ກອງປະຊຸມສະຫຼຸບສັງລວມ ແລະ ແລກປ່ຽນບົດຮຽນການປະເມີນການເຮັດວຽກຂອງພະນັກງານ ປະຈໍາປີ 2020

Posting Date: 
07 Jan 2021

 

ກອງປະຊຸມສະຫຼຸບສັງລວມ ແລະ ແລກປ່ຽນບົດຮຽນການປະເມີນການເຮັດວຽກຂອງພະນັກງານ ປະຈໍາປີ 2020

 

ໃນວັນທີ 6 ມັງກອນ 2021 ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມທາງໄກ ກ່ຽວກັບການສະຫຼຸບສັງລວມ ແລະ ແລກປ່ຽນບົດຮຽນການປະເມີນການເຮັດວຽກຂອງພະນັກງານ ປະຈໍາປີ 2020 ເພື່ອຕີລາຄາຄວາມຮູ້ຄວາມສາມາດ, ຈຸດດີ ຈຸດອ່ອນ ໃນການປັບປຸງຕົນເອງ ຂອງພະນັກງານ ເພື່ອ ສືບຕໍ່ສັນຍາພະນັກງານສໍາລັບປີ 2021 ສໍາລັບ 4  ແຂວງ ພາຍໃຕ້ໂຄງການ ທລຍ 3 ໄລຍະທຶນເພີ່ມຕື່ມ (ຜົ້ງສາລີ, ຫົວພັນ, ຊຽງຂວາງ ແລະ ອຸດົມໄຊ) ໂດຍການເປັນປະທານຂອງທ່ານ ຈິດ ທະວີໃສ, ຜູ້ອໍານວຍການ ທລຍ ແລະ ການເຂົ້າຮ່ວມຂອງຜູ້ປະສານງານ ແລະ ຜູ້ຊ່ວຍຜູ້ປະສານ 4 ແຂວງເຂົ້າຮ່ວມ.

 

ທ່ານ ຈິດ ທະວີໃສ, ຜູ້ອໍານວຍການ ທລຍ ໄດ້ຕີລາຄາປະເມີນພະນັກງານ 4 ແຂວງ ພ້ອມທັງໃຫ້ທິດທາງໃນການຈັດຕັ້ງປະຕິບັດຄຸ້ມຄອງພະນັກງານໃນຕໍ່ໜ້າ. ນອກນັ້ນ ຍັງໄດ້ເນັ້ນໜັກໃຫ້ເຫັນບັນດາໜ້າວຽກທີ່ຈະຕ້ອງໄດ້ເອົາໃຈໃສ່ສຸມໃສ່ ເພື່ອຈັດຕັ້ງປະຕິບັດໃຫ້ສໍາເລັດຕາມແຜນທີ່ວາງໄວ້ຂອງໂຄງການ ໂດຍສະເພາະແມ່ນ ວຽກປັບປຸງຊີວິດການເປັນຢູ່ ແລະ ວຽກສົ່ງເສີມໂພຊະນາການ.