ທລຍ ແຂວງສະຫວັນນະເຂດ ຈະນໍາໃຊ້ຮູບແບບຊຸມຊົນຈັດຕັ້ງປະຕິບັດເອງ

Posting Date: 
14 Jul 2020

 

ທລຍ ແຂວງສະຫວັນນະເຂດ ຈະນໍາໃຊ້ຮູບແບບຊຸມຊົນຈັດຕັ້ງປະຕິບັດເອງ

 

ສໍາລັບການຈັດຕັ້ງປະຕິບັດວຽກງານໃນປີ 2020 ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ແຂວງສະຫວັນນະເຂດ ຈະໄດ້ຈັດຕັ້ງປະຕິບັດໂຄງການຍ່ອຍທັງໝົດ 44 ໂຄງການ ໂດຍນໍາໃຊ້ທຶນຊ່ວຍເຫຼືອຈາກ ອົງການເພື່ອການພັດທະນາ ແລະ ຮ່ວມມືຂອງປະເທດສະວິດເຊີແລນ (SDC) ໃນຮູບແບບຊຸມຊົນເປັນຜູ້ຈັດຕັ້ງປະຕິບັດເອງ ຊຶ່ງເປັນວິທີສ້າງວຽກເຮັດງານທຳໃຫ້ແກ່ຊາວບ້ານ, ເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ອົງການຈັດຕັ້ງບ້ານ ໃນດ້ານການຄຸ້ມຄອງບໍລິຫານງົບປະມານ, ການດຳເນີນການຈັດຊື້-ຈັດຈ້າງ ແລະ ກວດກາຕິດຕາມຄຸນນະພາບຂອງສິ່ງກໍ່ສ້າງ, ຮູບແບບດັ່ງກ່າວນີ້ ຍັງເປັນການແກ້ໄຂຄວາມທຸກຍາກໂດຍກົງ ຈາກການທີ່ຊຸມຊົນໄດ້ຮັບຄ່າຕອບແທນ ໃນເວລາມາອອກແຮງງານກໍ່ສ້າງໂຄງການຍ່ອຍ ຊຶ່ງລາຍຮັບດັ່ງກ່າວສາມາດໄປຊື້ອາຫານການກິນ ແລະ ໃຊ້ຈ່າຍອື່ນໆທີ່ຈຳເປັນພາຍໃນຄອບຄົວ. ສິ່ງສຳຄັນກວ່ານັ້ນ ໄດ້ສ້າງຄວາມເປັນເຈົ້າການໃຫ້ແກ່ຊຸມຊົນ ໃນການປົກປັກຮັກສາສິ່ງກໍສ້າງທີ່ລັດໄດ້ລົງທຶນ ໃຫ້ສາມາດນຳໃຊ້ໄດ້ຍາວນານ ເພາະວ່າ: ຊຸມຊົນມີຄວາມພາກພູມໃຈ ໃນສິ່ງທີ່ເຂົາເຈົ້າໄດ້ເຮັດເອງ     

 

ສະນັ້ນ, ນັບແຕ່ຕົ້ນ-ທ້າຍເດືອນມິຖຸນາ2020 ຜ່ານມາ ເພື່ອເປັນການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ ຊຸມຊົນ ໂດຍສະເພາະແມ່ນທີມງານຈັດຕັ້ງປະຕິບັດຂັ້ນບ້ານນັ້ນ ຂະແໜງວິສະວະກໍາ ແລະ ບໍລິຫານ-ການເງິນ, ກອງທຶນຫຼຸດຜ່ອນຄວາມທຸກຍາກຂັ້ນສູນກາງ ຈຶ່ງໄດ້ຈັດເຝິກອົບຮົມທົບທວນຄືນກ່ຽວກັບວິທີ ແລະ ຂັ້ນຕອນຕ່າງໆທີ່ຊຸມຊົນເປັນຜູ້ຈັດຕັ້ງປະຕິບັດເອງ ໃຫ້ທີມງານດັ່ງກ່າວ ເພື່ອໃຫ້ມີຄວາມເຂົ້າໃຈ ເລີກເຊິ່ງ ແລະ ມີປະສິດທິພາບກວ່າເກົ່າ.

 

Attachment: