ກອງປະຊຸມແນະນໍາໂຄງການທຶນເພີ່ມຕື່ມ ທລຍ 3 (2020-2024) ໃຫ້ແກ່ພະນັກງານ ທລຍ ສູນກາງ

Posting Date: 
06 May 2020

ກອງປະຊຸມແນະນໍາໂຄງການທຶນເພີ່ມຕື່ມ ທລຍ 3 (2020-2024) ໃຫ້ແກ່ພະນັກງານ ທລຍ ສູນກາງ

 

ໂດຍອີງຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 524/ຫສນຍ ລົງວັນທີ 1 ພຶດສະພາ 2020 ວ່າດ້ວຍການສືບຕໍ່ປະຕິບັດບັນດາມາດຕະການໃນການປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂ ການລະບາດຂອງພະຍາດ COVID 19ໃນໄລຍະແຕ່ ວັນທີ 04-17 ພຶດສະພາ 2020, ອີງຕາມຄູ່ມືຈັດຕັ້ງປະຕິບັດ ແລະ ອີງໃສ່ແຜນວຽກປະຈໍາໄຕມາດ 2/2020 ຂອງໂຄງການທຶນເພີ່ມຕື່ມ ທລຍ ໄລຍະທີ 3 ສະນັ້ນ,ໃນລະຫວ່າງວັນທີ 6-7 ພຶດສະພາ 2020 ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກໍາ ແລະ ປ່າໄມ້ ຈຶ່ງໄດ້ຈັດກອງປະຊຸມແນະນໍາໂຄງການນີ້ ໃຫ້ແກ່ພະນັກງານ ທລຍ ສູນກາງ ໃນຮູບແບບເວັ້ນໄລຍະຫ່າງ ນໍາໃຊ້ລະບົບການປະຊຸມແບບອອນລາຍ ໂດຍການເປັນປະທານຂອງທ່ານ ຈິດ ທະວີໃສ, ຜູ້ອໍານວຍການ ກອງທຶນຫຼຸດຜ່ອນຄວາມທຸກຍາກ ແລະ ການເຂົ້າຮ່ວມຂອງຄະນະອໍານວຍການ, ພະນັກງານ ທລຍ ສູນກາງໝົດທຸກທ່ານ ຈໍານວນ 34 ທ່ານ, ຍິງ 10 ທ່ານ.

ທ່ານ ຈິດ ທະວີໃສ ໄດ້ກ່າວເນັ້ນວ່າ: ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອສ້າງຄວາມເຂົ້າໃຈເປັນເອກະພາບໃຫ້ແກ່ພະນັກງານ ທລຍ ຂັ້ນສູນກາງໝົດທຸກຄົນ ແລະ ໃຫ້ກໍາໄດ້ໃນດ້ານນະໂຍບາຍ, ລະບຽບຫຼັກການ, ກິດຈະກໍາທີ່ຈະຈັດຕັ້ງປະຕິບັດຂອງແຕ່ລະພາກສ່ວນ ກ່ຽວກັບກິດຈະກໍາປັບປຸງຊີວິດການເປັນຢູ່ ເຊື່ອມສານໂພຊະນາການ ກ່ອນຈະລົງມືຈັດຕັ້ງປະຕິບັດໂດຍສະເພາະ ວິທີການ ໂດຍຊຸມຊົນເປັນຜູ້ເຮັດເອງ, ທິດທາງນະໂຍບາຍຂອງລັດຖະບານ ໃນວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ.

ທີ່ກອງປະຊຸມໄດ້ມີການນໍາສະເໜີບັນດາກິດຈະກໍາ, ພາລະບົດບາດ ແລະ ໜ້າວຽກຂອງແຕ່ລະຂະແໜງການ, ໜ່ວຍງານ ແລະ ໄດ້ມີການສົນທະນາ, ປຶກສາຫາລື ແລະ ເຈາະຈິ້ມແຕ່ລະຫົວຂໍ້ທີ່ເຫັນວ່າມີຄວາມສໍາຄັນ ຢ່າງກົງໄປກົງມາ ເພື່ອໃຫ້ຄວາມກະຈ່າງແຈ້ງ ແລະ ເອກະພາບໄປໃນລວງດຽວກັນ ໃນນັ້ນ ປະກອບມີຫຼາຍຫົວຂໍ້ທີ່ສໍາຄັນເຊັ່ນ:

-       ກິດຈະກໍາປັບປຸງຊີວິດການເປັນຢູ່

-       ກິດຈະກໍາໂພຊະນາການ

-       ການວາງແຜນພັດທະນາທ້ອງຖິ່ນ

-       ການປ້ອງກັນຜົນກະທົບທາງດ້ານສັງຄົມ

-       ກົນໄກການສະແດງຄໍາຄິດຄໍາເຫັນ

-       ການສ້າງຄວາມເຂັ້ນແຂງໃຫ້ແກ່ຊຸມຊົນ

-       ວິທີການຈັດຕັ້ງປະຕິບັດ ກິດຈະກໍາໂຄງລ່າງພື້ນຖານ

-       ນະໂຍບາຍປ້ອງກັນຜົນກະທົບດ້ານສິ່ງແວດລ້ອມ

-       ການປະເມີນຜົນດ້ານສິ່ງແວດລ້ອມ ແລະ ໄພພິບັດ

-       ການໄຫຼວຽນຂອງງົບປະມານ

-       ລະບົບການຈັດຊື້-ຈັດຈ້າງ

-       ລະບົບການລາຍງານ

-       ຕົວຊີ້ວັດຂອງ ທລຍ 3 ໄລຍະທຶນເພີ່ມຕື່ມ

-       ໂຄງຮ່າງການຈັດຕັ້ງ, ພາລະບົດບາດ ແລະ ລະບຽບການຂອງພະນັກງານ ທລຍ

-       ແຜນການປະຈໍາປີ 2020