ກອງປະຊຸມສະຫຼຸບວຽກງານກອງທຶນຫລຸດຜ່ອນຄວາມທຸກຍາກແຂວງຫລວງນ້ຳທາ 12 ປີ (2008-2020) ແລະ ແຜນພັດທະນາວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງ 5 ເມືອງ ພາຍໃນແຂວງຫຼວງນໍ້າທາ (2021-2030)

Posting Date: 
08 Nov 2020

ກອງປະຊຸມສະຫຼຸບວຽກງານກອງທຶນຫລຸດຜ່ອນຄວາມທຸກຍາກແຂວງຫລວງນ້ຳທາ 12 ປີ (2008-2020)

ແລະ ແຜນພັດທະນາວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງ 5 ເມືອງ ພາຍໃນແຂວງຫຼວງນໍ້າທາ (2021-2030)

ໃນວັນທີ ພະຈິກຜ່ານມາ, ກອງປະຊຸມສະຫຼຸບວຽກງານກອງທຶນຫລຸດຜ່ອນຄວາມທຸກຍາກແຂວງຫລວງນ້ຳທາ 12 ປີ (2008-2020) ໄດ້ຈັດຂຶ້ນທີ່​ຫ້ອງ​ປະຊຸມ​ຂອງຂະແໜງການພັດທະນາຊົນນະບົດ ແລະ ສະຫະກອນ ​ໂດຍ​ໃຫ້ກຽດເປັນປະທານ ຂອງທ່ານ ຈິດ ທະວິໃສ ຜູ້ອຳນວຍການກອງທຶນຫຼຸດຜ່ອນຄວາມທຸກຍາກ ( ທລຍ ) ແລະ ການເຂົ້າຮ່ວມຂອງພະນັກງານຫຼັກແຫຼ່ງຈາກບັນດາພະແນກທີ່ກ່ຽວຂ້ອງຂອງແຂວງ:ພະແນກກະສິກໍາ ແລະ ປ່າໄມ້, ພະແນກ ສຶກສາທິການ ແລະ ກິລາ, ພະແນກ ສາທາລະນະສຸກ, ພະແນກ ແຜນການ - ການລົງທຶນ,ພະແນກ ໂຍທາທິການ ແລະ ຂົນສົ່ງ,ພະແນກແຮງງານ ແລະ ສະຫວັດດີການສັງຄົມ,ຫ້ອງວ່າການປົກຄອງແຂວງ, ແລະ ສະຫະພັນແມ່ຍິງ ແຂວງ ລວມທັງໝົດ 18 ທ່ານ, ຍິງ 2 ທ່ານ.

 

ຈຸດປະສົງ:ເພື່ອປືກສາຫາລື ລະຫວ່າງກອງທຶນຫລຸດຜ່ອນຄວາມທຸກຍາກ ແລະ ພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງກ່ຽວກັບ

            ໂຄງການກອງທຶນຫລຸດຜ່ອນຄວາມທຸກຍາກ (ທລຍ) ຫຼັງປີ2020 ແລະ ແຜນພັດທະນາປີ 2021 – 2030

 

ທີ່ກອງປະຊຸມໄດ້ຜ່ານບົດສະຫຼູບການຈັດຕັ້ງປະຕິບັດວຽກງານໃນໄລຍະ 12 ປີແຕ່ປີ 2008-2020 ໄດ້ຈັດຕັ້ງປະຕິບັດຢູ່

          03 ເມືອງ, ເມືອງ ລອງ, ເມືອງ ວຽງພູຄາ  ແລະ ເມືອງ ນາແລ ເຊີ່ງໄດ້ແບ່ງອອກເປັນ 03 ໄລຍະຄື:

          ໄລຍະທີ1  ຮອບວຽນ 6-8 (2008-2010)

          ໄລຍະທີ2 ຮອບວຽນ 9-13 (2011-2015)

          ໄລຍະທີ3 ຮອບວຽນ 14-17(2016-2019)

ແລະ ຜ່ານແຜນຍຸດທະສາດການພັດທະນາ 2021-2030 ຂອງແໜງພັດທະນາຊົນນະບົດ ແລະ ສະຫະກອນ ຂອງແຂວງຫຼວງນໍ້າທາ ໃນ 05 ເມືອງ, 12 ກຸ່ມບ້ານປະກອບມີ

1. 

ເມືອງຫລວງນໍ້າທາ 2 ກຸ່ມບ້ານ ຄື: ກຸ່ມບ້ານ ຫ້ວຍດໍາ, ກຸ່ມບ້ານ ສົບຊີມ

2. 

ເມືອງສິງ 2 ກຸ່ມບ້ານຄື: ກຸ່ມບ້ານມອມ ແລະ  ກຸ່ມບ້ານຊຽງແຂງ

3. 

ເມືອງລອງ 4 ກຸ່ມຄື: ກຸ່ມບ້ານສະ, ກຸ່ມບ້ານຈອມໝອກ,ກຸ່ມບ້ານຈ່າໃໝ ແລະ ກຸ່ມບ້ານຜາງົວ

4. 

ເມືອງວຽງພູຄາ 2 ກຸ່ມບ້ານຄື: ກຸ່ມບ້ານ ທົ່ງລາດ ແລະ ກຸ່ມບ້ານປາກຄານ

5. 

ເມືອງນາແລ 2 ກຸ່ມບ້ານຄື: ກຸ່ມບ້ານພູຈະແລ ແລະ ກຸ່ມບ້ານຕະເຄີງ.

 

Ø 

ການປະກອບຄຳເຫັນຈາກແຕ່ລະພາກສ່ວນ:

1.   

ໃຫ້ ທລຍ ຊອກຫາແຫຼ່ງທຶນສືບຕໍ່ການພັດທະນາດ້ານພື້ນຖານໂຄງລາງ ແລະ ຄຽງຄູ່ກັນນັ້ນໃຫ້ເສີມກິດຈະກໍາສ້າງລາຍຮັບໃຫ້ແກ່ຄອບຄົວທຸກຍາກທີ່ຢູ່ເຂດຫ່າງໄກຊອກຫລິກໃຫ້ໄດ້ຮັບການພັດທະນາ.

2.   

ການກຳນົດກຸ່ມບ້ານເປົ້າໝາຍຢາກໃຫ້ນອນໃນກຸ່ມບ້ານຈຸດສຸມພັດທະນາຂອງແຂວງທີ່ກໍານົດໄວ້ໃຫ້ໄປຕາມລວງດຽວກັນ.

3.   

ໃຫ້ເຮັດເປັນບົດໂຄງການສົ່ງເສີມການແປຮູບຜະລິດຕະພັນຂອງຊຸມຊົນໃຫ້ເປັນຮູບປະທໍາ, ຊ່ວຍສົ່ງເສີມການສ້າງແຫຼ່ງລາຍຮັບໃຫ້ຊຸມຊົນ

4.   

ສົ່ງເສີມຊຸກຍູ້ຝຶກອົບຮົມສີມືແຮງງານ, ການລ້ຽງສັດ, ການປຸກພືດຜັກ ແລະ ໄມ້ໃຫ້ໝາກເພື່ອສະໜອງສູ່ທ້ອງຕະຫຼາດພາຍໃນໃຫ້ພຽງພໍເພື່ອຫລີກລ້ຽງຈາກການນໍາເຂົ້າຈາກຕ່າງປະເທດ.

5.   

ບໍ່ໃຫ້ເອົາຈໍານວນພົນລະເມືອງມາປຽບທຽບກັບການລົງທຶນ ຫລື ເປັນການເງືອນໄຂໃນການກໍານົດງົບປະມານໂຄງການ.

ທ່ານ ຈິດ ທະວີໃສ, ຜູ້ອໍານວຍການ ທລຍ ໄດ້ກ່າວເນັ້ນ:

1.   

ມອບໃຫ້ເມືອງ, ແຂວງ ລົງສໍາຫຼວດໂຄງການທຶນສົມທົບລັດຖາບານ ເພື່ອສົ່ງໃຫ້ສູນກາງບໍ່ໃຫ້ກາຍກາງເດືອນ 11/2020

2.   

ໃຫ້ຂັ້ນເມືອງ, ຂັ້ນແຂວງເອກະພາບກັນກ່ຽວກັບແນວຄວາມຄິດແຜນພັດທະນາຊົນນະບົດປີ 2021-2030 ເພື່ອສົ່ງໃຫ້ ກະຊວງກະສິກໍາ ແລະ ປ່າໄມ້.

3.   

ທ້າຍເດືອນທັນວາ 2020 ຈະໄດ້ຈັດກອງປະຊຸມສະຫຼູບຜົນການຈັດຕັ້ງປະຕິບັດວຽກງານ ທລຍ ແຂວງຫຼວງນໍ້າທາ ໄລຍະ 12 ປີ ແລະ ປິດໂຄງການໂດຍຫຼັກການ,    ແຕ່ຈະສຶບຕໍ່ສໍາລັບໂຄງການທີ່ຍັງບໍ່ທັນສໍາເລັດໃຫ້ຫ້ອງການທີ່ກ່ຽວຂ້ອງສຶບຕໍ່ຈັດຕັ້ງປະ

ຕິບັດ ແລະ ຝຶກອົບຮົມການຄຸ້ມຄອງນໍາໃຊ້ກ່ອນມອບຮັບໂຄງການ.

4.   

ໃຫ້ພະແນກກະສິກໍາ ແລະ ປ່າໄມ້ ປະເມີນໜ້າວຽກເພື່ີອຈະປັບປຸງຊັບຊ້ອນພະນັກງານໃຫ້ເໝາະສົມກັບໜ້າວຽກຕົວຈິງທີ່ຈະຈັດຕັ້ງປະຕິບັດໃນປີ 2021.