີມການຜະລິດຕາມລະບົບນິເວດກະສິກຳ ແລະ ປັບປຸງສູນຂະຫຍາຍແນວພັນ. ຈຳນວນທຶນທັງໝົດ 2,03 ລ້ານ ໂດລາສະຫະລັດ, ເຊິ່ງກະຊວງກະສິກຳ - ປ່າໄມ້ ເປັນຜູ້ຮັບຜິດຊອບ.
ກິດຈະກຳ 02:
ພັດທະນາລະບົບການຜະລິດ ຂອງ ຊາວກະສິກອນໂດຍນຳໃຊ້ເຕັກນິກລະບົບນິເວດກະສິກຳ ເພື່ອປັບ ປຸງດິນ. ຈຳນວນທຶນທັງໝົດ 3,33 ລ້ານ ໂດລາສະ ຫະລັດ, ເຊິ່ງກະຊວງກະສິກຳ-ປ່າໄມ້ ເປັນຜູ້ຮັບຜິດ ຊອບ.
ກິດຈະກຳ 03:
ປັບປຸງໂຄງລ່າງຊົນນະບົດເພື່ອຟື້ນຟູຊີວິດການເປັນຢູ່ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ (ທີ່ໄດ້ຮັບຜົນກະທົບຈາກພະຍຸເກດສະໜາ) ຈຳນວນທຶນທັງໝົດ 7,92 ລ້ານ ໂດລາສະຫະລັດ, ເຊິ່ງມອບໃຫ້ ທລຍ ເປັນຜູ້ຮັບຜິດຊອບ ແລະນຳໃຊ້ເຂົ້າໃນ 2 ກິດຈະກຳຄື:
(1).ສ້າງໂຄງລ່າງກະສິກຳ ເພື່ອປັບປຸງຊີວິດການເປັນຢູ່ຂອງຊາວກະສິກອນ 3,73 ລ້ານ ໂດລາສະຫະ ລັດ ຢູ່ 17 ເມືອງ ຂອງ 5 ແຂວງ ລວມມີ ແຂວງ ຫົວພັນ (ເມືອງຫົວເມືອງ, ວຽງທອງ, ຊຳໃຕ້, ວຽງໄຊ ແລະຊຽງຄໍ້); ແຂວງຫຼວງນ້ຳທາ (ວຽງພູຄາ, ນາແລ ແລະລອງ); ແຂວງຊຽງຂວາງ (ທ່າໂທມ, ຄູນ ແລະໜອງແຮດ), ແຂວງສະຫວັນນະເຂດ (ພິນ, ເຊໂປນ, ວິລະບູລີ ແລະ ນອງ) ແລະແຂວງ ເຊກອງ (ດາກຈຶ່ງ ແລະກະລຶມ); ແລະ
(2).ສ້າງໂຄງລ່າງຊົນນະບົດ ດ້ວຍວິທີການສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ 4,19 ລ້ານ ໂດລາສະຫະລັດ ຢູ່ 13 ເມືອງ ຂອງ 3 ແຂວງ ລວມມີ ແຂວງສາລະວັນ (ຕະໂອ້ຍ, ສະມ້ວຍ, ຕຸ້ມລານ ແລະສາລະວັນ); ແຂວງເຊກອງ (ລະມາມ, ທ່າແຕງ, ດາກຈຶ່ງ ແລະກະລຶມ) ແລະແຂວງອັດຕະປື (ໄຊເຊດຖາ, ສະໜາມໄຊ, ສາມັກຄີໄຊ, ສານໄຊ ແລະພູວົງ).ສະເພາະກິດຈະກໍາທີ 03 ທີ່ກວາມເອົາ 2 ວຽກນັ້ນ ແມ່ນໄດ້ມອບໝາຍໃຫ້ກອງທຶນຫລຸດຜ່ອນຄວາມທຸກຍາກ(ທລຍ) ເປັນຜູ້ຈັດຕັ້ງປະຕິບັດ.
ກິດຈະກຳ 04:
ປະສານງານ ແລະ ຄຸ້ມຄອງບໍລິຫານໂຄງການ 1,31 ລ້ານ ໂດລາສະຫະລັດ.
ເພື່ອເຮັດໃຫ້ໂຄງການດັ່ງກ່າວປະສົບຜົນສຳເລັດຕາມແຜນການທີ່ໄດ້ກຳນົດ ແລະ ມີປະສິດທິພາບ ແລະປະສິດທິຜົນ ທັງເປັນການຫັນປ່ຽນແນວຄິດເດີມ, ຮູບແບບການຜະລິດທີ່ຂຶ້ນກັບທໍາມະຊາດໄປສູ່ລະບົບການຜະລິດທີ່ນໍາໃຊ້ເຕັກນິກ ຍົກສູງຜົນຜະລິດ ຊຶ່ງເປັນການບຸກທະລຸທາງດ້ານຈິນຕະນາການຂອງຊາວກະສິກອນ, ປູກຈິດສໍານຶກໃນການນໍາໃຊ້ແນວພັນ ປັບປຸງເຕັກນິກໃໝ່ເຂົ້າໃນການຜະລິດ ພ້ອມທັງໃຫ້ໂອກາດຊຸກຍູ້ສົ່ງເສີມຊາວກະສິກອນໃຫ້ມີຄວາມຮູ້ຄວາມສາມາດ ແລະ ພັດທະນາແນວຄວາມຄິດຂອງຕົນໃຫ້ກ້ວາງໄກນັ້ນ ໃນລະຫວ່າງວັນທີ 23-24 ກໍລະກົດ 2014 ຜ່ານມາ ທລຍ ຈຶ່ງໄດ້ເຊື້ອເຊີນ ນໍາພາເອົາຊາວກະສິກອນຜູ້ຫ້າວຫັນ, ດີເດັ່ນໃນກຸ່ມການຜະລິດ ທີ່ໄດ້ຮັບການຍ້ອງຍໍຈາກເມືອງຫົວເມືອງ, ເມືອງຮ້ຽມ, ເມືອງຊຽງຄໍ້, ເມືອງວຽງໄຊ, ເມືອງຊໍາໃຕ້ ແຂວງຫົວພັນ, ເມືອງລອງ, ເມືອງນາແລ, ເມືອງວຽງພູຄາ ແຂວງຫລວງນໍ້າທາ, ເມືອງຄູນ ແຂວງຊຽງຂວາງ, ເມືອງທ່າໂທມ ແຂວງໄຊສົມບູນ, ເມືອງວິລະບູລີ, ເມືອງພີນ ແລະ ເມືອງເຊໂປນ ແຂວງສະຫວັນນະເຂດ ລວມທັງໝົດ 64 ຄົນ ໄປຢ້ຽມຢາມແຫລ່ງທໍາການຜະລິດຕ່າງໆ ໃນນະຄອນຫລວງວຽງຈັນເຊັ່ນ: (1) ຕະຫລາດຊາວສວນກະສິກໍາອິນຊີນະຄອນຫລວງວຽງຈັນຢູ່ເດີ່ນທາດຫລວງ ໃນນັ້ນ ໄດ້ຮັບຟັງການລາຍງານຂອງຄະນະກໍາມະການຕະຫລາດ, ເບິ່ງການຂາຍຜັກຂອງຊາວສວນ ແລະ ແລກປ່ຽນບົດຮຽນນໍາກັນ, (2) ຢ້ຽມຢາມຟາມປູກມອນລ້ຽງມ້ອນ ຢູ່ເມືອງສັງທອງ ເບິ່ງການປູກມອນລ້ຽງມ້ອນທີ່ເປັນການສ້າງລາຍຮັບຂອງກຸ່ມແມ່ຍິງ, (3) ຢ້ຽມຢາມກຸ່ມປູກເຂົ້າອີນຊີ ແລກປ່ຽນບົດຮຽນເຕັກນິກການປູກເຂົ້າເປັນສິນຄ້າ,(4) ການຄຸ້ມຄອງຊົນລະປະທານຂອງກຸ່ມປູກເຂົ້າອີນຊີ, (5)ຢ້ຽມຢາມຟາມປາດຖະໜາ ເບິ່ງວິທີການລ້ຽງແບ້, ການລ້ຽງງົວ ແລະ ການປູກຫຍ້າ ເພື່ອລ້ຽງສັດ ແລະ ສົນທະນາການລ້ຽງສັດຕາມສັນຍາ 2+3, (6) ຢ້ຽມຢາມຟາມພັນເພັດ ບ້ານໜອງແຫວ້ ເມືອງຫາດຊາຍຟອງ ເບີ່ງເຕັກນິກການປູກເຂົ້ານໍາໃຊ້ກົນຈັກທັນສະໃໝ, ການຕົກກ້າດໍານາດ້ວຍລົດ, ການເພາະລ້ຽງພັນປາ ແລະ ການສົ່ງເສີມການປູກເຂົ້າເປັນສີນຄ້າແບບຜູກພັນສັນຍາໃນເຂດຊົນລະປະທານ, (7) ຢ້ຽມຢາມກຸ່ມປູກຜັກອີນຊີ ບ້ານໂນນແຕ້ ເມືອງໄຊທານີ ເບິ່ງການປູກຜັກອີນຊີ, ການຈັດຕັ້ງກຸ່ມ ແລະ ການຕະຫລາດກຸ່ມປູກຜັກປອດສານພິດ.
ພາຍຫລັງທີ່ສໍາເລັດການຢ້ຽມຢາມແຫລ່ງທໍາການຜະລິດແລ້ວ ເພື່ອເຮັດໃຫ້ການທັດສະນະສຶກສາໃນຄັ້ງນີ້ມີຄວາມ ໝາຍຄວາມສໍາຄັນ ແລະ ເກີດຜົນປະໂຫຍດສູງສຸດນັ້ນ ທ່ານ ບຸນເຮືອງ ດວງພະຈັນ, ລັດຖະມົນຕີປະຈໍາຫ້ອງວ່າການລັດຖະບານ, ຫົວໜ້າຄະນະພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຂັ້ນສູນກາງ ໄດ້ໃຫ້ກຽດໂອ້ລົມ ພົບປະ ຊາວກະສິກອນທີ່ມາທັດສະນະສຶກສາໃນຄັ້ງນີ້ ທີ່ສູນຝຶກອົບຮົມສະຫະພັນແມ່ຍິງລາວ(ໂພນທັນ) ເຊິ່ງມີບາງຕອນ ທ່ານ ບຸນເຮືອງ ດວງພະຈັນ ໄດ້ກ່າວວ່າ: ຂ້າພະເຈົ້າ ຮູ້ສຶກເປັນກຽດ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຮັບການເຊື້ອເຊີນ ຈາກ ກອງທຶນຫລຸດຜ່ອນຄວາມທຸກຍາກ(ທລຍ) ໃຫ້ມາພົບປະ ແລະ ໂອ້ລົມກັບບັນດາທ່ານ ຊຶ່ງເປັນຕົວແທນຂອງກຸ່ມຜະລິດ ແລະ ນຳໃຊ້ນ້ຳຊົນລະປະທານ ທີ່ເດີນທາງມາຈາກ ແຂວງຫົວພັນ, , ຫລວງນ້ຳທາ, ຊຽງຂວາງ, ໄຊສົມບູນ ແລະ ສະຫວັນນະເຂດ ຈຳນວນທັງໝົດ 64 ທ່ານ ເພື່ອມາຮ່ວມ ການທັດສະນະສຶກສາ ຢ້ຽມຢາມ ການປູກ-ການລ້ຽງ ຢູ່ທີ່ ເມືອງສັງທອງ, ຫາດຊາຍຟອງ ແລະ ເມືອງໄຊທານີ, ນະຄອນຫລວງວຽງຈັນ.
ການທັດສະນະສຶກສາ ແລະ ຖອດຖອນບົດຮຽນໃນຄັ້ງນີ້ມີຄວາມໝາຍສຳຄັນ ກໍ່ເພາະວ່າ: ເປັນເວລາທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນຊາວລາວທັງຊາດ ກຳລັງຮີບຮ້ອນໃສ່ການຈັດຕັ້ງປະຕິບັດ ແຜນການພັດທະນາເສດຖະກິດ-ສັງຄົມ ປະຈຳສົກປີ 2013-2014 ຊຶ່ງເປັນໄລຍະທ້າຍຂອງປີ ເພື່ອເຮັດໃຫ້ ແຜນດັ່ງກ່າວບັນລຸໄດ້ໂຕເລກຄາດໝາຍທີ່ວາງໄວ້ ກໍ່ຄື ການບັນລຸໂຕເລກຄາດໝາຍ ສະຫັດສະຫວັດ ຊຶ່ງເປັນພັນທະຂອງລັດຖະບານລາວ ຕໍ່ເວທີສາກົນ ແລະ ກໍ່ເປັນໄລຍະທີ່ພໍ່ແມ່ປະຊາຊົນບັນດາເຜົ່າ ໄດ້ເອົາໃຈໃສ່ໃນການຜະລິດລະດູນາປີຂອງຕົນ.
ເພາະສະນັ້ນ ການມາຢ້ຽມຢາມ ແລະ ຖອດຖອນບົດຮຽນຂອງບັນດາທ່ານ ໃນຄັ້ງນີ້ ເນື້ອແທ້ແລ້ວ ກໍແມ່ນ ເປັນການສ້າງໂຕແບບການຜະລິດເປັນສິນຄ້າໃນດ້ານຕ່າງໆ ເພື່ອເຮັດໃຫ້ຄອບຄົວຂອງບັນດາທ່ານ ຫລຸດພົ້ນອອກ ຈາກ ຄວາມທຸກຍາກ, ເປັນຄອບຄົວທີ່ມີເງິນເຫລືອແຮໄວ້ ຫລື ກາຍເປັນຄອບຄົວຮັ່ງມີຂຶ້ນ ຊຶ່ງ ສອດຄ່ອງກັບ ຈຸດປະສົງຂອງພັກ ແລະ ລັດ ທີ່ຢາກໃຫ້ຄອບຄົວຂອງບັນດາທ່ານ ມີຊີວິດການເປັນ ຢູ່ທີ່ດີຂຶ້ນ, ອີ່ມໜຳສຳລານ ແລະ ເປັນຄອບຄົວພັດທະນາດີຂຶ້ນໄປເລື້ອຍໆ“.
“ຂ້າພະເຈົ້າໄດ້ຮັບຊາບວ່າໃນມື້ວານນີ້ບັນດາທ່ານໄດ້ເດີນທາງໄປພົບປະກັບຄະນະກຳມະການທີ່ຮັບຜິດຊອບຕະຫລາດກະສິກຳອິນຊີຢູ່ທີ່ເດີ່ນທາດຫລວງແລະໄດ້ລົງຢ້ຽມຢາມແລະແລກປ່ຽນບົດຮຽນກັບຊາວກະສິກອນທີ່ຂາຍພືດຜັກກະສິກຳອິນຊີຢູ່ຕະຫລາດດັ່ງກ່າວ; ຖັດຈາກນັ້ນແມ່ນໄດ້ໄປຢ້ຽມຢາມແລະຖອດຖອນບົດຮຽນກ່ຽວກັບ: ການປູກມອນ-ລ້ຽງມ້ອນ; ການປູກເຂົ້າອິນຊີ; ການຄຸ້ມຄອງນຳໃຊ້ລະບົບຊົນລະປະທານຂອງກຸ່ມປູກພືດອິນຊີ, ການລ້ຽງສັດ-ການປູກຫຍ້າລ້ຽງສັດແລະການລ້ຽງສັດຕາມສັນຍາ 2+3 ຢູ່ທີ່ເມືອງສັງທອງ, ນະຄອນຫລວງວຽງຈັນຊຶ່ງຂ້າພະເຈົ້າຄິດວ່າຄົງຈະເປັັນຄວາມຮູ້ແລະບົດຮຽນອັນໃໝ່ໆທີ່ນຳປະໂຫຍດຢ່າງຫລວງຫລາຍໃຫ້ແກ່ບັນດາທ່ານໃນການໝູນໃຊ້ເຂົ້າສູ່ການຜະລິດແບບໃໝ່ທີ່ມີຜົນຕອບແທນຫລາຍກ່ວາເກົ່າ.
ສະນັ້ນ ໃນການຢ້ຽມຢາມ ແລະ ຖອດຖອນບົດຮຽນ ຕື່ມອີກໃນມື້ນີ້ ຂ້າພະເຈົ້າຂໍຮຽກຮ້ອງໃຫ້ບັນ ດາທ່ານ ຊຶ່ງເປັນຜູ້ຕາງຈາກແຕ່ລະທ້ອງຖິ່ນ ກໍ່ຄື ແຕ່ລະໂຄງການຊົນລະປະທານ ຫລື ໂຕແທນການປູກ-ການລ້ຽງ ໄດ້ພ້ອມກັນເອົາໃຈໃສ່ ຖອດຖອນເອົາຄວາມຮູ້ທີ່ຈະໄດ້ຮັບ ໄປນຳໃຊ້ ໂດຍສະເພາະແມ່ນການຄຸ້ມຄອງ ນຳໃຊ້ນ້ຳ, ການບໍລິຫານຈັດການນ້ຳ ເພື່ອເຮັດແນວໃດໃຫ້ກຸ່ມຜູ້ຊົມໃຊ້ນ້ຳ ໃນແຕ່ລະທ້ອງຖິ່ນເຫັນໄດ້ຄວາມ ສຳຄັນຂອງການສະໜອງນ້ຳ, ການລະບາຍນໍ້າ ໃນເວລາທີ່ເກີດຝົນຕົກໜັກ, ການນຳໃຊ້ນ້ຳເຂົ້າໃນການປູກ-ການລ້ຽງຢ່າງຖືກຕ້ອງຕາມເຕັກນິກ ແລະ ໃຫ້ມີປະສິດທິຜົນສູງສຸດ ເພື່ອເພີ້ມຜົນຜະລິດ ກໍ່ຄືຍົກຜະລິດຕະ ພາບໃຫ້ນັບມື້ນັບຫລາຍຂຶ້ນ, ນອກຈາກນີ້ກໍ່ຄວນເອົາໃຈໃສ່ຕໍ່ປັດໃຈ ທີ່ເຮັດໃຫ້ຜົນຜະລິດ ເພີ້ມຫລາຍຂຶ້ນ ນັ້ນຄື: ການນຳໃຊ້ແນວພັນໃໝ່ ຈະເປັນການປູກ ຫລື ການລ້ຽງ ກໍ່ຕ້ອງຕິດພັນກັບປັດໃຈທີ 2 ແມ່ນ ອາຫານ ຫລື ຝຸ່ນຕ່າງໆ; ຖ້າແນວພັນດີບໍ່ມີອາຫານດີ ກໍ່ຈະບໍ່ເຕີບໃຫຍ່, ນອກນັ້ນກໍ່ໃຫ້ຄຳນຶງເຖິງການອານາໄມ, ປ້ອງ ກັນພະຍາດ-ພະຍຸສັດ, ປ້ອງກັນສັດຕູພືດ ເປັນປັດໃຈທີ 3; ປັດໃຈທີ 4 ກໍ່ແມ່ນການ ນຳໃຊ້ເຕັກນິກການປູກ-ການລ້ຽງອັນໃໝ່ໆ ໃຫ້ສອດຄ່ອງກັບແນວພັນໃໝ່ ຈຶ່ງຈະເຮັດໃຫ້ມີການເຕີບໃຫຍ່ຂະຫຍາຍໂຕ ກໍ່ຄືມີຜົນຜະ ລິດຫລາຍຂຶ້ນ; ປັດໃຈທີ 5 ແມ່ນປັດໃຈຕັດສິນການຜະລິດ ຈະເພີ້ມຂຶ້ນ ຫລື ຈະຫລຸດລົງແມ່ນຄົນ ຊຶ່ງເປັນບຸກຄະລາກອນອັນສໍາຄັນໃນການຊີ້ຂາດຈໍານວນຜົນຜະລິດຈະດີຫລືບໍ່? ມັນຮຽກຮ້ອງໃຫ້ຊາວກະສິກອນພວກເຮົາຕ້ອງດຸໝັ່ນ, ຫ້າວຫັນ, ເອົາການເອົາງານກັບສິ່ງທີ່ຕົນເອງປູກ ຫລື ລ້ຽງຢ່າງມີແບບແຜນ ຈຶ່ງຈະເຮັດໃຫ້ຜົນຜະລິດນັບມື້ເພີ້ມຂຶ້ນ.
ທ່ານ ນາງ ນີວັນ ທອງມະນີ, ຊາວກະສິກອນ ບ້ານສີບຸນເຮືອງ ເມືອງຄູນ ແຂວງຊຽງຂວາງ ໃຫ້ຮູ້ວ່າ:“ ຂ້າພະເຈົ້າມີຄວາມພາກພູມໃຈຫລາຍທີ່ໄດ້ມີໂອກາດມາທັດສະນະສຶກສາຢູ່ນະຄອນຫລວງວຽງຈັນໃນເທື່ອນີ້ ເຊິ່ງເຮັດໃຫ້ຂ້າພະເຈົ້າໄດ້ຖອດຖອນບົດຮຽນຫລາຍຢ່າງ ແລະ ຈະນໍາເອົາບົດຮຽນທີ່ຖອດຖອນໄດ້ໃນເທື່ອນີ້ ໄປນໍາໃຊ້ໃຫ້ແທດເໝາະ ແລະ ເກີດຜົນປະໂຫຍດໃນທ້ອງຖິ່ນຂອງຕົນ ເປັນຕົ້ນແມ່ນການປູກຜັກປອດສານພິດ, ການປູກມອນລ້ຽງມ້ອນ, ຫັດຖະກໍາຈັກສານໄມ້ປ່ອງ, ການຈັດຕັ້ງກຸ່ມການຜະລິດ ແລະ ອື່ນໆ.