ທລຍ ສໍາເລັດ ການທັດສະນະສຶກສາ ແລະ ຖອດຖອນບົດຮຽນ ໂຄງການຊຸມຊົນຈັດ ຕັ້ງປະຕິບັດເອງ (CFA) ແລະ ໂຄງການຊຸມຊົນບົວລະບັດຮັກສາທາງ (RMG)

Posting Date: 
11 Feb 2021

 

ທລຍ ສໍາເລັດ ການທັດສະນະສຶກສາ ແລະ ຖອດຖອນບົດຮຽນ ໂຄງການຊຸມຊົນຈັດ

 

ຕັ້ງປະຕິບັດເອງ (CFA) ແລະ ໂຄງການຊຸມຊົນບົວລະບັດຮັກສາທາງ (RMG)

 

 

 

ໃນລະຫວ່າງວັນທີ 2-6 ກຸມພາ 2021 ກອງທຶນຫຼຸດຜ່ອນຄວາມທຸກຍາກ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມແລກປ່ຽນ ຖອດຖອນບົດຮຽນ ແລະ ລົງໄປທັດສະນນະສຶກສາ ການຈັດຕັ້ງປະຕິບັດໂຄງການຊຸມຊົນຈັດຕັ້ງປະຕິບັດເອງ (CFA) ແລະ ໂຄງການຊຸມຊົນບົວລະບັດຮັກສາທາງດ້ວຍຕົນເອງ (RMG). ໂດຍມີຜູິເຂົ້າຮ່ວມທີ່ມາຈາກ 4 ແຂວງ ຄື: ອຸດົມໃຊ, ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ ຢູ່ທີແຂວງສາລະວັນ, ກອງປະຊຸມດັ່ງກ່າວ ໄດ້ໃຫ້ກຽດເປັນປະທານກ່າວເປີດຂອງທ່ານ ຈິດ ທະວີໃສ, ຜູ້ອໍານວຍການ ກອງທຶນຫຼຸດຜ່ອນຄວາມທຸກຍາກ ແລະ ການ ແລະ ມີຜູ້ເຂົ້າຮ່ວມຂອງຜູ້ຕາງໜ້າຈາກຫ້ອງການກະຊວງກະສິກໍາ ແລະ ປ່າໄມ້, ກົມແຜນການ ແລະ ການເງິນ, ກົມກວດກາ, ກົມພັດທະນາຊົນນະບົດ ແລະ ສະຫະກອນ, ທລຍ ສູນກາງ ແລະ ອ້າຍເອື້ອຍນ້ອງພະນັກງານ ທລຍ ຈາກ 4 ແຂວງພາກເໜືອເຂົ້າຮ່ວມທັງໝົດ 50 ທ່ານ, ຍິງ 12 ທ່ານ.

 

ຈຸດປະສົງຂອງກອງປະຊຸມແມ່ນເພື່ອໃຫ້ພະນັກງານ ທລຍ ແຂວງ, ເມືອງຈາກ 4 ແຂວງພາກເໜືອ ໄດ້ມີການແລກປ່ຽນ ຖອດຖອນບົດຮຽນກັບແຂວງສາລະວັນ ດ້ານການຈັດຕັ້ງປະຕິບັດໂຄງການຊຸມຊົນຈັດຕັ້ງປະຕິບັດ ວຽກງານດັ່ງກ່າວ, ເນື່ອງຈາກ ເປັນແຂວງທີ່ສາມາດຈັດຕັ້ງປະຕິບັດໄດ້ດີ ແລະ ເພື່ອຈະນໍາເອົາຄວາມຮູ້ຈາກການທັດ ສະນະສຶກສາໃນຄັ້ງນີ້ ໄປຜັນຂະຫຍາຍ ປັບປຸງການຈັດຕັ້ງປະຕິບັດຕົວຈິງຢູ່ພາຍໃນແຂວງຂອງຕົນ. ທີ່ກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງການນໍາສະເໜີຫຼາຍຫົວຂໍ້ທີ່ສໍາຄັນເຊັ່ນ: ພາບລວມຂອງການຈັດຕັ້ງປະຕິບັດໂຄງການ ແບບຊຸມຊົນຈັດຕັ້ງປະຕິບັດເອງ (CFA) ແລະ ໂຄງການຊຸມຊົນບົວລະບັດຮັກສາທາງດ້ວຍຕົນເອງ RMG, ການຄັດເລືອກທີມງານບ້ານ, ນາຍຊ່າງ, ກຳມະກອນ, ແລະ ວິຊາການຊຸມຊົນ, ການຂື້ນແຜນງົບປະມານລົງສຳຫລວດ , ການປະເມີນສິ່ງແວດລ້ອມ ແລະ ຄວາມສ່ຽງໄພພິບັດ, ການກວດກາຄຸນນະພາບ, ການເກັບລາຄາຫົວໝ່ວຍວັດສະດຸກໍ່ສ້າງໃນທ້ອງຖິ່ນ ແລະ ການຢັ້ງຢືນ ກ່ອນການຈັດຕັ້ງປະຕິບັດ CFA, ການອອກແບບ (ແບບແຕ້ມ), ການຄິດໄລ່ບໍລິມາດ ແລະ ການໃສ່ມູນຄ່າລາຄາປະເມີນ, ການສົ່ງມອບBOQ ໃຫ້ແກ່ທີມງານບ້ານ, ໜ້າວຽກຂອງກຸ່ມບົວລະບັດຮັກສາທາງ (RMG), ການກຳນົດຄ່າແຮງ ຂອງກຸ່ມບົວລະບັດຮັກສາທາງ (RMG), ຂັ້ນຕອນການກະກຽມເອກະສານແຈ້ງເຊີນເຂົ້າຮ່ວມການປະມູນ, ວິທີການດຳເນີນການຈັດຊື້-ຈັດເຄື່ອງວັດສະດຸກໍ່ສ້າງ, ການເບີກຈ່າຍ ແລະ ການສະຫລຸບປະຈຳງວດດ້ານການນໍາໃຊ້ເງິນອຶ່ນໆ ເປັນຕົ້ນ.

 

 

 

ພາຍຫລັງ ສໍາເລັດການນໍາສະເໜີບັນດາຫົວຂໍ້ທີ່ສໍາຄັນກ່ຽວກັບ 2 ວຽກງານທີ່ກ່າວມາຂ້າງເທີງແລ້ວ, ເພື່ອເຮັດໃຫ້ ຜູ້ເຂົ້າຮ່ວມ ມີຄວາມເຂົ້າໃຈເລິກເຊິ່ງ, ຄະນະທິມງານ ຈາກ ທລຍ ສູນກາງ ຈຶ່ງໄດ້ນໍາພາ ຜູ້ເຂົ້າຮ່ວມລົງໄປ ສືກສາ ຢ້ຽມຢາມໂຄງ ການຍ່ອຍຊຸມຊົນຈັດຕັ້ງປະຕິບັດເອງ ຢູ່ເມືອງ ຕະໂອ້ຍ, ສະໜ້ວຍ ແລະ ເມືອງຕຸ້ມລານ ພ້ອມທັງສຳພາດທີມງານບ້ານ, ນາຍຊ່າງ, ກຳມະກອນ, ວິຊາການຊຸມຊົນ, ແລະ ພະນັກງານ ທລຍ ເມືອງຕື່ມອີກ.

 

 

 

ຜ່ານການຝຶກອົບຮົມ ແລະ ທັດສະນະສຶກສາທາງດ້ານທິດສະດີ ແລະ ສໍາພັດກັບວຽກງານຕົວຈິງ ເປັນເວລາ 5 ວັນເຕັມ ເຫັນໄດ້ວ່າ ບັນດາຜູ້ເຂົ້່າຮ່ວມມີຄວາມເຂົ້າໃຈຕໍ່ກັບຮູບແບບ ແລະ ວິທີການໃນການຈັດຕັ້ງປະຕິບັດໂຄງການຊຸມຊົນຈັດຕັ້ງປະຕິບັດເອງ (CFA) ແລະ ໂຄງການກຸ່ມບົວລະບັດຮັກສາທາງ (RMG) ໄດ້ເປັນຢ່າງດີ ແລະ ເຊື່ອແນ່ວ່າ ພະນັກ ງານແຂວງ ແລະ ເມືອງຈາກ 4 ແຂວງພາກເໜືອຈະນໍາເອົາຄວາມຮູ້ຈາກການຝຶກອົບຮົມ ແລະ ທັດສະນະສຶກສາໃນເທື່ອນີ້ ໄປຜັນຂະຫຍາຍສູ່ວຽກງານຕົວຈິງທີ່ຕົນເອງຮັບຜິດຊອບໃຫ້ເປັນຮູບປະທໍາ.