ຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນທຸກຍາກເມືອງຄູນ

Posting Date: 
06 Jan 2020

ຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນທຸກຍາກເມືອງຄູນ

ໃນລະຫວ່າງວັນທີ 4-5 ມັງກອນ 2020, ສາມອົງການຈັດຕັ້ງມະຫາຊົນຂອງກອງທຶນຫຼຸດຜ່ອນຄວາມທຸກຍາກ(ທລຍ) ໄດ້ສ້າງຂະບວນການ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມປະຈໍາປີ ຂອງໜ່ວຍພັກຮາກຖານ ທລຍ ປະຈໍາປີ 2019 ແລະ ວາງທິດທາງແຜນການ 5 ປີຕໍ່ໜ້າ (2020-2024) ຊຶ່ງສະມາຊິກໃນສາມອົງການຈັດຕັ້ງມະຫາຊົນ ແລະ ພະນັກງານພາຍໃນ ທລຍ ໄດ້ລະດົມເຄື່ອງນຸ່ງຫົ່ມ ຈໍານວນໜຶ່ງຈາກພາຍໃນ ແລະ ເພື່ອນສະຫາຍພາຍນອກ ໄປມອບໃຫ້ປະຊາຊົນທີ່ທຸກຍາກ ຂາດເຂີນເຄື່ອງນຸ່ງ ໂດຍສະເພາະປະຊາຊົນບ້ານ ພະຫຼັງໝູ ແລະ ບ້ານທົ່ງສະຕາ ເມືອງພູູຄູນ,​ແຂວງຫຼວງພະບາງ; ເປັນກຽດເຂົ້າຮ່ວມຂະບວນການຄັ້ງນີ້ ມີ ທ່ານ ບຸນເຮືອງ ດວງພະຈັນ, ອະດີດລັດຖະມົນຕີປະຈໍາສໍານັກງານນາຍົກ, ອະດີດປະທານສະພາບໍລິຫານ ທລຍ, ອະດີດເຈົ້າແຂວງ ແຂວງຫຼວງພະບາງ, ທ່ານ ດຣ. ບຸນໄອ ໜູນວນນະວົງ, ອະດີດຮອງຫົວໜ້າຫ້ອງການກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ວຽງທອງ ຫັດສະຈັນ, ກໍາມະການພັກແຂວງ, ເລຂາພັກເມືອງ ເຈົ້າເມືອງໆຄູນ ພ້ອມດ້ວຍຄະນະນໍາຂັ້ນເມືອງ, ຄະນະອໍານວຍການ ທລຍ ແລະ ສະມາຊິກສາມອົງການຈັດຕັ້ງມະຫາຊົນ ທລຍ ໄດ້ລົງຢ້ຽມຢາມການກໍ່ສ້າງໂຄງຍ່ອຍທີ່ ທລຍ ໄດ້ໃຫ້ການສະໜັບສະໜູນໃນໄລຍະຜ່ານມາຢູ່ບ້ານທົ່ງສະຕາ ແລະ ບ້ານພະຫຼັງໝູ, ເມືອງພູຄູນ, ແຂວງຫຼວງພະບາງ ໃນຂະນະດຽວກັນນີ້ກໍໄດ້ນໍາເອົາເຄື່ອງນຸ່ງຫົ່ມຈໍານວນໜຶ່ງ ໄປມອບໃຫ້ປະຊາຊົນທີ່ທຸກຍາກ ຢູ່ບ້ານທົ່ງສະຕາ ແລະ ບ້ານພະຫຼັງໜູ ຊຶ່ງສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ ແລະ ເປັນຫ່ວງເປັນໄຍຢ່າງໃຫຍ່ຫຼວງ ໂດຍສະເພາະແມ່ນສະມາຊິກໃນສາມອົງການຈັດຕັ້ງມະຫາຊົນ ແລະ ບັນດາອະດີດການນໍາ ທລຍ ຍາມໃດກໍຍັງຕິດພັນ ຊີ້ນໍາ ແລະ ຕິດຕາມຊຸກຍູ້ ວຽກງານ ທລຍ ຢ່າງບໍ່ມີວັນເຫີ່ນຫ່າງ.