ສະພາບເສັ້ນທາງສູ່ເຂດພື້ນທີ່ເປົ້າໝາຍຂອງ ທລຍ ຖືກຕັດຂາດ ຍ້ອນໄພພິບັດຈາກທໍາມະຊາດ

Posting Date: 
05 Sep 2019

ສະພາບເສັ້ນທາງສູ່ເຂດພື້ນທີ່ເປົ້າໝາຍຂອງ ທລຍ ຖືກຕັດຂາດ ຍ້ອນໄພພິບັດຈາກທໍາມະຊາດ

ອົດທິພົນ ຂອງລົມພະຍຸໝຸນເຂດຮ້ອນໂພດູ ແລະ ລົມພາຍຸ ດີເປຣຊັນ ທີ່ພັດຜ່ານເຂົ້າມາ ສປປ ລາວ ໃນທ້າຍ ເດືອນສິງຫາ ຫາ ຕົ້ນເດືອນ ກັນຍາ 2019 ເຮັດໃຫ້ ມີຝົນຕົກໜັກ ແລະ ເກີດນໍ້າຖ້ວມຢູ່ 6 ແຂວງພາກກາງ ຫາ ພາກໃຕ້ ໃນນັ້ນ ມີແຂວງເປົ້າໝາຍຂອງ ທລຍ ຄື: ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ອັດຕະປື ຖືກຜົນກະທົບຢ່າງໜັກໜ່ວງ ການເດີນທາງສູ່ເຂດພື້ນທີ່ເປົ້າໝາຍໄດ້ຖືກຕັດຂາດ ເປັນຕົ້ນ ແມ່ນເສັ້ນທາງແຂວງອັດຕະປື ຫາ ເມືອງສະໜາມໄຊ, ເມືອງຊານໄຊ ແລະ ເມືອງພູວົງ, ແຂວງເຊກອງ ຫາ ເມືອງດາກຈຶງ, ກະລືມ ແລະ ລະມາມ, ເສັ້ນທາງແຕ່ແຂວງສາລະວັນ ຫາ ເມືອງຕະໂອ້ຍ, ສະໝ້ວຍ ແລະ ຕຸ້ມລານ ບໍ່ສາມາດເຂົ້າເຖິງໄດ້ ຍ້ອນຂົວຂາດໄປບໍ່ໄດ້, ດິນເຈື່ອນຕັນທາງ, ນໍ້າຖ້ວມໃນລະດັບສູງຫຼາຍ.....ປະຈຸບັນ ອ້າຍນ້ອງພະນັກງານ ທລຍ ຢູເຂດພື້ນທີ່ເປົ້າໝາຍບໍ່ສາມາດລົງເຮັດວຽກໄດ້ ແລະ ກໍມີເຮືອນຊານຂອງພະນັກງານ ທລຍ ຈໍານວນໜຶ່ງຖືກຜົນກະທົບຈາກນໍ້າຖ້ວມເຊັ່ນດຽວກັນ ປະຈຸບັນ ກໍາລັງເຝົ້າລະວັງ ແລະ ຍ້າຍວັດຖຸສິ່ງຂອງ ຂອງຕົນໄວ້ບ່ອນພື້ນທີ່ສູງ.

ສະພາບນໍ້າຖ້ວມຢູ່ 6 ແຂວງພາກກາງ ຫາ ພາກໃຕ້ໃນເທື່ອນີ້ ເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ, ສູນຫາຍ 2 ຄົນ ແລະ ມີຜູ້ໄດ້ຮັບຜົນກະທົບ 54.000 ກ່ວາຄອບຄົວ ສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນ ໃນ 37 ເມືອງ, 788 ບ້ານ. ປະຊາຊົນຍົກຍ້າຍ 3.400 ກວ່າຄອບຄົວ, ສ້າງຄວາມ ເສຍຫາຍຕໍ່ບ້ານເຮືອນຂອງປະຊາຊົນ, ເນື້ອທີ່ນາ 130.569 ກວ່າເຮັກຕາ, ຊົນລະປະທານ 26 ແຫ່ງ, ຂົວ 6 ແຫ່ງ, ໂຮງຮຽນ 45 ແຫ່ງ, ສຸກສາລາ 2 ແຫ່ງ.

ປັດຈຸບັນ ຄວາມຕ້ອງການອັນຈໍາເປັນ ແລະ ຮີບດ່ວນ ແມ່ນເຄື່ອງອຸປະໂພກ-ບໍລິໂພກ ເປັນຕົ້ນ ອາຫານ, ນໍ້າດື່ມ, ເຄື່ອງ ໃຊ້ຄົວເຮືອນ, ເຄື່ອງນອນ, ເຮືອພ້ອມຄົນຂັບ ແລະ ງົບປະມານຮັບໃຊ້ອື່ນໆ.

Road access to PRF targeted area damaged by flooding

Heavy rain by tropical PODUL and Depression passed through over Laos in the end of August to the early of September 2019. Resulted 6 provinces in middle and southern provinces suffered varying degrees of flooding including PRF targeted provinces such as Savannakhet, Saravan, Xekong and Attapeu. That’s why of bridge destroyed, soil erosion, highest water level, it caused of travelling to work field area has closed for instance the road from Attapeu province to Sanamxay, Sanxay and Phouvong districts, Xekong province to Dakcheung, Kaleum and Lamarm districts, Saravan province to Ta Oy, Samuay and Toumlarn districts.

Up to now, PRF staff at local area cannot access to the field work area. Moreover, some of PRF staff’s house affected from the flooding also. They are looking out and moved their asset to the higher area.

The flooding status in 6 middle and southern provinces killed 2 persons, 2 lost and affected over 54.000 households of 37 districts, 788 villages, over 3.400 households must move to safety area, a large number of farms over 130.569 hectares are under water, 26 irrigations, 6 bridges, 45 schools and 2 dispensaries also aggressive.

At present, instantly needs are consumer goods for instance food, drinking water, kitchen materials, sleeping bag, boat with boatman as well as donation funds.