ຜູ້ອຳນວຍການ ກອງທຶນຫຼຸດຜ່ອນຄວາມທຸກຍາກ ໄດ້ເຂົ້າພົບ ທ່ານ ເຈົ້າແຂວງ ແລະ ທ່ານ ຮອງເຈົ້າແຂວງຜົ້ງສາລີ ລາຍງານ ການຈັດຕັ້ງປະຕິບັດວຽກງານແກ້ໄຂຄວາມທຸກຍາກ ແລະ ຫັນນັກຮຽນຈົບວິຊາຊີບ 30 ຄົນ ລົງຮາກຖານເພື່ອແກ້ໄຂຄວາມທຸກຍາກ

Posting Date: 
05 Aug 2020

 

ເພື່ອເຮັດໃຫ້ວຽກງານແຜນການ ແກ້ໄຂຄວາມທຸກຍາກ ໃນປີ 2020 ຂອງແຂວງຜົ້ງສາລີ ມີຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ແລະ ໄດ້ຮັບຜົນສໍາເລັດຕາມແຜນການ.  ໃນວັນທີ 30 ກໍລະກົດ 2020 ທ່ານ ຈິດ ທະວີໃສ, ຜູ້ອຳນວຍການ ກອງທຶນຫຼຸດຜ່ອນຄວາມທຸກຍາກ ໄດ້ຮັບກຽດເຂົ້າພົບ ທ່ານ ຄໍາພອຍ ວັນນະສານ, ເຈົ້າແຂວງຜົ້ງສາລີ.

 

ທ່ານ ຜູ້ອໍານວຍການ ໄດ້ລາຍງານໂດຍຫຍໍ້ ກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານຜ່ານມາ ແລະ ນໍາສະເໜີ ທິດທາງແຜນການ ທີ່ຈະໃຫ້ການຊ່ວຍເຫຼືອ ແຂວງຜົ້ງສາລີ ແຕ່ປີ 2020-2024. ໂດຍຈະໄດ້ສຸມໃສ່ສ້າງຄວາມເຂັ້ມແຂງໃຫ້ກັບຊຸມຊົນ ເໜັ້ນໜັກໃສ່ ການຫັນປ່ຽນແບບແຜນດໍາລົງຊີວິດ ແລະ ການທຳມາຫາກິນຂອງປະຊາຊົນ, ສ້າງຕັ້ງເປັນກຸ່ມຊ່ວຍເຫຼືອກັນແກ້ໄຂຄວາມທຸກຍາກ, ເຝິກອົບຮົມການປູກການລ້ຽງ, ການນໍາໃຊ້ສິນເຊື່ອ ທີ່ມີປະສິດທິຜົນ ເຂົ້າໃນການສະໜັບໜູນກິດຈະກຳສ້າງລາຍຮັບຂອງຄອບຄົວ, ແກ້ໄຂບັນຫາໂພຊະນາການ ແລະ ຄວາມທຸກຍາກ ມາດຕະການປະຕິບັດໂຕຈິງແມ່ນມີການແຕ່ງຕັ້ງພະນັກງານຂັ້ນບ້ານ ຊຶ່ງແມ່ນນັກຮຽນຈົບວິຊາຊີບ ຈໍານວນ 30 ຄົນ ແລະ ໄດ້ໄປລົງປະຈໍາການ 88 ບ້ານ ຂອງ 4 ເມືອງ: ເມືອງຂວາ, ເມືອງສຳພັນ, ເມືອງບຸນໃຕ້ ແລະ ເມືອງໃໝ່. ພະນັກງານດັ່ງກ່າວ ຢູ່ພາຍໃຕ້ການຊີ້ນໍາ ນໍາພາຂອງອົງການປົກຄອງບ້ານ.

 

ຜູ້ອຳນວຍການຍັງໄດ້ລາຍງານໂຄງການແກ້ໄຂຄວາມທຸກຍາກຊົນນນະບົດ ໂດຍສະເພາະແມ່ນ ການສ້າງອາຊີບ ການປູກ-ການລ້ຽງ ແລະ ອາຊີບທາງເລືອກອື່ນໆ ເພື່ອຈະຮອງຮັບການກັບຄືນບ້ານ ຂອງແຮງງານທີ່ມາຈາກຕົວເມືອງ ແລະ ຕ່າງປະເທດ ຍ້ອນການລະບາດຂອງພະຍາດ ໂຄວິດ19 ຊຶ່ງສ່ວນໃຫຍ່ມີຖິ່ນຖານຢູ່ຊົນນະບົດ.

 

ເຈົ້າແຂວງ ແຂວງຜົ້ງສາລີ ກໍໄດ້ຕີລາຄາສູງໃນການຊ່ວຍເຫຼືອຈາກລັດຖະບານກໍ່ຄືຈາກກະຊວງກະສິກໍາ ແລະ ປ່າໄມ້, ທະນາຄານໂລກ ແລະ ອົງການພັດທະນາ ແລະ ການຮ່ວມມືຂອງປະເທດສະວິດເຊີແລນ (SDC) ທີ່ໄດ້ສະແດງຄວາມເຊື່ອໝັ້ນຕໍ່ ທລຍ ທີ່ຊ່ວຍເຫຼືອແຂວງຜົ້ງສາລີ ແຕ່ປີ 2012 ມາຮອດປະຈຸບັນ. ທ່ານ ກໍໄດ້ສະເໜີ 6 ທາງອອກ ຂອງແຂວງ: (1) ຫັນໄປເຮັດກະສິກໍາເນີນສູງ ຕິດພັນກັບການປົກປັກຮັກສາ ແລະ ນໍາໃຊ້ເຄື່ອງປ່າຂອງດົງ, (2) ຫັນໄປເຮັດການປະມົງ ແລະ ການລ້ຽງປາ, (3) ຫັນໄປເຮັດອຸດສາຫະກໍາປຸງແຕ່ງຜະລິດຕະພັນກະສິກໍາ-ປ່າໄມ້, ແຮ່ທາດ, ໄຟຟ້າ ແລະ ຫັດຖະກໍາເປັນມູນເຊື້ອ, (4) ຫັນໄປເຮັດການໃຫ້ການບໍລິການທົ່ວໄປ, (5) ຫັນໄປເຮັດອຸດສາຫະກໍາທ່ອງທ່ຽວ ແລະ (6)ຫັນໄປເຮັດການຄ້າຊາຍແດນ.

 

ໃນນັ້ນ ທ່ານ ເຈົ້າແຂວງເນັ້ນໃສ່ການບູລະນະເຄື່ອງປ່າຂອງດົງ ແລະ ການປູກທົດແທນ ແລະ ການຈັດສັນແບ່ງເຂດ 8 ປະເພດທີ່ດິນໃຫ້ແຕ່ລະບ້ານ ຄຸ້ມຄອງນໍາໃຊ້ ແລະ ທໍາມາຫາກິນຢ່າງຖືກວິທີ.

 

ຕໍ່ມາ ໃນວັນທີ 31 ກໍລະກົດ 2020 ທ່ານ ຜູ້ອໍານວຍການ ໄດ້ເຂົ້າພົບ ທ່ານ ທອງສີ ເສົາສຸລິພົບ, ຮອງເຈົ້າແຂວງຜົ້ງສາລີ ທີ່ໄດ້ຊີ້ນໍາວຽກງານພັດທະນາຊົນນະບົດຢູ່ເມືອງໃໝ່ ໄດ້ປຶກສາລາຍລະອຽດກ່ຽວກັບ ການຈັດຕັ້ງປະຕິບັດວຽກງານ ທລຍ ໂດຍສະເພາະ ແມ່ນຫັນເອົາພະນັກງານຮຽນຈົບວິຊາຊີບ ລົງຮາກຖານເພື່ອແກ້ໄຂຄວາມທຸກຍາກ.

 

ຄະນະໄດ້ຮ່ວມກັບ ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ຮອງເຈົ້າເມືອງ ເມືອງຂວາ, ເມືອງສຳພັນ, ເມືອງບຸນໃຕ້ ແລະ ເມືອງໃໝ່ ມອບລົດຈັກ ແລະ ອຸປະກອນໃຫ້ຜູ້ຈະລົງຮາກຖານແກ້ໄຂຄວາມທຸກຍາກ.