ທລຍ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານເມືອງ ແລະ ພະນັກງານບ້ານ

Posting Date: 
08 Jan 2021

 

ທລຍ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານເມືອງ ແລະ ພະນັກງານບ້ານ

 

ເພື່ອຍົກລະດັບຄວາມອາດສາມາດ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານເມືອງ ແລະ ພະນັກງານບ້ານ ທລຍ ເມືອງຊໍາໃຕ້ ແລະ ເມືອງ ກວັນ, ແຂວງຫົວພັນ ເຊິ່ງເປັນຜູ້ຈັດຕັ້ງປະຕິບັດຕົວຈິງ ໃນການລົງແນະນໍາຊຸກຍູ້ວຽກປັບປຸງຊີວິດການເປັນຢູ່ ເຊື່ອມສານໂພຊະນາການ ຂອງພໍ່ແມ່ປະຊາຊົນຢູ່ເຂດພື້ນທີ່ເປົ້າໝາຍຂອງຕົນ.

 

ປະຈຸບັນ, ກອງທຶນຫຼຸດຜ່ອນຄວາມທຸກຍາກ ເມືອງຊຳໃຕ້ ແລະ ເມືອງກວັນ ແຂວງຫົວພັນ ກໍາລັງຂຸ້ນຂ້ຽວຈັດຝຶກອົບຮົມວຽກງານສັດຕະວະແພດ ແລະ ວາງແຜນເສດຖະກິດຄົວເຮືອນໃຫ້ພະນັກງານຂັ້ນເມືອງ ແລະ ຂັ້ນບ້ານ ຊຶ່ງມີຜູ້ເຂົ້າຮ່ວມທັງໝົດຈໍານວນ 39 ທ່ານ, ຍິງ 16 ທ່ານ, ຊົນເຜົ່າ 6 ທ່ານ, ຊຸດຝຶກອົບຮົມດັ່ງກ່າວນີ້ໄດ້ໃຫ້ກຽດການເປັນຄູຝຶກຈາກສູນສົ່ງເສີມເຕັກນິກກຳສິກຳ ຮ່ວມມືລາວ-ຫວຽດນາມ ບ້ານອົ້ງ ແລະ ສູນເຕັກນິກການປູກຜັກອີນຊີ ຫລື ຜັກເຮືອນຫົ່ມ ເມືອງຮ້ຽມ ແຂວງຫົວພັນ, ຄາດວ່າຊຸດຝຶກອົບຮົມດັ່ງກ່າວຈະສໍາເລັດໃນວັນທີ 13 ມັງກອນ 2021.

 

ພາຍຫຼັງຝຶກອົບຮົມແລ້ວຄາດວ່າ ບັນດານັກສໍາມະນາກອນໄດ້ຄວາມຮູ້ ແລະ ປະສົບການຫຼາຍຢ່າງເພື່ອທີ່ຈະໄປສອນຕໍ່ໃຫ້ຊາວບ້ານ ເປັນຕົ້ນແມ່ນການຊັກຢາວັກຊິນໃຫ້ໄກ່, ການເຮັດຝຸ່ນບົ່ມ ແລະ ອື່ນໆ, ຄວາມຮູ້ທັງໝົດເຫຼົ່ານີ້ໄດ້ເປັນພື້ນຖານອັນດີໃຫ້ແກ່ພະນັກງານ ທລຍ ຂັ້ນເມືອງ ແລະ ຂັ້ນບ້ານ ເພື່ອຜັນຂະຫຍາຍຄວາມຮູ້ດັ່ງກ່າວໃຫ້ເກີດຜົນປະໂຫຍດສູງສຸດ.