ສໍາເລັດສໍາຫຼວດ ອອກແບບ ແລະ ປະເມີນຜົນກະທົບທາງດ້ານສັງຄົມ ແລະ ສິ່ງແວດລ້ອມ 6 ໂຄງການຍ່ອຍ

Posting Date: 
09 Apr 2020

ສໍາເລັດສໍາຫຼວດ ອອກແບບ ແລະ

ປະເມີນຜົນກະທົບທາງດ້ານສັງຄົມ ແລະ ສິ່ງແວດລ້ອມ 6 ໂຄງການຍ່ອຍ

 

ໃນລະຫວ່າງວັນທີ 15 ມີນາ- 03 ເມສາ 2020  ກອງທຶນຫຼຸດຜ່ອນຄວາມທຸກຍາກ(ທລຍ)ເມືອງວຽງພູຄາ, ຂະແໜງ ກະສິກໍາ ແລະ ປ່າໄມ້ເມືອງວຽງພູຄາ  ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຂັ້ນເມືອງ ສົມທົບກັບຜູ້ປະສານງານຂັ້ນກຸ່ມບ້ານ, ອົງການປົກຄອງບ້ານຕະຫຼອດຮອດຊຸມຊົນພາຍໃນບ້ານ ໄດ້ລົງສໍາຫຼວດອອກແບບ ແລະ ປະເມີນຜົນກະທົບທາງດ້ານສັງຄົມ ແລະ ສິ່ງແວດລ້ອມ ໂຄງການຍ່ອຍຢູ່ແຕ່ລະບ້ານທີ່ຈະໄດ້ຮັບໂຄງການໃນ ປີ 2020 ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 192 ຄົນ, ຍິງ 81 ຄົນ.

          6 ໂຄງການຍ່ອຍດັ່ງກ່າວປະກອບມີ:   

1.     ໂຄງການສ້ອມແປງຊົນລະປະທານ ບ້ານ ປລາງ, ກຸ່ມບ້ານ ນໍ້າສີງ;

2.    ໂຄງການຈັດສັນເຂດລ້ຽງສັດ ບ້ານ ນໍ້າແອງ, ກຸ່ມບ້ານ ນໍ້າສີງ;

3.    ໂຄງການສ້ອມແປງທາງ+ຂົວໄປໂຮງຮຽນ ບ້ານ ນໍ້າຈຣິ, ກຸ່ມບ້ານ ນໍ້າແພ;

4.    ໂຄງການສະໜອງເຟີນີເຈີໃສ່ຫ້ອງຮຽນ ບ້ານ ນໍ້າແພ, ກຸ່ມບ້ານ ນໍ້າແພ;

5.    ໂຄງການສ້ອມແປງທາງໄປຫາເຂດຜະລິດ ບ້ານ ຫ້ວຍຫົກ, ກຸ່ມບ້ານ ທົ່ງລາດ;

6.    ໂຄງການ ສ້ອມແປງ ແລະ ສະໜອງເຟີນີເຈີໃສ່ຫ້ອງຮຽນ ບ້ານ ນໍ້າກາບໃຕ້, ກຸ່ມບ້ານທົ່ງລາດ.

ໂຄງການທັງໝົດເຫຼົ່ານັ້ນ ຈະນໍາໃຊ້ທຶນຊ່ວຍເຫຼືອຂອງອົງການພັດທະນາ ແລະ ຮ່ວມມືຂອງປະເທດສະວິດເຊີແລນ(SDC) ທັງໝົດ 756 ລ້ານກີບ ແລະ ນໍາໃຊ້ຮູບແບບຊຸມຊົນເປັນຜູ້ຈັດຕັ້ງປະຕິບັດເອງ ແລະ ຄາດວ່າຈະເລີ່ມລົງມືຈັດຕັ້ງປະຕິບັດໃນຕົ້ນເດືອນພຶດສະພາ 2020.

Attachment: