Published on Poverty Reducetion Fund (https://prflaos.org/test)

Home > ທລຍ ສ້າງຄວາມເຂັ້ມແຂງໃຫ້ແກ່ທີມງານຂັ້ນບ້ານ

ທລຍ ສ້າງຄວາມເຂັ້ມແຂງໃຫ້ແກ່ທີມງານຂັ້ນບ້ານ [1]

Posting Date: 
05 Mar 2014

ທລຍ ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ທີ​ມງານ​ຂັ້ນ​ບ້ານ


            ໂດຍ: ຄຳພັນ ສີດາວົງ


À²ˆº-À¯ñ­-¡¾­-°ñ­-¢½¹¨¾¨ -Áì½ ¥ñ©ª˜¤¯½ªò®ñ©-®÷¡ê½ì÷-©É¾­-¡¾­-²ñ©ê½­¾-§ñ®²½¨¾¡º­-´½­÷© ê†-Ä©É-¡¿­ö©-ĸÉ-í-´½ªò-¡º¤-¯½§÷´-ù¨È-£˜¤ê† 9 ¢º¤-²ñ¡ -À¢í¾-¦øÈ-¸¼¡-¤¾­-ªö¸-¥ò¤ ໃນລະຫວ່າງວັນທີ່ 20 – 21 ກຸມ ພາ 2014 ຢູ່ທີ່ສະໂມສອນ ເມືອງໝອກ ​ແຂວງ​ຊຽງ​ຂວາງ ກອງ​ທຶນ​ຫລຸດຜ່ອນ​ຄວາມທຸກ​ຍາກ (ທລຍ) ໄດ້ ຈັດຝຶກອົບຮົມ  ວຽກງານ ຈັດຊື້-ຈັດຈ້າງ ແລະ ບໍລິຫານ-ການເງິນ  ໃຫ້ທີມງານຈັດຊື້-ຈັດຈ້າງ ແລະ ທີມງານການເງິນບ້ານ ບ້ານທີ່ໄດ້ຮັບໂຄງການຍ່ອຍ ໃນຮອບວຽນທີ່ 11 ເພື່ອເປັນການສ້າງ ຄວາມເຂັ້ມແຂງ ໃຫ້ເຂົາເຈົ້າ ແລະ ເພື່ອໃຫ້ຊຸມຊົນສາມາດຈັດຕັ້ງປະຕິບັດ ໂດຍຊຸມຊົນເອງ ຫຼື ເອີ້ນວ່າຂັບເຄື່ອນໂດຍຊຸມຊົນເອງ, ການຝຶກອົບຮົມຄັ້ງນີ້ ມີຜູ້ເຂົ້າຮ່ວມ ທັງໝົດ 26 ຄົນ, ຍີງ 6 ຄົນ ທີ່ມາຈາກບ້ານ ທີ່ໄດ້ຮັບໂຄງການຍ່ອຍ ການຝືກອົບຮົມ ແມ່ນເໜັ້ນໃສ່ການ​ສາທິດ​ເຮັດ​ຕົວ​ຈິງ ຄຽງ​ຄູ່​ກັບທິດສະດີ ທັ້ງນີ້​ກໍ​ເພື່ອ​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ເຂົ້າ​ໃຈ ​ແລະ ສາມາດ​ເຮັດ​ວຽກ​ງານ​ດັ່ງກ່າວ​ດ້ວຍ​ຕົວ​ຂອງ​ເຂົາ​ເຈົ້າ​ເອງ.  ສຳລັບວຽກບໍລິຫານ-ການເງີນ ຄູຝຶກໄດ້ ອະທິບາຍແບບຟອມຕ່າງໆ ທີ່ຈະນຳໃຊ້ ເຂົ້າໃນການຂໍເງິນ  ແລະ ການນຳໃຊ້ເງິນໂຄງການຍ່ອຍ ແລະ ເງິນບໍລິຫານຂອງກຸ່ມບ້ານ ແລະ ບ້ານ ໃຫ້ຖຶກຕາມຫຼັກການ ການເງິນຂອງໂຄງການວຽກງານການເງິນນີ້ ຄູຝຶກໄດ້ນໍາພາເຮັດທົດລອງຕົວຈີງ ​ໂດຍ​ຄຽງ​ຄູ່​ກັບ​ວຽກ​ງານ​ຈັດ​ຊື້-ຈັດ​ຈ້າງ ທາງ​ຄູ່​ຝຶກ​ໄດ້​ສາທິດ​ພ້ອມ​ທັງ​ນໍາພາ​ປະຕິບັດ​ຕົວ​ຈິງ ​ເປັນ​ຕົ້ນ​ແມ່ນ​ການຄັດ​ເລືອກ​ເອົາ ບັນດາບໍລິສັດ ຮ້າງຮ້ານຕ່າງໆ ທີ່​ໄດ້ເຂົ້າມາປະມູນເອົາໂຄງການຍ່ອຍ.


            ການຝຶກອົບຮົມຄັ້ງນີ້ ໄດ້ເຮັດ​ໃຫ້ຊູມຊົນ ມີຄວາມຮູ້ຄວາມເຂົ້າໃຈ ພໍສົມຄວນກ່ຽວກັບ ວຽກງານ ທລຍ ໂດຍສະເພາະ ແມ່ນວຽກງານຈັດຊື້ - ຈັດຈ້າງ ແລະ ວຽກງານບໍລິຫານ-ການເງິນ ແລະ ຄາດ​ວ່າ​ໃນ​ຕໍ່ໜ້າເຂົ້າເຈົ້າຈະສາມາດຂັບເຄື່ອນໂດຍໂຕເຂົາເຈົ້າເອງໄດ້.

Attachment: 
File .docx [2]

Government's Office
Nahaidiao Rd, Sisavathtai village, Chanhthabuly district, Vientiane Capital
Tel: (856-21)-261480 / Fax:(856-21)-261481
P.O.Box 4625 / E-mail: info@prflaos.org
@ All Rights Reserved. Designed by PRF

Supported by:

   


Source URL: https://prflaos.org/test/news/newspaper/%E0%BA%97%E0%BA%A5%E0%BA%8D-%E0%BA%AA%E0%BB%89%E0%BA%B2%E0%BA%87%E0%BA%84%E0%BA%A7%E0%BA%B2%E0%BA%A1%E0%BB%80%E0%BA%82%E0%BA%B1%E0%BB%89%E0%BA%A1%E0%BB%81%E0%BA%82%E0%BA%87%E0%BB%83%E0%BA%AB%E0%BB%89%E0%BB%81%E0%BA%81%E0%BB%88%E0%BA%97%E0%BA%B5%E0%BA%A1%E0%BA%87%E0%BA%B2%E0%BA%99%E0%BA%82%E0%BA%B1%E0%BB%89%E0%BA%99%E0%BA%9A%E0%BB%89%E0%BA%B2%E0%BA%99

Links:
[1] https://prflaos.org/test/news/newspaper/%E0%BA%97%E0%BA%A5%E0%BA%8D-%E0%BA%AA%E0%BB%89%E0%BA%B2%E0%BA%87%E0%BA%84%E0%BA%A7%E0%BA%B2%E0%BA%A1%E0%BB%80%E0%BA%82%E0%BA%B1%E0%BB%89%E0%BA%A1%E0%BB%81%E0%BA%82%E0%BA%87%E0%BB%83%E0%BA%AB%E0%BB%89%E0%BB%81%E0%BA%81%E0%BB%88%E0%BA%97%E0%BA%B5%E0%BA%A1%E0%BA%87%E0%BA%B2%E0%BA%99%E0%BA%82%E0%BA%B1%E0%BB%89%E0%BA%99%E0%BA%9A%E0%BB%89%E0%BA%B2%E0%BA%99
[2] https://prflaos.org/test/sites/default/files/news/685/attachment/.docx