ທລຍ ເມືອງໃໝ່ ແຂວງຜົ້ງສາລີ ສໍາເລັດ ການຝຶກອົບຮົມ ຄວາມຮູ້ພື້ນຖານດ້ານໂພຊະນາການ

Posting Date: 
10 Feb 2021

 

ທລຍ ເມືອງໃໝ່ ແຂວງຜົ້ງສາລີ ສໍາເລັດ

 

ການຝຶກອົບຮົມ ຄວາມຮູ້ພື້ນຖານດ້ານໂພຊະນາການ

 

                                                                                                  ໂດຍ: ແສງຄໍາ ດໍລໍຄໍາ

 

ໃນວັນທີ 1 ກຸມພາ 2021​ ຜ່ານມາ, ຫ້ອງການກອງທຶນຫຼຸດຜ່ອນຄວາມທຸກຍາກ ໄລຍະເພີ່ມທຶນ ທລຍ 03 ເມືອງໃໝ່ ແຂວງຜົ້ງສາລີ ໄດ້ຈັດກອງປະຊຸມຝຶກອົບຮົມ ຄວາມຮູ້ພື້ນຖານດ້ານໂພຊະນາການສໍາລັບ ແມ່ ແລະ ເດັກຢູ່ທີ່ບ້ານໆ ອົມພຸຣ ພາຍໃຕ້ຂອບນະໂຍບາຍຂອງກອງທຶນຫຼຸດຜ່ອນຄວາມທຸກຍາກ ກະຊວງກະສິກໍາ ແລະ ປ່າໄມ້.

 

          ເພື່ອຍົກລະດັບຊີວິດການເປັນຢູ່ເຊື່ອມສານກັບໂພຊະນາການ ໂດຍສະໜັບສະໜູນໃຫ້ປະຊາຊົນທີ່ທຸກຍາກ ເຂດຫາງໄກສອກຫຼີກໄດ້ເຂົ້າເຖິງການບໍລິການດ້ານການປູກ-ການລ້ຽງ ກໍຄືກິດຈະກໍາທີ່ສາມາດສ້າງລາຍຮັບດ້ານຕ່າງໆ ຂອງຄອບຄົວໄປພ້ອມກັນກັບການສົ່ງເສີມການເຂົ້າເຖິງການບໍລິການດ້ານໂພຊະນາການທີ່ຖືກຕ້ອງຕາມຫຼັກສຸຂະພາບອະນາໄມ ເຮັດໃຫ້ເດັກນ້ອຍໃນເກນອາຍຸ ແຕ່ 0-24 ເດືອນ, ແມ່ມານ, ແມ່ລູກອ່ອນໄດ້ຮັບສານອາຫານທີ່ພຽງພໍ ຕິດພັນກັບການປູກ-ການລ້ຽງເພື່ອບໍລິໂພກພາຍໃນຄອບຄົວ ແລະ ເພື່ອຂາຍເປັນສິນຄ້າ ຍົກລະດັບການສ້າງເສດຖະກິດຄອບຄົວໃຫ້ນັບມື້ນັບເຕີບໂຕ ລວມທັງປະຕິບັດໄດ້ນະໂຍບາຍ ຍຸດທະສາດແຫ່ງຊາດ ສໍາລັບແມ່ ແລະ ເດັກ ກໍຄືຕົວຊີ້ວັດພົ້ນທຸກຂອງລັດຖະບານວາງອອກ ເຮັດໃຊ້ຊຸມຊົນມີໂພຊະນາການທີ່ດີ, ເຮັດໃຫ້ສຸຂະພາບແມ່ຍິງໃນໄວຈະເລີນພັນບັນລຸຄາດໝາຍ, ເດັກນ້ອຍມີການຈະເລີນເຕິບໂຕໄດ້ຕາມມາດຖານຂອງກະຊວງກະຊວງສາທາວາງອອກ.

 

ພາຍຫຼັງທີ່ໂຄງການໄດ້ສໍາເລັດການເກັບກໍາຂໍ້ມູນລະອຽດໃນແຕ່ລະບ້ານແລ້ວ ທລຍ ເມືອງໃໝ່ ຈຶ່ງໄດ້ເລີ່ມຈັດຕັ້ງປະຕິບັດວຽກງານຕົວຈິງ ໂດຍໄດ້ຈັດຊຸດອົບຮົມຄວາມຮູ້ພື້ນຖານດ້ານໂພຊະນາການໃຫ້ກັບແມ່ ແລະ ເດັກຢູ່ຂັ້ນບ້ານ ພ້ອມທັງ ຕິດຕາມການຝຶກອົບຮົມ ການປ້ອງກັນພະຍາດໂຄວິດ-19ໃຫ້ກັບຊຸມຊົນ ໄປພ້ອມໆກັນ. ຊຶ່ງຊຸດອົບຮົມດັ່ງກ່າມ ແມ່ນມີຜູ້ເຂົ້າຮ່ວມທັງໝົດ 119 ຄົນ, ຍິງ 77 ຄົນ. ໃນນັ້ນມີຜູ້ເຂົ້າຮວ່ມຈາກ ທລຍ ສູນກາງ 1 ທານ, ກະຊວງສາທາລະນະສຸກ 1 ທ່ານ, ສູນກາງສະຫະພັນແມ່ຍິງ 1 ທ່ານ ແລະ ທລຍ ແຂວງ 1 ທ່ານ, ເມືອງ 1 ທ່ານ ແລະ ທລຍ ບ້ານເຂົ້າຮ່ວມ.

 

ການລົງຝຶກອົບຮົມກ່ຽວກັບຄວາມຮູ້ພື້ນຖານດ້ານໂພຊະນາການຂອງແມ່ ແລະ ເດັກຢູ່ຂັ້ນບ້ານໆອົມພຸຣ, ເມືອງໃໝ່ ແຂວງຜົ້ງສາລີ ມີແມ່ລູກອ່ອນ, ແມ່ຖືພາ, ແມ່ຂອງເດັກອາຍຸ 6-23 ເດືອນ ເຂົ້າຮ່ວມ ທັງໝົດມີດັ່ງນີ້ແມ່ຍິງຖືພາ 7 ຄົນ,​ ແມ່ລູກອ່ອນ 6 ຄົນ, ເດັກອາຍຸ 0-5 ເດືອນ 6 ຄົນ, ແມ່ຂອງເດັກອາຍຸ 6-23 ເດືອນ 32 ຄົນ. ໄປຄ່ຽງຄູ່ກັນນີ້ ກໍຝຶກອົບຮົມວຽກງານປ້ອງກັນພະຍາດໂຄວິດ-19 ທີ່ໄດ້ຮັບທຶນຊ່ວຍເຫຼືອຈາກ ອົງການພັດທະນາ ແລະ ຮ່ວມມືຂອງປະເທດສະວິດເຊີແລນ (SDC).

 

ສ່ວນຫົວຂໍ້ໃນການຝຶກອົບຮົມຄັ້ງນີ້ ນອກຈາກຈະຝືກອົບຮົມ ກ່ຽວກັບໂພຊະນາການແລ້ວ ພວກເຮົາຍັງໄດ້ປະສົມປະສານ ເອົາຂໍ້ມູນ-ຂ່າວສານ ແລະ ຄວາມຮູ້ ກ່ຽວກັບການປ້ອງກັນພະຍາດໂຄວິດ-19 ໄປນໍາສະເໜີໃຫ້ ກັບພໍ່ແມ່ປະຊາຊົນບ້ານອົມພລຸ ເພື່ອໃຫ້ເຂົາເຈົ້າຮຽນຮູ້ຄວາມອັນຕະລາຍຂອງການລະບາດພະຍາດໂຄວິດ-19 ໃນປະຈຸບັນ ພອ້ມທັງແນະນໍາວິທີປ້ອງກັນໄວຣັດດັ່ງກ່າວ. ນອກນັ້ນ ຍັງຮຽນຮູ້ວິທີຫຍິບຜ້າອັດປາກ-ອັດດັງໃຫ້ພໍ່ແມ່ປະຊາຊົນ ແລະ ອົງການປົກຄອງບ້ານ ໃຫ້ເອົາໃຈໃສ່ຕິດຕາມເຝົ້າລະວັງເປັນປົກກະຕິອີກດ້ວຍ.

 

ຜ່ານການຝຶກອົບຮົມ ເຫັນວ່າປະຊາຊົນສ່ວນໃຫຍ່ໃຫ້ຄວາມຮ່ວມມື ແລະ ເຂົ້າຮ່ວມເປັນຂະບວນຟົດຟື້ນທັງຍິງ ແລະ ຊາຍ ລວມທັງຜູ້ທຸກຍາກ ດ້ອຍໂອກາດ ແລະ ຊົນເຜົ່າ ຊຶ່ງສາມາດຕີລາຄາໄດ້ວ່າ ທຸກຄົນແມ່ນຕັ້ງໃຈຟັງ ທັງມີຄວາມສາມາດຫຍິບຜ້າອັກປາກ-ອັດດັງໄດ້ດ້ວຍຕົນເອງ, ທຸກຄົນໄດ້ນໍາໃຊ້ ແລະ ຮູ້ຈັກວິທີປ້ອງກັນຕົນເອງ ເຮັດໃຫ້ ຊຸດອົບຮົມສໍາເລັດດ້ວຍໝາກຜົນທີ່ໜ້າເພິ່ງພໍໃຈ.