Published on Poverty Reducetion Fund (https://prflaos.org/test)

Home > ລາຍງານການນໍາ​ພາ​ທີມ​ງານທະ​ນາ​ຄານ​ໂລກ​ ໂຄງ​ການ LUFSIP ລົງ​ກວດ​ກາ​​ຄວາມ​ຄືບ​ໜ້າໂຄງ​ການຍ່ອຍ​ທີ່​ແຂວງ​ຫຼວງນໍ້າທາ

ລາຍງານການນໍາ​ພາ​ທີມ​ງານທະ​ນາ​ຄານ​ໂລກ​ ໂຄງ​ການ LUFSIP ລົງ​ກວດ​ກາ​​ຄວາມ​ຄືບ​ໜ້າໂຄງ​ການຍ່ອຍ​ທີ່​ແຂວງ​ຫຼວງນໍ້າທາ [1]

Posting Date: 
05 Sep 2013

ຈຸດປະສົງ:
1.    ເພື່ອກວດກາຄວາມ​ຄືບ​ໜ້າ​ຂອງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ຍ່ອຍ LUFSIP;
2.    ເພຶ່ອ​ປະ​ເມີນ​ຜົນ​ກະ​ທົບ​​ດ້ານ​ສະ​ພາບ​ແວດ​ລ້ອມ ແລະ ສັງ​ຄົມຈາກ​ການກໍ່​ສ້າງ​ໂຄງ​ການຂອງ​ທີມ​ງານ​ທະ​ນາ​ຄານ​ໂລກ.
ການລົງຕິດຕາມຄັ້ງນີ້ໃຊ້ເວລາ 4 ວັນ, ທີມງານ​ຈາກ​ສູນ​ກາງ​ມີ​ທັງ​ໝົດ 9 ທ່ານ; ຍິງ 2 ທ່າ:ຈາກ​ທະ​ນາ​ຄານ​ໂລກ  3 ທ່ານ , CNO  3 ທ່ານ, ກົມ​ສົ່ງ​ເສີມ 2 ທ່ານແລະ ທ​ລຍ 1 ທ່ານແລະ ທີມ​ງານ​ແຂວງ 10 ທ່ານ, ເນື້ອ​ໃນ​ແລະລາຍ​ລະ​ອຽດ​ຂອງ​ການ​ລົງ​ຕິດ​ຕາມ​ມີ​ດັ່ງນີ້:
ວັນ​ທີ 15 ພຶດ​ສະ​ພາ 2013:
    ພາຍ​ຫຼັງ​ປະ​ຊຸມ​ແຈ້ງ​ຈຸດ​ປະ​ສົ່ງ​ຂອງ​ການ​ຢ້ຽມ​ຢາມ​ຂອງ​ທີມ​ງານ​ທະ​ນາ​ຄານ​ ໂລກ​ທີ່​ຫ້ອງ​ປະ​ຊຸມ​ພະ​ແນກ​ແຜນ​ການກະ​ຊວງ​ກະ​ສິ​ກຳ - ປ່າ​ໄມ້ສຳ​ເລັດ, ທີມ​ໄດ້​ເດີນ​ທາງ​ໄປ​ແຂວງ​ຫຼວງນ້ຳ​ທາໃນ​ຕອນບ່າຍ, ໃນ​ເວ​ລາ 16:30 ໂມງ​ຂອງວັນ​ດຽວ​ກັນໄດ້​ປະ​ຊຸມ​ແຈ້ງ​ແຜນ​ການ​ລົງ​ຕິດ​ຕາມ​ໂຄງ​ການແລະຮັບ​ຟັງ​ການ​ສະ​ຫຼຸບ​ວຽກ​ງານ​ສົ່ງ​ເສີມ​ການ​ຜະ​ລິດ​ແນວ​ພັນ​ເຂົ້າ​ຂອງພະ​ແນກ​ກະ​ສິ​ກຳ​-ປ່າ​ໄມ້ແຂວງ ​ຮັບ​ຜິດ​ຊອບ LUFSIP C1 & C2a ທີ່​ຫ້ອງ​ປະ​ຊຸມ​ກະ​ສິ​ກຳ​​-ປ່າ​ໄມ້​ແຂວງ.
ວັນ​ທີ 16 ພຶດ​ສະ​ພາ 2013:
    ລົງ​ສຳ​ພາດ​ກຸ່ມ​​ຜະ​ລິດ​ເມັດ​ພັນ​ເຂົ້າ ບ້ານນ້ຳ​ເງິນກຸ່ມນ້ຳ​ເງິນ  ເມືອງວຽງ​ພູ​ຄາ ກຸ່ມ​ດັ່ງ​ກ່າວ​ໄດ້​ເຂົ້າ​ເປັນ​ສະ​ມາ​ຊິກ ຜະ​ລິດ​ເມັດ​ພັນແຕ່​ປີ 2011 ມີ​ສະ​ມາ​ຊິກ​ທັງ​ໝົດ 20 ຄອບ​ຄົວ ມາ​ຮອດ​ປັດ​ຈຸ​ບັນເຫຼືອ 3 ຄອບ​ຄົວ, ສາ​ເຫດ​ໂຄງ​ການບໍ່​ສາ​ມາດ​ເກັບ​ຊື້​ແນວ​ພັນ​ທີ່​ຊາວ​ບ້ານ​​ຜະ​ລິດ​ໄດ້ທັງ​ໝົດ, ແລະ ອີກ​ດ້ານໜຶ່ງເຂົ້າ​ເປືອກ​ທີ່​ຜະ​ລິດ​ໄດ້​ຈາກ​ພັນ​ປັບ​ປຸງ​ທີ່​ໂຄງ​ການ​ສົ່ງ​ເສີມບໍ່​ເປັນ​ທີ່​ຕ້ອງ​ການ​ຂອງ​ຕະ​ຫຼາດ.​ຊາວ​ບ້ານ​ທີ່​ຍັງ​ເຂົ້າ​ຮ່ວມ​ໂຄງ​ການ​ຕ້ອງ​ການ​ຮຽນ​ຮູ້​ເຕັກ​ນິກ​ການ​ປູກ​ເຂົ້າ​ທີ່​ຖືກ​ຕ້ອງ, ຊາວ​ບ້ານ​ສະ​ເໜີ​ນຳ​ໃຊ້​ແນ​ວ​ພັນ​ທ້ອງ​ຖີ່ນ(ຂົ້າ​ຕາ​ຂຽດ)ຊາວ​ບ້ານ​ຕ້ອງ​ການ​ນຳ​ໃຊ້​ອຸ​ປະ​ກອນ​ຮັບ​ໃຊ້​ທີ່​ມີ​ຢູ່​ໃນ​ສູນ​ຄັດ​ເມັດ​ພັນ(ຈັກ​ຕີ​ເຂົ້າ ແລະ ຈັກ​ຄັດ​ເມັດ..).
    ລົງ​ຕິດ​ຕາມ​ການກໍ່​ສ້າງ​ທາງ​ເຂົ້າ​ຫາ​ເຂດ​ການ​ຜະ​ລິດ ບ້ານນ້ຳ​ມາງກຸ່ມ​ເທດ​ສະ​ບານທາງ​ດັ່ງ​ກ່າວ​ມີ​ຄວາມ​ຍາວ 4.5 ກິ​ໂລ​ແມັດ, ມີ​ມູນ​ຄ່າ 15,000 ໂດ​ລາ, ຊາວ​ບ້ານ​ໄດ້​ຮັບ​ຜົນ​ປະ​ໂຫຍດ 88 ຄອບ​ຄົວ, ເນື້ອ​ທີ່​ນາ 38 ເຮັດ​ຕາ, ສວນ​ໝາກນ້ຳ​ມັນ 7 ເຮັກ​ຕາ ແລະ ​ອື່ນໆ, ທະ​ນາ​ຄານໂລກ​ໃຫ້​ຄວາມ​ສົນ​ໃຈ​ໃນ​ດ້ານ​ສະ​ພາບ​ແວດ​ລ້ວມ​ຫຼາຍ​ເ​ນື່ອງ​ຈາກ​ຕາມ​ແຄມ​ທາງ​ທີ່​ທະ​ລຸ​ໃໝ່​ຊາວ​ບ້ານ​ພາ​ກັນ​ຖາງ​ປ່າ, ຈຸດ​ປະ​ສົ່ງ​ຂອງ​ການ​ຖ່າງ​ແມ່ນ​ເ​ພື່ອ​ປູກ​ເຂົ້າ​ໄຮ່ພ້ອມໆ​ປູກ​ໝາກນ້ຳ​ມັນ, ປ່າ​ດັ່ງ​ກ່າວ​ເປັນ​ປ່າ​ຊົມ​ໃຊ້​ຂອງ​ຊາວ​ບ້ານ​ທີ່​ເມືອງ​ໄດ້​ຈັດ​ສັນ​ໃຫ້. (ສຳ​ລັບ​ໂຄງ​ການ​ທາງ​ດັ່ງ​ກ່າວ​ທະ​ນາ​ຄານ​ໂລກ​ໄດ້​ຂໍ​ເອົາໃບ​ປະ​ເມີນ​ສະ​ພາບ​ແວດ​ລ້ວມ​ໂຄງ​ການ​ເພື່ອ​ໄປ​ສຶກ​ສາ​ຄືນ).
ວັນ​ທີ 17 ພຶດ​ສະ​ພາ 2013:
    ລົງ​ຕິດ​ຕາມ​ກຸ່ມ​ຜະ​ລິດ​ເມັດ​ພັນ​ຂອງ​ຊາວ​ນາ ບ້ານ​ຫົວ​ປຸ່ງກຸ່ມ​ຈະ​ເລີນ​ໄຊ ເມືອງລອງ ບ້ານ​ດັ່ງ​ກ່າວ​ມີ​ສະ​ມາ​ຊິກ 12 ຄອບ​ຄົວໃນ​ປີ 2011, ມາ​ຮອດ​ປັດ​ຈຸ​ບັນ​ເຫຼືອ​ພຽງ 6 ຄອບ​ຄົວ, ທີມ​ງານ​ໄດ້​ຄຳ​ຕອບ​ດຽວ​ກັນ​ກັບ​ຊາວ​ນາ​ເມືອງວຽງ​ພູ​ຄາ, ເຂົ້າ​ພັນ​ປັບ​ປຸງ​ໃຫ້​ຜົນ​ຜະ​ລິດ​ສູງ​ກວ່າ​ພັນ​ພື້ນ​ເມືອງແຕ່ບໍ່​ເປັນ​ທີ່​ຕ້ອງ​ການ​ຂອງ​ຕະ​ຫຼາດ; 6 ຄອບ​ຄົວ​ທີ່​ຍັງ​ສືບ​ຕໍ່​ຕ້ອງ​ການ​ຂະ​ຫ​ຍາຍ​ແນວ​ພັນ​ເຂົ້າ​ທີ່​ຊາວ​ບ້ານ​ນຳ​ມາ​ຈາກ​ພະ​ມ້າເພາະ​ເຫັນວ່າ​ຕະ​ຫຼາດ​ຕ້ອງ​ການແລະສາ​ມາດ​ຂາຍ​ແນວ​ພັນ​ໄດ້ ພ້ອມ​ກັບ ສູນ​ພ້ອມ​ທີ່​ສະ​ໜັບ​ສະ​ໜູນ.
    ລົງ​ຕິດ​ຕາມ​​ໂຄງການ​ສ້ອມ​ແປງ​ຂົວ​ອູ່ ​ບ້ານ​ຈະ​ເລີນ​ໄຊ ກຸ່ມ​ຈະ​ເລີນ​ໄຊ, ຍາວ 70 ແມັດ ມູນ​ຄ່າກໍ່​ສ້າງ 8,000 ໂດ​ລາ, ຄອບ​ຄົວ​ໄດ້​ຮັບ​ຜົນ​ປະ​ໂຫຍດ 229 ຄອບ​ຄົວ, ​ຂົວ​ດັ່ງ​ກາວ​ແມ່ນ​ມີ​ຄວາມຈຳ​ເປັນ​ແກ່​ຊາວ​ບ້ານ​ຈະ​ເລີນ​ໄຊ ແລະບ້ານ​ໄກ້​ຄຽງ​ຫຼາຍເພາະ​ຊາວ​ບ້ານ​ນຳ​ໃຊ້​ຂົວ​ດັ່ງ​ກ່າວ​ຂ້າມ​ໄປ​ທຳ​ການ​ຜະ​ລິດ ປູກ​ເຂົ້າ, ສວນ​ສາ​ລີ ແລະ ພ້ອມນັ້ນ​ກໍ່​ເປັນ​ທາງ​ທຽວ​ເຊື່ອມ​ຕໍ່​ບ້ານ​ຕໍ່​ບ້ານ.
​ຜົນ​ການ​​ຢ້ຽມ​ຢາມ​ຂອງ​ທີມ​ງານ:
    ສຳ​ລັບ​ວຽກ​ງານ​ການກໍ່​ສ້າງ​ໂຄງ​ການ​ຍ່ອຍ​ໂດຍ​ລວມ​ຂອງ ທ​ລຍ ທຶນLUFSIP ຜູ້​ໃຫ້​ທຶນ​ມີ​ຄວາມ​ພໍ​ໃຈ​ຕໍ່​ໂຄງ​ການ​ເຫຼົ່າ​ນັ້ນ, ແຕ່ກໍ່​ມີ​ບາງ​ຈຸດ​ທີ່​ຜູ້​ໃຫ້​ທຶນ​ຕ້ອງ​ການ​ຄວາມ​ກະ​ຈ່າງ​ແຈ້ງ​ຄື:ການ​ປະ​ເມີນ​ສະ​ພາບ​ແວດ​ລ້ວມ​ຂອງ​ໂຄງ​ການ​ກ່ອນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ.ຜົນ​ໄດ້​ຮັບ​ທີ່​ເກີດ​ຈາກ​ໂຄງ​ການ​ພາຍ​ຫຼັງ​ທີ່​ໂຄງ​ການ​ສຳ​ເລັດ ເຊັ່ນ: ການ​ຜະ​ລິດ​ມີ​ຈຳ​ນວນ​ເພີ່ມ​ຂື້ນ​ຫຼືບໍ່, ມີ​ການ​ສ້າງ​ລາຍ​ຮັບ​ຈາກ​ໂຄງ​ການ​ແນວ​ໄດ..;
ສຳ​ລັບ​ການ​ລົງ​ສະ​ໜາມ​ຄັ້ງ​ນີ້​ຜູ້​ໃຫ້​ທຶນແມ່ນ​ໃຫ້​ຄວາມ​ສົນ​ໃຈ​ໃນ​ອົງ​ປະ​ກອບ​ທີ1 ແລະ ອົງ​ປະ​ກອບ 2a ເປັນ​ສ່ວນ​ໃຫ​ຍ ແລະໄດ້​ໃຊ້​ເວ​ລາ​ກັບ​ໂຄງ​ການ​ເຫຼົ່າ​ນັ້ນເປັນ​ສ່ວນ​ໃຫ​ຍ່​ໃນ​ການ​ເກັບ​ກຳ​ຂໍ້​ມູນ.
​

ວຽງ​ຈັນ, ວັນ​ທີ 22 ພຶດ​ສະ​ພາ 2013

ຜູ້​ລາຍ​ງານ

ຄໍາໃບ ພັນທະວົງ

Government's Office
Nahaidiao Rd, Sisavathtai village, Chanhthabuly district, Vientiane Capital
Tel: (856-21)-261480 / Fax:(856-21)-261481
P.O.Box 4625 / E-mail: info@prflaos.org
@ All Rights Reserved. Designed by PRF

Supported by:

   


Source URL: https://prflaos.org/test/news/lufsip-project/%E0%BA%A5%E0%BA%B2%E0%BA%8D%E0%BA%87%E0%BA%B2%E0%BA%99%E0%BA%81%E0%BA%B2%E0%BA%99%E0%BA%99%E0%BB%8D%E0%BA%B2%E2%80%8B%E0%BA%9E%E0%BA%B2%E2%80%8B%E0%BA%97%E0%BA%B5%E0%BA%A1%E2%80%8B%E0%BA%87%E0%BA%B2%E0%BA%99%E0%BA%97%E0%BA%B0%E2%80%8B%E0%BA%99%E0%BA%B2%E2%80%8B%E0%BA%84%E0%BA%B2%E0%BA%99%E2%80%8B%E0%BB%82%E0%BA%A5%E0%BA%81%E2%80%8B-%E0%BB%82%E0%BA%84%E0%BA%87%E2%80%8B%E0%BA%81%E0%BA%B2%E0%BA%99-lufsip-%E0%BA%A5%E0%BA%BB%E0%BA%87%E2%80%8B%E0%BA%81%E0%BA%A7%E0%BA%94

Links:
[1] https://prflaos.org/test/news/lufsip-project/%E0%BA%A5%E0%BA%B2%E0%BA%8D%E0%BA%87%E0%BA%B2%E0%BA%99%E0%BA%81%E0%BA%B2%E0%BA%99%E0%BA%99%E0%BB%8D%E0%BA%B2%E2%80%8B%E0%BA%9E%E0%BA%B2%E2%80%8B%E0%BA%97%E0%BA%B5%E0%BA%A1%E2%80%8B%E0%BA%87%E0%BA%B2%E0%BA%99%E0%BA%97%E0%BA%B0%E2%80%8B%E0%BA%99%E0%BA%B2%E2%80%8B%E0%BA%84%E0%BA%B2%E0%BA%99%E2%80%8B%E0%BB%82%E0%BA%A5%E0%BA%81%E2%80%8B-%E0%BB%82%E0%BA%84%E0%BA%87%E2%80%8B%E0%BA%81%E0%BA%B2%E0%BA%99-lufsip-%E0%BA%A5%E0%BA%BB%E0%BA%87%E2%80%8B%E0%BA%81%E0%BA%A7%E0%BA%94