ທລຍ ກັບການແກ້ໄຂຄວາມທຸກຍາກດ້ານການສຶກສາ

Posting Date: 
04 Oct 2019

ທລຍ ກັບການແກ້ໄຂຄວາມທຸກຍາກດ້ານການສຶກສາ                                                                           

  ບ້ານ ໂພນໄຜ່ ເປັນບ້ານທີ່ທຸກຍາກວ່າໝູ່ ໃນຈໍານວນ 7 ບ້ານ ຂອງກຸ່ມບ້ານຕອກອົງແກ້ວເມືອງລະມາມ, ແຂວງເຊກອງ ເປັນບ້ານຊົນເຜົ່າອາລັກ, ກຣຽງ ( ແງະ ) ມີພົນລະເມືອງ 308 ຄົນ, ຍິງ 128 ຄົນ, ມີ 34 ຫລັງຄາເຮືອນ ບ້ານດັ່ງກ່າວຕັ້ງຢູ່ເຂດຫ່າງໄກສອກຫຼີກ ໄກຈາກເທດສະບານເມືອງ ປະມານ 60 ກິໂລແມັດ.

   ເມື່ອເວົ້າເຖິງການສຶກສາ ພາຍໃນບ້ານນີ້ ກໍມີຄວາມຈໍາເປັນ ເພາະເດັກໃນເກນອາຍຸເຂົ້າໂຮງຮຽນກໍມີຫລາຍ ແຕ່ໂຮງຮຽນພັດເກົ່າຊຸດໂຊມ, ຫລັງຄາຮົ່ວ ບໍ່ມີຝາ ບໍ່ມີປະຕູ ຮອດລະດູຝົນປີໃດ ນ້ອງນ້ອຍນັກຮຽນບໍ່ສາມາດຮຽນໜັງສືໄດ້ ເມື່ອເຫັນຄວາມສໍາຄັນຂອງວຽກງານການສຶກສາ ແລະ ຈໍາເປັນຄືແນວນັ້ນ ສະນັ້ນ, ໃນປີ 2019  ລັດຖະບານຈຶ່ງໃຫ້ການສະໜັບສະໜູນທຶນໃນການກໍ່ສ້າງໂຮງຮຽນປະຖົມບ້ານໂພນໄຜ່ ໂດຍຜ່ານກອງທຶນຫຼຸດຜ່ອນຄວາມທຸກຍາກ(ທລຍ) ການກໍ່ສ້າງໂຮງຮຽນປະຖົມດັ່ງກ່າວປະກອບມີ 2 ຫ້ອງຮຽນ, ຂະໜາດ 9 x 16 ເເມັດ, ຫ້ອງນ້ຳ 2 ຫ້ອງ,  ໃນຫ້ອງຮຽນມີໂຕະ, ຕັ່ງ ຫ້ອງ ລະ 15 ຊຸດ, ໂຕະ, ຕັ່ງຄູ 1 ຊຸດ, ກະດານຫ້ອງລະ 2 ແຜ່ນ ພ້ອມທັງຕູ້ໃສ່ເອກະສານຫ້ອງລະ 1 ຫນ່ວຍ. ໃນມູນຄ່າການກໍ່ສ້າງທັງໝົດ 356 ລ້ານກວ່າກີບ ຊຸມຊົນປະກອບສວນວັດສະດຸທ້ອງຖິ່ນ ແລະ ແຮງງານ ຄິດໄລ່ເປັນເງິນ 19 ລ້ານກວ່າກີບ. ການກໍ່ສ້າງໂຮງຮຽນປະຖົມດັ່ງກ່າວນີ້ ໄດ້ເລີ່ມກໍ່ສ້າງໃນວັນທີ 10/04/2019 ແລະ ໄດ້ສຳເລັດລົງໃນວັນທີ 15/09/2019 ຜ່ານມາ ດ້ວຍຄວາມເອົາໃຈໃສ່ຂອງນັກວິຊາການ ທລຍ ແລະ ການມີສ່ວນຮ່ວມ ແລະ ຄວາມເປັນເຈົ້າການ ຂອງຊາວບ້ານທີ່ເລັ່ງໃສ່ການກໍ່ສ້າງໃຫ້ທ່ວງທັນກັບການເປີດສົກຮຽນໃໝ່ໃຫ້ແກ່ນ້ອງນ້ອຍນັກຮຽນບ້ານດັ່ງກ່າວ ປະກອບມີນັກຮຽນທັງໝົດ 96 ຄົນ, ຍິງ 37 ຄົນ ໃນນັ້ນ ມີຄູ 2 ຄົນ, ຍິງ 1 ຄົນ.

       ທ່ານ ອ່ອນໄລ ເລຂາພັກບ້ານ ນາຍບ້ານໂພນໄຜ່ ຕາງຫນ້າປະຊາຊົນ ແລະ ຄູອາຈານໄດ້ກ່າວວ່າ:ພໍ່ແມ່ປະຊາຊົນບ້ານຂອງພວກເຮົາສຸດທີ່ດີໃຈ ທີ່ໄດ້ໂຮງຮຽນປະຖົມຫຼັງໃໝ່ ທີ່ຖາວອນ ຊຶ່ງໄດ້ເປີດນໍາໃຊ້ ໃນສົກຮຽນປີ 2019-2020 ນີ້ ນ້ອງນ້ອຍນັກຮຽນກໍຈະບໍ່ໄດ້ເປັນຫ່ວງເລື່ອງແດດ ເລື່ອງຝົນອີກແລ້ວ    ຂໍສະແດງຄວາມຂອບໃຈມາຍັງ ພັກ-ລັດ ກໍຄື ທລຍ ທີ່ຊອກແຫ່ລງທຶນມາກໍ່ສ້າງໂຮງຮຽນຫລັງໃຫມ່ໃຫ້ກັບບ້ານຂອງພວກເຮົາໃນຄັ້ງນີ້ ຖືວ່າໄດ້ສ້າງຄວາມສະດວກສະບາຍໄດ້ຫລາຍຂື້ນກ່ອນເກົ່າ, ທາງບ້ານຂອງພວກເຮົາຈະປົກປັກຮັກສາໃຫ້ຢືນຍົງຊົ່ວລູກຊົ່ວຫຼານ.