ທລຍ ກັບການແກ້ໄຂຄວາມທຸກຍາກຫລາຍກວ່າ 10 ປີ

Posting Date: 
03 Feb 2016

ທລຍ ກັບ​ການ​ແກ້​ໄຂ​ຄວາມທຸກ​ຍາກ​ຫລາຍ​ກວ່າ 10 ປີ

ໂດຍ: ​ທລຍ

ໃນໄລຍະ 8 ປີ ຜ່ານ​ມາ(ທລຍ ​ໄລຍະ​ທີ I, 2003-2011) ປະກອບ​ມີ 3,335 ​ໂຄງການ​ຍ່ອຍ​ທີ່ ທລຍ ​ໄດ້​ໃຫ້ການ​ສະໜັບສະໜູນ ​ໃນ​ນັ້ນ ​ເປັນ​ໂຄງການ​ທີ່​ກ່ຽວຂ້ອງ​ກັບ​ວຽກ​ງານ​ການ​ກໍ່ສ້າງ​ຈໍານວນ 2,531 ​ໂຄງການ ​ແລະ ທີ່​ເຫລືອ​ແມ່ນ​ໂຄງການ​ທີ່​ກ່ຽວຂ້ອງ​ກັບ​ວຽກ​ງານ​ການ​ຝຶກ​ອົບຮົມ, ວຽກ​ງານ​ສ້າງ​ຄວາມ​ເຂັ້ມ​ແຂງ ​ໃຫ້​ພະນັກງານ ​ແລະ ຊຸມ​ຊົນ ​​ໂດຍ​ນໍາ​ໃຊ້​ງົບປະມານ​ທັງ​ໝົດ 355.48 ຕື້​ກີບ ​ແລະ ທຶນ​ປະກອບສ່ວນ​ຂອງ​ຊຸມ​ຊົນ 54.39 ຕື້​ກີບ. ສືບ​ຕໍ່​ຈາກ ທລຍ ​ໄລຍະ​ທີ I ການຈັດ​ຕັ້ງ​ປະຕິບັດ​ໂຄງການ ທລຍ ​ໄລຍະ​ທີ 2 (2011-2015) ​ໄດ້​​ໃຫ້ການ​ສະໜັບສະໜູນ​ທັງ​ໝົດ 1,426 ​ໂຄງການ. ​ໃນ​ນັ້ນ, ​ໂຄງການ​ທີ່​ກ່ຽວຂ້ອງ​ກັບ​ຂະ​ແໜງ​ການ ນໍ້າ​ສະອາດ ​ແລະ ສຸຂະ​ອະນາ​ໄມ (34%) ​ແລະ ສຶກສາ (32%) ຖື​ວ່າ​ເປັນ​ບູລິ​ມະ​ສິດ.

ຜົນໄດ້ຮັບຕະຫລອດ​ໄລຍະການຈັດຕັ້ງປະຕິບັດວຽກງານຂອງ ທລຍ ຖືວ່າເປັນປັດໃຈນຶ່ງທີ່ສຳຄັນໃນການປະກອບສ່ວນເຂົ້າໃນວຽກງານພັດທະນາເສດຖະກິດສັງຄົມແຫ່ງ ສ ປ ປ ລາວ. ຕັ້ງແຕ່ປີ 2003-2015ຖືວ່າເປັນເວລາຫລາຍກວ່າ 10 ປີທີ່ ທລຍ ໄດ້ປະຕິບັດໜ້າທີ່ອັນໜັກໜ່ວງສົມຄວນ ໃນການຊ່ວຍເຫລືອພໍ່ແມ່ປະຊາຊົນໃນເຂດທຸລະກັນດານຫ່າງ​ໄກ​ສອກຫລີກ ຕາມຄາດໝາຍສູ້ຊົນຂອງລັດຖະບານ ແລະ ປະຕິບັດຕາມລະບຽບຫລັກການຂອງຜູ້ໃຫ້ທຶນຢ່າງເຂັ້ມງວດເປັນຕົ້ນແມ່ນການປັບປຸງພື້ນຖານໂຄງລ່າງທີ່ຈຳເປັນ ລວມທັງການຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ເຂົາເຈົ້າ ໂດຍຜ່ານຂະບວນການຕັດສິນໃຈ ແລະ ມີສ່ວນຮ່ວມຫລາຍທີ່ສຸດຂອງຊຸມຊົນ ທັງຍິງ ແລະ ຊາຍ ລວມທັງປະຊາຊົນບັນດາເຜົ່າ. ຍ້ອນຜົນສໍາເລັດດັ່ງກ່າວ ທລຍ ໄດ້ຖືກຮັບກຽດ ເພື່ອຮັບລາງວັນ ຈາກອາຊຽນ ​ໃນປີ 2015 ກ່ຽວກັບການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ​​ເຊີ່ງເປັນຕົວແທນໃຫ້ແກ່ໂຄງການພັດທະນາ ກໍຄືອົງການຈັດຕັ້ງສັງຄົມທັງໝົດຢູ່ ສປປ ລາວ.

ສໍາລັບຜົນສຳເລັດຂອງການຈັດຕັ້ງປະຕິບັດວຽກງານ ທລຍ ໄລຍະທີ IIນີ້ຖືວ່າບັນລຸຄາດໝາຍ ເປັນຕົ້ນ​ແມ່ນ: (1) ຕອບສະໜອງຄາດໝາຍສູ້ຊົນຕໍ່ການພັດທະນາຂອງລັດຖະບານຕາມທິດສາມສ້າງ​ໂດຍ​ສະ​ເພາະການສ້າງແຂວງ​ໃຫ້ເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງ​ໃຫ້ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານ​ໃຫ້ເປັນຫົວໜ່ວຍພັດທະນາ. ພ້ອມນັ້ນຍັງສາມາດປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍນະໂຍບາຍ 4 ບຸກທະລຸຂອງລັດຖະບານ (ປະກອບມີບຸກທະລຸດ້ານຈິນຕະນາການ; ການກໍ່ສ້າງບຸກຄະລາກອນ; ລະບອບລະບຽບການ ແລະ ບຸກທະລຸການຫລຸດຜ່ອນຄວາມທຸກຍາກ);

(2)ປະຕິບັດຕາມນະໂຍບາຍ ແລະ ລະບຽບຫລັກການຂອງຜູ້ໃຫ້ທຶນຢ່າງເຂັ້ມງວດ(ເຊັ່ນວ່າ: ນະໂຍບາຍ ໃນການປົກປ້ອງສິດຜົນປະໂຫຍດຂອງປະຊາຊົນບັນດາ​ເຜົ່າ ​ແລະ ຜູ້​ດ້ອຍ​ໂອກ​ສດ, ການປົກປັກຮັກສາສິ່ງແວດລ້ອມ ​ແລະ ​ບົດບາດຍິງ-​ຊາຍ); (3)ໄດ້ຕອບສະໜອງນະໂຍບາຍການພັດທະນາຊົນນະບົດແບບຍືນຍົງ ຜ່ານຂະບວນການມີສ່ວນຮ່ວມທຸກຂັ້ນຕອນຂອງຊຸມຊົນ ທັງ​ຍິງ ​ແລະ ຊາຍ; (4) ສາມາດບັນລຸເປົ້າໝາຍ ແລະຕົວຊີ້ວັດຜົນໄດ້ຮັບຂອງ ທລຍ ໄລຍະ 2; (5) ປະຕິບັດຕາມຂໍ້ຕົກລົງທີ່ລະບຸໄວ້ໃນສັນຍາໂຄງການລະຫວ່າງລັດຖະບານ ແລະ ຜູ້ໃຫ້ທຶນ; ແລະ (6) ໄດ້ຕອບສະໜອງນະໂຍບາຍການພັດທະນາໃນປະຈຸບັນຂອງອົງການພັດທະນາອື່ນໆ ເປັນຕົ້ນໄດ້ເຂົ້າຮ່ວມກັບອົງການອື່ນໆໃນການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຂອງປະຊາຊົນບັນດາ​ເຜົ່າ ​ໃນ​ເຂດ​ຫ່າງ​ໄກ່​ສອກຫລີກ.

ເພື່ອຮັບປະກັນປະສິດທິພາບຂອງການລົງທຶນເຂົ້າໃນວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນລາວບັນດາເຜົ່າ ​ໃຫ້ດຳເນີນໄປດ້ວຍບາດກ້າວທີ່ໜັກແໜ້ນຕໍ່ເນື່ອງນັ້ນ, ການຍົກລະດັບ ທລຍ ໃຫ້ເປັນໂຄງການລະດັບຊາດ ເພື່ອເປັນເຄຶ່ອງມືຈັດຕັ້ງປະຕິບັດຂະບວນການສ້າງບ້ານ ແລະ ກຸ່ມບ້ານພັດທະນາ ໄປຕາມ 4 ເນື້ອໃນ 4 ຄາດໝາຍຂອງກົມການເມືອງສູນກາງພັກ ແມ່ນການພັດທະນາຊົນນະບົດຮອບດ້ານ ເພື່ອແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ກວມເອົາທຸກພື້ນທີ່ທຸກຍາກໃນທຸກພາກທົ່ວປະເທດ. ການສ້າງແຜນງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກແມ່ນໜ້າທີ່ວຽກງານອັນໜັກໜ່ວງສຳລັບ ຄະນະບໍລິຫານ ທລຍ ໃນແຕ່ລະຂັ້ນ ທີ່ເຕັມໄປດ້ວຍສິ່ງທ້າທາຍ ແລະ ກາລະໂອກາດ. ຕໍ່ບັນຫາດັ່ງກ່າວມັນຮຽກຮ້ອງໃຫ້ເພີ່ມຂອດການປະສານສົມທົບຈາກຫລາຍພາກສ່ວນ ທັງພາກລັດ ແລະ ເອກະຊົນໃນ   ສ ປ ປ ລາວ. ເພາະສ່ວນນຶ່ງຂອງຜົນສຳເລັດຂອງວຽກງານ ທລຍ ນີ້ແມ່ນ ການ​ມາ​ຈາກການປະສານສົມທົບ ​ແລະ ການ​ຮ່ວມ​ມືລະຫວ່າງອຳນາດການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງຕ່າງໆ ທີ່ກ່ຽວຂ້ອງ ທີ່ຖືວ່າເປັນປັດໃຈທີ່ສຳຄັນ ເຮັດໃຫ້ວຽກງານ ທລຍ ສຳເລັດຕາມກຳນົດເປົ້າໝາຍໃນໄລຍະຜ່ານມາ. ພ້ອມດຽວກັນນັ້ນ, ການນຳເອົາບັນຫາກໍ່ຄືຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ເພື່ອທຳການວິເຄາະ ແລະ ເປັນບົດຮຽນໃນການດຳເນີນວຽກງານ ​ແມ່ນເຮັດໃຫ້ ທລຍ ສາມາດບັນລຸຄາດໝາຍສູງສຸດຂອງການລົງທຶນໄດ້.