ທລຍ ເມືອງວຽງພູຄາສຸມໃສ່ຝຶກອົບຮົມວຽກງານປ້ອງກັນພະຍາດໂຄວິດ-19

Posting Date: 
27 Jan 2021

 

ທລຍ ເມືອງວຽງພູຄາສຸມໃສ່ຝຶກອົບຮົມວຽກງານປ້ອງກັນພະຍາດໂຄວິດ-19

 

ໃນລະຫວ່າງວັນທີ28/12/2020-25/1/2021 ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ເມືອງວຽງພູຄາ, ແຂວງຫຼວງນໍ້າທາ ຮ່ວມກັບຫ້ອງການສາທາ ລະນະສຸກເມືອງ, ສະຫະພັນແມ່ຍິງເມືອງ, ຫ້ອງການກະສິກໍາ ປ່າໄມ້ເມືອງ, ພະນັກງານ ທລຍ ຂັ້ນບ້ານ ໄດ້ລົງຈັດຝຶກອົບຮົມວິທີປ້ອງກັນພະຍາດໂຄວິດ-19, ວິທີຫຍີບຜ້າອັດປາກ-ດັງ, ການຜະລິດເຈວລ້າງມື ແລະ ຜະລິດນໍ້າຢາຂ້າເຊື້ອພະຍາດໂຄວິດ-19 ໃຫ້ບ້ານເປົ້າຫມາຍຂອງ ທລຍ ຈໍານວນ 15 ບ້ານ, ໃນນັ້ນ ມີຜູ້ເຂົ້າຮ່ວມທັງຫມົດ 1,035 ຄົນ, ຍິງ 882 ຄົນ.

 

ການຝຶກອົບຮົມໃນຄັ້ງນີ້ ໄດ້ມີການໃຫ້ຄວາມຮູ້ດ້ານການປ້ອງກັນພະຍາດ ແລະ ແນະນໍາວິທີແກ້ໄບັນຫາຂັ້ນຕົ້ນໃນກໍລະນີເກີດພະຍາດລະບາດຢູ່ພາຍໃນບ້ານ, ຮຽນຮູ້ວິທີຫຍິບຜ້າອັດປາກໃຫ້ແກ່ປະຊາຊົນ ໂດຍການສະໜັບສະໜູນທຶນຈາກອົງການພັດທະນາ ແລະ ຮ່ວມມືຂອງປະເທດສະວິດເຊີແລນ (SDC) ພາຍຫຼັງຝຶກອົບຮົມ ເຫັນໄດ້ວ່າພໍ່ແມ່ປະຊາຊົນມີຄວາມເຂົ້າໃຈຕໍ່ກັບຂັ້ນຕອນ, ວິທີປ້ອງກັນພະຍາດໂຄວິດ-19 ໄດ້ເປັນຢ່າງດີ ພ້ອມນີ້ກໍຍັງສາມາດຜະລິດຜ້າປິດປາກ-ດັງ, ເຈວລ້າງມື ແລະ ຜະລິດນໍ້າຢາຂ້າເຊື້ອພະຍາດໂຄວິດ-19  ດ້ວຍຕົນເອງອີກດ້ວຍ. ປະຈຸບັນ ກໍາລັງສືບຕໍ່ຂະຫຍາຍການຝຶກອົບຮົມດັ່ງກ່າວໃຫ້ອີກ 8 ບ້ານ, ຄາດວ່າຈະມີຜູ້ເຂົ້າຮ່ວມ 670 ຄົນ, ຍິງ 455 ຄົນ ແລະ ໂຮງຮຽນ 1 ແຫ່ງ ພາຍໃນກາງເດືອນກຸມພາ 2021 ທີ່ຈະມາເຖິງນີ້ກໍ່ຈະສໍາເລັດຕາມແຜນທີ່ວາງໄວ້.