ທລຍ ເສີມສ້າງຄວາມເຂັ້ມແຂງໃຫ້ພະນັກງານຂັ້ນບ້ານ ແລະ ຂັ້ນເມືອງ

Posting Date: 
29 Jul 2020

 

ທລຍ ເສີມສ້າງຄວາມເຂັ້ມແຂງໃຫ້ພະນັກງານຂັ້ນບ້ານ ແລະ ຂັ້ນເມືອງ

               ເພື່ອເປັນການສ້າງຄວາມເຂັ້ມແຂງແລະເພື່ອແນະນໍາຄວາມຮູ້ພື້ນຖານກ່ຽວກັບໜ້າວຽກຂອງຂະແໜງ ປັບປຸງຊິວິດການເປັນຢູ່ ໃຫ້ແກ່ພະນັກງານຂັ້ນບ້ານ ທີ່ກຳລັງລິເລີ່ມຈັດຕັ້ງປະຕິບັດຂຶ້ນໃນ 4 ເມືອງເປົ້າໝາຍຂອງແຂວງ ຜົ້ງສາລີ ຄື: ເມືອງ ບູນໃຕ້, ເມືອງ ຂວາ, ເມືອງ ສໍາພັນ ແລະ ເມືອງໃໝ່, ເພື່ອກໍ່ສ້າງພະນັກງານຂັ້ນເມືອງ ໃຫ້ສາມາດ ຖ່າຍທອດຄວາມຮູ້ກ່ຽວກັບການສ້າງຕັ້ງ ກຸ່ມຊ່ວຍເຫຼືອກັນ ແກ້ໄຂຄວາມທຸກຍາກ (ກຊກ), ການຄຸ້ມຄອງລະບົບບັນຊີ ໃຫ້ແກ່ພະນັກງານ ທລຍ ຂັ້ນບ້ານໄດ້ຮັບຜົນສໍາເລັດ ຕາມແຜນວຽກຂອງໂຄງການທີ່ວາງໄວ້ ແລະ ຕາມການມອບໝາຍ, ເພື່ອກຳນົດ ແລະ ວາງແຜນການເຄື່ອນໄຫວຮ່ວມກັນກ່ຽວກັບການຝຶກອົບຮົມໃຫ້ພະນັກງານຂັ້ນບ້ານ ແລະ ການນໍາພາປະຕິບັດວຽກຕົວຈິງຢູ່ໃນຂອບເຂດບ້ານເປົ້າໝາຍຂອງໂຄງການ.

               ໃນລະຫວ່າງວັນທີ 27-31 ກໍລະກົດ 2020 ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກໍາແລະປ່າໄມ້ຈຶ່ງໄດ້ຈັດເຝິກອົບຮົມວຽກງານປັບປຸງຊິວິດການເປັນຢູ່ ໃຫ້ພະນັກງານ ທລຍຂັ້ນບ້ານຢູ່ເມືອງ  ໃໝ່, ແຂວງຜົ້ງສາລີ ໂດຍໃຫ້ກຽດເປັນປະທານກ່າວເປີດຂອງທ່ານ ຄໍາເລີດ ອິນແກ້ວ, ຮອງເຈົ້າເມືອງເມືອງໃໝ່ ທັງເປັນຜູ້ຊີ້ນໍາວຽກງານ ທລຍ ເມືອງໃໝ່ ແລະ ການເປັນຄູເຝິກຂັ້ນສູນກາງຈໍານວນ 4 ທ່ານ ແລະ ຄູຝຶກຂັ້ນເມືອງ ຈໍານວນ 8 ທ່ານ , ມີຜູ້ເຂົ້າຮ່ວມທັງໝົດ 51 ທ່ານ, ຍິງ 20 ທ່ານ.

               ການເຝິກອົບຮົມຄັ້ງນີ້ມີຫຼາຍຫົວຂໍ້ທີ່ຈະນໍາສະເໜີເຊັ່ນ: ໜ້າວຽກແລະລະບຽບການຈັດຕັ້ງປະຕິບັດກິດຈະກຳປັບປຸງຊີວິດການເປັນຢູ່, ຄວາມເຂົ້າໃຈຕໍ່ຄວາມທຸກຍາກແລະຊີວິດການເປັນຢູ່,ການຫຼຸດຜ່ອນຄວາມທຸກຍາກ ແລະ ວິທີຈັດຕັ້ງປະຕິບັດເຮັດແນວໃດ?ປະຫັວດຄວາມເປັນມາແລະຈຸດປະສົງຂອງການສ້າງຕັ້ງກຸ່ມຊ່ອຍເຫຼືອກັນ(ກຊກ),ຂັ້ນຕອນໃນການຄັດເລືອກຄະນະບໍລິຫານກຊກຂັ້ນກຸ່ມບ້ານແລະຄະນະກໍາມະການບໍລິຫານກຊກຂັ້ນບ້ານ (ຄບກ), ໄລຍະ, ຄາດໝາຍແລະຂັ້ນຕອນ ຫຼື ບາດກ້າວຂອງການສ້າງຕັ້ງກຸ່ມ ກຊກ, ການສ້າງຄວາມສາມາດໃນການບໍລິຫານກຸ່ມກຊກ, ລະບຽບແລະຫຼັກການຂອງການສ້າງຕັ້ງແລະຄຸ້ມຄອງກອງທຶນກຸ່ມຊ່ອຍເຫຼືອກັນ, ຫຼັກການຂອງການຝາກປະຢັດ, ຄວາມຮູ້ພື້ນຖານດ້ານການນໍາໃຊ້ເງິນໃຫ້ມີປະສິດທິພາບ ແລະ ມີປະສິດທິຜົນ, ການບໍລິຫານດ້ານການເງິນອຶ່ນໆ.

ນອກນັ້ນ ນັກສໍາມະນາກອນຍັງຈະໄດ້ລົງເຝິກຫັດເຮັດຕົວຈິງໃນການຈັດກອງປະຊຸມແນະນຳ ໂຄງການ ຢູ່ຂັ້ນບ້ານ ແລະ ເກັບກຳຂໍ້ມູນ ເພື່ອກະກຽມໃຫ້ແກ່ການສ້າງຕັ້ງກຸ່ມກຊກ ແລະ ກຸ່ມໂພຊະນາການບ້ານຢູ່ 4 ບ້ານເປົ້າໝາຍຂອງແຕ່ລະເມືອງ, ຊຶ່ງຄາດວ່ານັກສໍາມະນາກອນ ຈະມີຄວາມຮູ້ ຄວາມເຂົ້າໃຈກ່ຽວກັບໜ້າວຽກ,ພາລະບົດບາດຂອງວຽກງານ ປັບປຸງຊິວິດການເປັນຢູ່ ແລະ ໂພຊະນາການໃຫ້ ຫຼາຍຂຶ້ນກວ່າເກົ່າ;ມີຄວາມສາມາດນໍາໄປຜັນຂະຫຍາຍ ເຜີຍແຜ່ຕໍ່ ກຸ່ມ ກຊກ ແລະ ກຸ່ມ ກພກ ຢູ່ບ້ານເປົ້າໝາຍ ລວມທັງຊີ້ນໍາວາງແຜນ ແລະ ຈັດຕັ້ງປະຕິບັດໄດ້ຢ່າງຖືກຕ້ອງ ສອດຄ່ອງກັບນະໂຍບາຍ ຈຸດປະສົງ ແລະ ລະບຽບການຂອງໂຄງການ ທລຍ.