ໃນວັນທີ 2 ພະຈິກ 2020 ກຸ່ມທະນາຄານ ອົດສະຕາລີ ແລະ ນິວຊີແລນຈໍາກັດ ສາຂາລາວ (ANZ) ມອບເຄື່ອງນຸ່ງຫົ່ມ ກັນໜາວ ແລະ ເຄື່ອງຫຼິ້ນຂອງເດັກນ້ອຍຈໍານວນໜຶ່ງ ລວມເປັນມູນຄ່າທັງໝົດ 13.000.000 ລ້ານກີບ

Posting Date: 
02 Nov 2020

 

ໃນວັນທີ 2 ພະຈິກ 2020 ກຸ່ມທະນາຄານ ອົດສະຕາລີ ແລະ ນິວຊີແລນຈໍາກັດ ສາຂາລາວ (ANZ) ມອບເຄື່ອງນຸ່ງຫົ່ມ ກັນໜາວ ແລະ ເຄື່ອງຫຼິ້ນຂອງເດັກນ້ອຍຈໍານວນໜຶ່ງ ລວມເປັນມູນຄ່າທັງໝົດ 13.000.000 ລ້ານກີບ ເພື່ອຊ່ວຍເຫຼືອຜູ້ທຸກຍາກ ຢູ່ເຂດຊົນນະບົດ ຫ່າງໄກສອກຫຼີກ ໂດຍຜ່ານກອງທຶນຫຼຸດຜ່ອນຄວາມທຸກຍາກ, ກະຊວງກະສິກໍາ ແລະ ປ່າໄມ້.ມອບໂດຍທ່ານນາງ Carli Renzi, ຜູ້ຕາງໜ້າປະທານທະນາຄານ ANZ ປະຈໍາປະເທດລາວ, ຮັບໂດຍ ທ່ານ ສີສະຫວັດ ເກີດກອງ, ຮອງຜູ້ອໍານວຍການ ກອງທຶນຫຼຸດຜ່ອນຄວາມທຸກຍາກ.

 

ດັ່ງນັ້ນ, ກອງທຶນຫຼຸດຜ່ອນຄວາມທຸກຍາກ ໃນນາມຕົວແທນພໍ່ແມ່ປະຊາຊົນຜູ້ທຸກຍາກຫ່າງໄກສອກຫຼີກ ຈຶ່ງຂໍສະແດງຄວາມຮູ້ບຸນຄຸນອັນລົ້ນເຫຼືອມາຍັງ ກຸ່ມທະນາຄານ ອົດສະຕາລີ ແລະ ນິວຊີແລນຈໍາກັດ ສາຂາລາວ ທີ່ໄດ້ໃຫ້ການຊ່ວຍເຫຼືອມອບເຄື່ອງໃນເທື່ອນີ້ ແລະ ຫວັງຢ່າງຍິ່ງຈະໄດ້ຮັບການຊ່ວຍເຫຼືອໃນຄັ້ງຕໍ່ໄປ.

 

ຖ້າບຸກຄົນໃດ ຫຼື ອົງການໃດມີຈຸດປະສົງຢາກຊ່ວຍເຫຼືອເຄື່ອງດັ່ງກ່າວສາມາດພົວພັນໄດ້:

 

021-261479-80