ກອງປະຊຸມລະດົມແນວຄວາມຄິດໃສ່ຮ່າງແຜນພັດທະນາຊົນນະບົດ ແລະ ລືບລ້າງຄວາມທຸກຍາກຂອງເມືອງຊ່ອນ, ເມືອງໜອງແຮດ, ເມືອງນອງ ແລະ ເມືອງກະລຶມ

Posting Date: 
30 Jan 2020

ກອງປະຊຸມລະດົມແນວຄວາມຄິດໃສ່ຮ່າງແຜນພັດທະນາຊົນນະບົດ ແລະ ລືບລ້າງຄວາມທຸກຍາກຂອງເມືອງຊ່ອນ, ເມືອງໜອງແຮດ, ເມືອງນອງ ແລະ ເມືອງກະລຶມ

 

ໃນວັນທີ 30 ມັງກອນ 2020, ກອງທຶນຫຼຸດຜ່ອນຄວາມທຸກຍາກ(ທລຍ), ກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມກັບອົງການປົກຄອງ 4 ແຂວງ ໄດ້ຈັດກອງປະຊຸມລະດົມແນວຄວາມຄິດໃສ່ຮ່າງແຜນພັດທະນາຊົນນະບົດ ແລະ ລືບລ້າງຄວາມທຸກຍາກຂອງເມືອງຊ່ອນ, ເມືອງໜອງແຮດ, ເມືອງນອງ ແລະ ເມືອງກະລຶມ ເຊິ່້ງເປັນເມືອງທຸກຍາກ ນອນໃນບຸລິມະສິດຂອງລັດຖະບານຂອງການແກ້ໄຂຄວາມທຸກຍາກ ທັງເປັນເມືອງເປົ້າໝາຍຂອງ ທລຍ ໂດຍການເປັນປະທານຂອງທ່ານ ປອ. ພວງປາຣິສັກ ປຣະວົງວຽງຄໍາ, ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ແລະ ການເຂົ້າຮ່ວມຂອງອົງການປົກຄອງທ້ອງຖິ່ນທັງ 4 ເມືອງ ແລະ 4 ແຂວງ: ຫົວພັນ, ຊຽງຂວາງ, ສະຫວັນນະເຂດ ແລະ ເຊກອງ, ບັນດາກົມຂອງກະຊວງກະສິກໍາ ແລະ ປ່າໄມ້, ບັນດາກົມທີ່ກ່ຽວຂ້ອງຂອງກະຊວງແຜນການ, ກະຊວງພາຍໃນ, ກະຊວງການເງິນ, ກະຊວງສຶກສາທິການ ແລະ ກິລາ, ກະຊວງສາທາລະນະສຸກ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງແຮງງານ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ, ຕາງໜ້າອົງການຈັດຕັ້ງສາກົນ, ສະຖາບັນການເງິນສາກົນ, ຕາງໜ້າປະເທດຜູ້ໃຫ້ທຶນ, ຕາງໜ້າອົງການຈັດຕັ້ງສັງຕົມ ທັງພາຍໃນ ແລະ ຕ່າງປະເທດ ພິເສດບັນດານັກຄົ້ນຄວ້າ ການພັດທະນາ ໂດຍຊຸມຊົນເປັນເຈົ້າ ຂອງປະເທດລາວ, ກໍາປູ່ເຈ່ຍ,ຈີນ, ມຽນມ່າ, ໄທ ແລະ ຫວຽດນາມ ເຂົ້າຮ່ວມທັງໝົດ 80 ກວ່າທ່ານ.

ທ່ານ ຈິດ ທະວີໃສ, ຜູ້ອໍານວຍການ ທລຍ ໄດ້ກ່າວ່າ: ກອງປະຊຸມນີ້ແມ່ນຂັ້ນຕອນທີ 4 ຂອງຂະບວນຮ່າງແຜນງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ເພື່ອລະດົມທຶນ ພາຍຫຼັງທີ່ໄດ້ຈັດກອງປະຊຸມລະດົມແນວຄວາມຄິດກັບທ້ອງຖິ່ນຫຼາຍຄັ້ງ ແລະ ກັບກະຊວງຂະແໜງການຂັ້ນສູນກາງ 3 ຄັ້ງແລ້ວ. ຜົນຂອງການລະດົມແນວຄວາມຄິດໃນຄັ້ງນີ້ ຈະເປັນຂໍ້ມູນເພື່ອປັບປຸງຮ່າງແຜນງານ ເພື່ອຂໍຄໍາເຫັນໂດຍຫຼັກການຈາກຂັ້ນເທິງ ແລ້ວນໍາໄປປຶກສາຫາລືກັບທະນາຄານໂລກ ແລະ ສູນສາກົນແກ້ໄຂຄວາມທຸກຍາກ ສປ ຈີນ ຕາມແຜນທີ່ວາງໄວ້ ແນໃສ່ສູ້ຊົນໃຫ້ສໍາເລັດໃນເດືອນມິຖຸນາ 2020. ນອກນັ້ນ ທາງທະນາຄານໂລກ ແລະ ສູນສາກົນແກ້ໄຂຄວາມທຸກຍາກ ສປ ຈີນ ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະຊ່ວຍເຫຼືອ ສປປ ລາວ ໃນການຮ່າງແຜນພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ເພື່ອເປັນຂອບໃນການຮ່ວມມື ແລະ ລະດົມທຶນ ໂດຍສະເພາະ ແມ່ນຈະອອກຈາກເປັນເທດດ້ອຍພັດທະນາ ແລະ ຈະອອກຈາກຄວາມທຸກຍາກແຕ່ນີ້ຫາ ປີ 2030 ເຊິ່ງມີຄວາມໝາຍຄວາມສໍາຄັນຫຼາຍຕໍ່ ສປປ ລາວ.

ເພາະແຜນງານດັ່ງກ່າວຍັງຈະຮັບໃຊ້ເພື່ອຜັນຂະຫຍາຍເປົ້າໝາຍການພັດທະນາແບບຍືນຍົງຂອງສະຫະປະຊາຊາດ ທີ່ ສປປ ລາວ ເຮົາເປັນພາຄີໃນວົງຄະນະຍາດສາກົນ ທີ່ລາວເຮົາມີຄວາມຜູກມັດໃນການລຶບລ້າງຄວາມທຸກຍາກໃນທຸກຮູບແບບສູ່ທຸກບ່ອນ.