ທລຍ ກັບ ການແກ້ໄຂຄວາມທຸກຍາກດ້ານການສຶກສາ

Posting Date: 
27 Apr 2020

 

 

 

ທລຍ ກັບ ການແກ້ໄຂຄວາມທຸກຍາກດ້ານການສຶກສາ

 

     ບ້ານ ຫ້ວຍທອງ ເປັນບ້ານທີ່ທຸກຍາກວ່າໝູ່ ໃນກຸ່ມບ້ານບວມຄູນ, ເມືອງປາກແຊງ, ແຂວງຫຼວງພະບາງ ເປັນບ້ານຊົນເຜົ່າກືມມຸ, ປະກອບມີພົນລະເມືອງ 479ຄົນ, ຍິງ 237ຄົນ, ມີ 76ຄອບຄົວ. ບ້ານດັ່ງກ່າວຕັ້ງຢູ່ເຂດຫ່າງໄກສອກຫຼີກ ຫ່າງຈາກເທດສະບານເມືອງ ປະມານ 93ກິໂລແມັດ. ເມື່ອເວົ້າເຖິງການສຶກສາ ພາຍໃນບ້ານນີ້ ກໍມີຄວາມຈໍາເປັນຫຼາຍເພາະເດັກໃນເກນອາຍຸເຂົ້າໂຮງຮຽນກໍມີຫລາຍ ແຕ່ໂຮງຮຽນພັດເກົ່າຊຸດໂຊມ, ມຸງຫລັງຄາສັງກະສີເກົ່າ,ອ້ອມຝາກະແຕະ, ບໍ່ມີປະຕູ  ຮອດລະດູຝົນປີໃດ ນ້ອງນ້ອຍນັກຮຽນບໍ່ສາມາດຮຽນໜັງສືໄດ້ເມື່ອເຫັນຄວາມສໍາຄັນຂອງວຽກງານການສຶກສາ ແລະ ຈໍາເປັນຄືແນວນັ້ນ ສະນັ້ນ, ໃນປີ 2018 ລັດຖະບານຈຶ່ງໃຫ້ການສະໜັບສະໜູນທຶນໃນການກໍ່ສ້າງໂຮງຮຽນປະຖົມບ້ານ ຫ້ວຍທອງໂດຍຜ່ານກອງທຶນຫຼຸດຜ່ອນຄວາມທຸກຍາກ(ທລຍ)ການກໍ່ສ້າງໂຮງຮຽນປະຖົມດັ່ງກ່າວປະກອບມີ 2 ຫ້ອງຮຽນ, ຂະໜາດ 9 x 16 ເເມັດ, ຫ້ອງນ້ຳ 2 ຫ້ອງ, ໃນນັ້ນ ມີເຟີນີເຈີຄົບຊຸດເຊັ່ນ: ໂຕະ, ຕັ່ງ ຫ້ອງ ລະ 15 ຊຸດ, ໂຕະ, ຕັ່ງຄູ 1 ຊຸດ, ກະດານຫ້ອງລະ 2 ແຜ່ນ ພ້ອມທັງຕູ້ໃສ່ເອກະສານຫ້ອງລະ 1 ໜ່ວຍ.

 

ການກໍ່ສ້າງໂຮງຮຽນປະຖົມດັ່ງກ່າວມີມູນຄ່າການກໍ່ສ້າງທັງໝົດ 261 ລ້ານກວ່າກີບ, ຊຸມຊົນປະກອບສ່ວນວັດສະດຸທ້ອງຖິ່ນແລະ ແຮງງານ ຄິດໄລ່ເປັນເງິນ 17.500.000 ກີບ.ການກໍ່ສ້າງໂຮງຮຽນປະຖົມດັ່ງກ່າວນີ້ ໄດ້ເລີ່ມກໍ່ສ້າງໃນວັນທີ 12 ມີນາ2018 ແລະໄດ້ສຳເລັດລົງໃນວັນທີ 4 ກໍລະກົດ 2018 ຜ່ານມາ ດ້ວຍຄວາມເອົາໃຈໃສ່ຂອງນັກວິຊາການ ທລຍແລະ ການມີສ່ວນຮ່ວມ ແລະ ຄວາມເປັນເຈົ້າການຂອງຊາວບ້ານທີ່ເລັ່ງໃສ່ການກໍ່ສ້າງໃຫ້ທ່ວງທັນກັບການເປີດສົກຮຽນໃໝ່ໃຫ້ແກ່ນ້ອງນ້ອຍນັກຮຽນບ້ານດັ່ງກ່າວປະກອບມີ ນັກຮຽນ ປ1: 26 ຄົນ, ຍິງ 11 ຄົນ, 2: 18 ຄົນ, ຍິງ 10 ຄົນ, 3: 17 ຄົນ, ຍິງ 7 ຄົນ, 4: 22 ຄົນ, ຍິງ 13 ຄົນ, 5: 19 ຄົນ, ຍິງ 13 ຄົນ ລວມທັງໝົດ 102ຄົນ, ຍິງ 54ຄົນ ໃນນັ້ນ ມີຄູ 5ຄົນ, ຍິງ 1 ຄົນ.
ທ່ານ ຄໍາແພງ ສີສີຫວັນ ນາຍບ້ານຫ້ວຍທອງ ຕາງຫນ້າປະຊາຊົນ ແລະ ຄູອາຈານໄດ້ກ່າວວ່າ:
ພໍ່ແມ່ປະຊາຊົນບ້ານຂອງພວກເຮົາສຸດທີ່ດີໃຈ ທີ່ໄດ້ໂຮງຮຽນປະຖົມຫຼັງໃໝ່ ທີ່ຖາວອນຊຶ່ງໄດ້ເປີດນໍາໃຊ້ ໃນສົກຮຽນປີ 2019-2020 ນີ້ນ້ອງນ້ອຍນັກຮຽນກໍຈະບໍ່ໄດ້ເປັນຫ່ວງເລື່ອງແດດ ເລື່ອງຝົນອີກແລ້ວຂໍສະແດງຄວາມຂອບໃຈມາຍັງ ພັກ-ລັດ ກໍຄື ທລຍທີ່ຊອກແຫຼ່ງທຶນມາກໍ່ສ້າງໂຮງຮຽນຫລັງໃໝ່ໃຫ້ກັບບ້ານຂອງພວກເຮົາໃນຄັ້ງນີ້ຖືວ່າໄດ້ສ້າງຄວາມສະດວກສະບາຍໄດ້ຫລາຍຂື້ນກວ່າເກົ່າ, ພາຍຫຼັງສໍາເລັດໂຄງການແລ້ວພາຍໃນບ້ານກໍໄດ້ຮັບການຝືກອົົົບຮົມກ່ຽວກັບວຽກງານປົກປັກຮັກສາຄຸ້ມຄອງນໍາໃຊ້ພ້ອມທັງສ້າງລະບຽບໃນການຄຸ້ມຄອງນໍາໃຊ້ ແລະສ້າງຕັ້ງກອງທຶນບູລະນະສ້ອມແປງແບບຊຸມຊົນເປັນເຈົ້າການ.ນັບແຕ່ມື້ສໍາເລັດໂຄງການເປັນຕົ້ນມາຮອດປະຈຸບັນນີ້ກອງທຶນບູລະນະສ້ອມແປງມີເງິນທ້ອນແລ້ວ 288,000ກີບ ໂດຍເກັບເງິນຄອບຄົວລະ 12.000 ກີບ/ປີ ໃນນັ້ນ ເກັບແຕ່ 70 ຄອບຄົວ, ສ່ວນ 6 ຄອບຄົວທຸກຍາກທີ່ສຸດແມ່ນບໍ່ໄດ້ເກັບ. ມາຮອດປະຈຸບັນ ໂຮງຮຽນຫຼັງດັ່ງກ່າວ ຍັງນໍາໃຊ້ໄດ້ດີ ແລະມີການປົກປັກຮັກສາດ້ວຍຄວາມເອົາໃຈໃສ່ຕິດຕາມຈາກອໍານາດການປົກຄອງ,ທິມງານຂັ້ນບ້ານ,ຄູອາຈານ,ນ້ອງນ້ອຍນັກຮຽນໃນແຕ່ລະເດືອນຈິ່ງເຮັດໃຫ້ໂຄງການນີ້ ມີຄວາມສະອາດຈົບງາມອັນນີ້ມັນໄດ້ສະແດງໃຫ້ເຫັນເຖິງຄວາມເຂັ້ມແຂງ ຂອງຊຸມຊົນໃນການປົກປັກຮັກສາ ແລະໃນການຄຸ້ມຄອງນໍາໃຊ້ໂຄງການຍ່ອຍມີຄວາມຍືນຍົງ.