ການລົງຕິດຕາມ ກວດກາການຈັດຕັ້ງປະຕິບັດກຸ່ມບົວລະບັດຮັກສາເສັ້ນທາງ ບ້ານພູຕ່າງ

Posting Date: 
16 Jul 2020

 

ການລົງຕິດຕາມ ກວດກາການຈັດຕັ້ງປະຕິບັດກຸ່ມບົວລະບັດຮັກສາເສັ້ນທາງ ບ້ານພູຕ່າງ

 

                                                         

 

      ກຸ່ມບົວລະບັດຮັກສາທາງ ຈຸດປະສົງແມ່ນເພື່ອເຮັດໃຫ້ແມ່ຍິງທີ່ທຸກຍາກພາຍໃນບ້ານເປົ້າໝາຍໄດ້ມີວຽກເຮັດງານທໍາ, ມີລາຍຮັບເຂົ້າຄອບຄົວພາຍຫຼັງລະດູການເກັບກ່ຽວ ໜ້າວຽກຈະບໍ່ໜັກປານໃດເຊັ່ນ: ການຖາງປ່າແຄມທາງ, ອະນາໄມຮ່ອງນໍ້າຂ້າງທາງ, ທໍ່ລະບາຍນໍ້າ, ຖົມໜ້າທາງທີ່ເປັນຂຸມນ້ອຍ ແຕ່ຄວາມຈິງແລ້ວຜູ້ຍິງພຽງແຕ່ອອກຊື່ເປັນສະມາຊິກຂອງກຸ່ມ ແຕ່ເວລາໄປອອກແຮງງານແມ່ນຜູ້ຊາຍ ຫຼື ຜົວຂອງເຂົາເຈົ້າເປັນຜູ້ເຮັດ ແລະ ຈະໄດ້ຮັບເງິນຕອບແທນແຮງງານ ປະມານ 200,000-250,000 ກີບຕໍ່ເດືອນ. ຖ້າເສັ້ນທາງມີຄວາມເສຍຫາຍຫຼາຍແມ່ນມອບໃຫ້ບ້ານເປັນເຈົ້າການ ຫຼື ຫ້ອງການໂຍທາທິການ ແລະ ຂົນສົ່ງຂັ້ນເມືອງເປັນຜູ້ຮັບຜິດຊອບ.

 

ສະນັ້ນ ໃນວັນທີ 10 ກໍລະກົດ 2020 ທີ່ຜ່ານມາ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ເມືອງນາແລ ແຂວງຫຼວງນໍ້າທາ ແລະ ທລຍ ແຂວງຫຼວງນໍ້າທາ ສົມທົບກັບຂະແໜງການ ຍທຂ ເມືອງ, ຍທຂ ແຂວງ ໄດ້ລົງເຮັດວຽກຢູ່ບ້ານ ພູຕ່າງ ກຸ່ມບ້ານພູຈະແລ ເມືອງນາແລ ແຂວງຫຼວງນໍ້າທາ ຈຸດປະສົງເພື່ອຕິດຕາມ ແລະ ກວດກາການຈັດຕັ້ງປະຕິບັດໜ້າວຽກການບົວລະບັດຮັກສາເສັ້ນທາງ  ພ້ອມທັງເຂົ້າຮ່ວມກອງປະຊຸມສະຫຼຸບລາຍຮັບ-ລາຍຈ່າຍງົບປະ ມານໃຫ້ແກ່ກຸ່ມບົວລະບັດຮັກສາເສັ້ນທາງບ້ານພູຕ່າງ.

 

        ໃນການເຂົ້າຮ່ວມຕິດຕາມຄັ້ງນີ້ ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານ ໃນໄລຍະ 3 ເດືອນ ຜ່ານມາຈາກທີມງານຕິດຕາມຂັ້ນບ້ານ ແລະ ຂະແໜງການຂັ້ນເມືອງ ໃນການເຮັດວຽກແຕ່ລະໄລຍະຂອງທີມງານບົວລະບັດຮັກສາເສັ້ນທາງ ໂດຍສະເພາະແມ່ນການອະນາໄມຖາງຫຍ້າແຄມທາງ, ການຂຸດຮ່ອງລະບາຍນໍ້າ, ການຖົມໜ້າດິນ ໃນນັ້ນ ໄດ້ລາຍງານ ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນໄລຍະການຈັດຕັ້ງປະຕິບັດ ເປັນຕົ້ນ ນອກນັ້ນ, ໄດ້ຮ່ວມກັນປືກສາຫາລື, ຮ່ວມກັນມີຄໍາເຫັນແລກປ່ຽນກັນທີ່ກອງປະຊຸມຈາກຜູ້ເຂົ້າຮ່ວມທຸກພາກສ່ວນ ຫຼັງຈາກນັ້ນ ທິມງານການເງິນຂັ້ນບ້ານ ໄດ້ນໍາສະເໜີລາຍຮັບລາຍ-ລາຍຈ່າຍງົບປະມານປະຈໍາເດືອນ 4-5-6 ປີ 2020.