ລຖຕ ກະຊວງ ກະສິກໍາ ແລະ ປ່າໄມ້ ໂອ້ລົມ ແລະ ຊີ້ນໍາວຽກ ພັດທະນາຊົນນະບົດ ແລະ ສະຫະກອນ ແລະ ກອງທຶນຫຼຸດຜ່ອນຄວາມທຸກຍາກ

Posting Date: 
22 Feb 2021

ລຖຕ ກະຊວງ ກະສິກໍາ ແລະ ປ່າໄມ້ ໂອ້ລົມ ແລະ ຊີ້ນໍາວຽກ ພັດທະນາຊົນນະບົດ ແລະ ສະຫະກອນ ແລະ ກອງທຶນຫຼຸດຜ່ອນຄວາມທຸກຍາກ

ໃນວັນທີ 19 ກຸມພາ 2021 ຜ່ານມາ, ທ່ານ ປອ.ເພັດ ພົມພິພັກ, ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ນໍາວຽກ ພັດທະນາຊົນນະບົດ ແລະ ສະຫະກອນ ແລະ ກອງທຶນຫຼຸດຜ່ອນຄວາມທຸກຍາກ ຢູ່ຫ້ອງປະຊຸມຂອງກົມພັດທະນາຊົນນະບົດ ແລະ ສະຫະກອນ ໂດຍການເຂົ້າຮ່ວມຂອງຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກບໍລິຫານ ແລະຈັດຕັ້ງ, ພະແນກແຜນການ ແລະການຮ່ວມມື, ພະແນກປະເມີນຜົນ, ພະແນກພັດທະນາຊົນນະບົດ, ພະແນກສົ່ງເສີມສະຫະກອນ ແລະ ພະແນກຈັດສັນພູມລຳເນົາ ແລະ ອາຊີບ, ຄະນະອໍານວຍການ ທລຍ ແລະ ພະນັກງານຫຼັກແຫຼ່ງຂອງສອງພາກສ່ວນ ທັງໝົດ 92 ທ່ານ, ຍິງ 34 ທ່ານ.

ທ່ານ ຄໍາອ້ວນ ຄໍາພູແກ້ວ, ວ່າການຫົວໜ້າກົມພັດທະນາຊົນນະບົດ ແລະ ສະຫະກອນ ໄດ້ລາຍງານສະຫຼຸບຫຍໍ້ການຈັດຕັ້ງປະຕິບັດວຽກງານ 2016-2020 ວ່າ: ໄດ້ສຳເລັດການສະເໜີແຜນຮ່າງດຳລັດວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ(ປັບປຸງດຳລັດ 348/ລບ ປີ2017, ຮ່າງຍຸດທະສາດຈັດສັນພູມລໍາເນົາ ແລະ ອາຊີບ ແລະ ຮ່າງແຜນແມ່ບົດພັດທະນາຊົນນະບົດ, ເພື່ອຈະນຳເຂົ້າພິຈາລະນາໃນກອງກອງປະຊຸມກົມການເມືອງສູນກາງພັກ ແລະ ກອງປະຊຸມລັດຖະບານປີ 2021,ໄດ້ປະສານຂະແໜງການກ່ຽວຂ້ອງ ແຕ່ງຕັ້ງບຸກຄະລາກອນເພື່ອເຂົ້າຮ່ວມການຄົ້ນຄວ້າຈັດຕັ້ງຜັນຂະຫຍາຍຄຳສັ່ງກົມການເມືອງເລກທີ 097/ກມສພ, ວ່າດ້ວຍການເພີ້ມທະວີການນຳພາວຽກງານ ພັດທະນາຊົນນະບົດ ແລະ ແກ້ໃຂຄວາມທຸກຍາກ ແລະ ກຳນົດມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ປັບປຸງຍົກລະດັບເນື້ອໃນຂອງດຳລັດ 348/ລບ ແລະ ບົດແນະນຳ 830/ກປ ເປັນຕົວຊີ້ວັດແຫ່ງຊາດ,ໄດ້ສຳເລັດການເຜີຍແຜ່ ກົດໝາຍ ແລະ ດຳລັດ ຄື:

o  

ສຳເລັດການເຜີຍແຜ່ກົດໝາຍວ່າດ້ວຍການຈັດສັນພູມລໍາເນົາ ແລະ ອາຊີບ

o  

ສຳເລັດການເກັບຂໍ້ມູນຕົວຕັ້ງຕາມດຳລັດ 348/ລບ ແລະ ບົດແນະນຳ 0830/ກປສະພາບບັນລຸແລະບໍ່ບັນລຸ ຕົວຊີ້ວັດມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາໃນ 18 ແຂວງ, 148ເມືອງ, 8.426ບ້ານ,1.239.371ຄອບຄົວ ແລະ ສະພາແຫ່ງຊາດຮັບຮອງເອົາແຜນຄາດໝາຍສູ້ຊົນ ປີ 2021 ຕາມມະຕິເລກທີ 12/ສພຊ, ລົງວັນທີ 4/11/2020.

o  

ສຳເລັດການຮ່າງຄູ່ມື ການປະເມີນຜົນໄລຍະຕົ້ນຕາມດຳລັດ 348/ລບ ແລະ ບົດແນະນຳ 830/ກປ. ກ່ຽວກັບມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ແລະ ໄດ້ທົດລອງຢູ່ ຂັ້ນຄອບຄົວ ເອັບ F1  ໃນ 4 ແຂວງມີ(ຫົວພັນ, ຊຽງຂວາງ, ອຸດົມໄຊ ແລະ ຜົ້ງສາລີ); ສ່ວນການປະເມີນ ຂັ້ນແຂວງ F4, ຂັ້ນເມືອງ F3 ແລະ ຂັ້ນບ້ານ F2 ໄດ້ເຂົ້າຮ່ວມທອດຖອນ ແລະ ປ່ຽນບົດຮຽນກັບແຂວງໄຊຍະບູລີ ເພື່ອພັດທະນາ ຄູ່ມືປະເມີນ ໃນຂະບວນການກະກຽມເນື້ອໃນການປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ທີ່ແຂວງໄຊຍະບູລີຈັດຂື້ນ. ນອກນັ້ນ ໄດ້ສຳເລັດການສ້າງດຳລັດວ່າດ້ວຍກຸ່ມ ແລະ ສະຫະກອນ ສະບັບເລກທີ 606/ລບ ລົງວັນທີ 26.11.2020 ແລະ ກະກຽມ ຮ່າງຄໍາແນະນໍາ, ເອກກະສານ, ຄູ່ມື ແບບຟອມຕ່າງໆ ເພື່ອດໍາເນີນການເຜີຍແຜ່ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ, ຄະນະນຳຂອງກົມ, ພະແນກ, ວິຊາການ ໄດ້ລົງສົມທົບເກັບແຂວງ, ເມືອງ ເພື່ອຊຸກຍູ້ ກວດກາ ການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໃຂຄວາມທຸກຍາກຕົວຈີງ ພ້ອມກັນສະຫລຸບ, ຕີລາຄາຜົນໄດ້ຮັບການຈັດຕັ້ງປະຕິບັດ ຂໍ້ຕົກລົງ ເລກທີ 65/ນຍ ໃນ 449 ຈຸດສຸມ ຂອງການລົງທຶນຜ່ານມາ ແລະ ກຳນົດຈຸດສຸມສ້າງຕົວແບບພັດທະນາຊົນນະບົດໃໝ່ ຕາມຄຳສັງເລກທີ 097/ກມສພ ແລະ ການນໍາໃຊ້ຂໍ້ມູນຕົວຕັ້ງມາດຕະຖານບໍ່ທັນບັນລຸ ຈະສຸມໃສ່ແກ້ໃຂແນວໃດ ຂອງຂະແໜງການກ່ຽວຂ້ອງໃນການພັດທະນາຊົນນະບົດແກ້ໄຂຄວາມທຸກຍາກ ແລະ ສະຫະກອນ ໃນແຜນດໍາເນີນງານແຕ່ປີ 2021-2025 ແລະ ແຜນປີ 2021, ໄດ້ສືບຕໍ່ ພັດທະນາຈຸດສຸມຕາມ ຂໍ້ຕົກລົງເລກທີ່ 65/ນຍ,  ວ່າດ້ວຍ ການກຳນົດຈຸດສຸມບຸລິມະສິດ ໃນຂອບເຂດທົ່ວປະເທດ ໃນນັ້ນມີ 449 ຈຸດສຸມ ໃນທົ່ວປະເທດ, ແບ່ງອອກເປັນ 3 ປະເພດຈຸດສຸມຄື: ຈຸດສຸມພັດທະນາຊົນນະບົດ 91 ຈຸດສຸມ, ຈຸດສຸມ ຈັດສັນພູມລຳເນົາ 141 ຈຸດສຸມ ແລະ ຈຸດສຸມ ສ້າງບ້ານໃຫ່ຍ ເປັນຕົວເມືອງ 213 ຈຸດສຸມ;  ຜ່ານການຈັດຕັ້ງປະຕິບັດຕົວຈິງ ສາມາດສຸມໃສ່ປະຕິບັດທັງໝົດ 138 ຈຸດສຸມ ທີ່ມີທຶນສຸມໃສ່, ໃນນັ້ນ ໄດ້ສຸມໃສ່ບັນດາກິດຈະກຳ ທີ່ຈຳເປັນຕໍ່ການດຳລົງຊີວິດຂອງປະຊາຊົນ ຢູ່ເຂດຊົນນະບົດ ເປັນຕົ້ນແມ່ນ: ຖະໜົນຫົນທາງ, ສຸກສາລາ, ໂຮງຮຽນ, ໄຟຟ້າ, ນໍ້າສະອາດ, ຊົນລະປະທານ, ບຸກເບີກເນື້ອທີ່ທຳການຜະລິດ, ຕັດຜັງບ້ານ ແລະ ຍົກຍ້າຍ ຈັດສັນປະຊາຊົນ ເຂດຫ່າງໄກສອກຫຼີກ ເຂົ້າມາໂຮມກັນ ໃນບ້ານທີ່ມີເງື່ອນໄຂສະດວກໃນການພັດທະນາແລະ ໂຄງການສົ່ງເສີມວິຊາການຈໍານວນໜຶ່ງ, ໄດ້ເກັບກຳຂໍ້ມູນ ມາດຕະຖານ ພົ້ນທຸກ ແລະມາດຕະຖານພັດທະນາ ຕາມດຳລັດ 348/ລບ ແລະ ບົດແນະນຳ 0830/ກປ ໃນຂອບເຂດທົ່ວປະເທດ, ມາຮອດປະຈຸບັນແມ່ນສໍາເລັດຂັ້ນຕອນການເກັບກໍາ ແລະ ປ້ອນຂໍ້ມູນເຂົ້າຖານ  ແລະ ຍັງຈະເສືບຕໍ່ປະເມີນຂໍ້ມູນຕົວຕັ້ງ 2021  ໂດຍໃຊ້ ແທັບເລັດ,ໄດ້ລົງຕິດຕາມ, ຊຸກຍູ້ ການຈັດຕັ້ງ ກຸ່ມ ແລະ ສະຫະກອນ ໃນບັນດາເປົ້າໝາຍ ຕ່າງໆ  ເພື່ອກວດຄືນຄວາມພ້ອມໃນການກຳນົດຄາດໝາຍ 2021 -2025 ໃນການຈັດຕັ້ງກຸ່ມການຜະລິດ, ຈັດຕັ້ງກຸ່ມເຂັ້ມແຂງ ແລະ ປະກາດເປັນສະຫະກອນ ໃນບັນດາກຸ່ມເປົ້າໝາຍ ທີ່ມີການຂະຫຍາຍຕົວ, ໄດ້ຈັດຕັ້ງປະຕິບັດໂຄງການ ຮ່ວມມືແກ້ໄຂຄວາມທຸກຍາກ ລາວ-ຈີນ ໄດ້  2 ບ້ານຄື: ບ້ານ ຊຽງລ້ອມ, ແຂວງ ຫລວງພະບາງ ແລະ ບ້ານ ຊໍ້ ເມືອງ ສັງທອງ ນະຄອນຫລວງວຽງຈັນ, ຊຶ່ງມີມູນຄ່າ 5 ລ້ານ ໂດລາ ຫຼືປະມານ 33 ລ້ານຢວນ  ມາຮອດປະຈຸບັນໂຄງການແມ່ນສຳເລັດ ແລະ ກຳລັງກະກຽມມອບຮັບ ແລະ ສະເໜີສືບຕໍ່ໄລຍະ 2 ; ນອກຈາກນັ້ນ ກໍ່ໄດ້ການຈັດຕັ້ງປະຕິບັດໂຄງການ ແກ້ໄຂຄວາມທຸກຍາກ ແລະ ຂາດໂພຊະນາການ ຢູ່ 4 ແຂວງ ເປົ້າໝາຍຄື: ແຂວງ ອຸດົມໄຊ, ຜົ້ງສາລີ, ຫົວພັນ ແລະ ແຂວງ ຊຽງຂວາງ ຊຶ່ງເປັນທຶນກູ້ຢືມຂອງລັດຖະບານລາວ ມູນຄ່າ 27 ລ້ານໂດລາ  ມາຮອດປະຈຸບັນ ກຳລັງດຳເນີນໂຄງການຢູ່ 4 ແຂວງເປົ້າໝາຍດັ່ງກ່າວ.

ຈາກນັ້ນ ທ່ານ ຈິດ ທະວີໃສ, ຜູ້ອໍານວຍການ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ໄດ້ຂຶ້ນລາຍງານສະຫຼຸບຫຍໍ້ການຈັດຕັ້ງປະຕິບັດວຽກງານ ທລຍ ໃນໄລະຜ່ານມາ: ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ເປັນອົງການຂອງລັດ ພາຍໃຕ້ການສະໜັບສະໜູນ ດ້ານການເງິນ ແລະດ້ານວິຊາການ ຂອງທະນາຄານໂລກ ສ້າງຕັ້ງຂຶ້ນໃນປີ 2003 ເພື່ອປະກອບສ່ວນເຂົ້າໃນການ ສູ້ຊົນບັນລຸຸຄາດ   ໝາຍ ແກ້ໄຂຄວາມທຸກຍາກ ຂອງລັດຖະບານ. ທລຍ1 (ໄລຍະ 2003-2010) ລວມທັງໄລຍະເຊື່ອມຕໍ່-ທຶນທັງໝົດແມ່ນ ທະນາຄານໂລກ ແລະ ຄູ່ຮ່ວມໃຫ້ທຶນຊ່ວຍເຫຼືອລ້າ ລວມ 40 ລ້ານໂດລາ, ທລຍ 2 (ໄລຍະ 2011-2016) 83 ລ້ານໂດລາ ໃນນັ້ນ ມີທຶນກູ້ຢືມ 11 ລ້ານ ແລະ ທຶນສົມທົບຂອງລັດຖະບານລາວ 10 ລ້ານໂດລາ; ທລຍ 3 (2017-2019) ມີທຶນ 54 ລ້ານໂດລາ ໃນນັ້ນ ທຶນກູ້ຢືມ 30 ລ້ານ - ທຶນສົມທົບຂອງລັດ 6 ລ້ານໂດລາ.

ກອງທຶນຫຼຸດຜ່ອນຄວາມທຸກຍາກ ເປັນໂຄງການລັດຖະບານ ໃນການຈັດຕັ້ງປະຕິບັດ ຍຸດທະສາດເພື່ອການເຕີບໂຕ ແລະ ລຶບລ້າງຄວາມທຸກຍາກແຫ່ງຊາດ ກໍ່ຄືແຜນພັດທະນາເສດຖະກິດສັງຄົມ ແຕ່ລະໄລຍະ. ເນື້ອແທ້ແມ່ນເປັນການລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດ ຮອບດ້ານຂອງພັກເຮົາ ໂດຍເນັ້ນໃສ່ການພັດທະນາ ເສດຖະກິດສັງຄົມເປັນໃຈກາງ ແລະ ການສ້າງຄວາມເຂັ້ມແຂງໃຫ້ອົງການປົກຄອງທ້ອງຖິ່ນຮາກຖານ ກໍ່ຄືປະຊາຊົນ ສຸ່ມໃສ່ບັນດາບໍລິເວນທີ່ຍັງທຸກຍາກ ຂອງເຂດປົດປ່ອຍເກົ່າ ທີ່ຖືກສົງຄາມທຳລາຍ, ເປັນເຂດເຜົ່າທີ່ຍັງຫຍຸ້ງຍາກ ບໍລິເວນລຽບຊາຍແດນ ເບື້ອງຕາເວັນອອກ ຊຶ່ງຖືວ່າເປັນແນວຫຼັງຍຸດທະສາດຂອງປະເທດເຮົາ.

ສໍາລັບປີ 2020 ສຳເລັດການຈັດຕັ້ງປະຕິບັດ 178 ໂຄງການ ໃຊ້ງົບປະມານ 6,7 ລ້ານໂດລາສະຫະລັດ, ໃນນັ້ນ 58 ໂຄງການດ້ວຍທຶນ 13 ຕື້ກີບຂອງລັດຖະບານ, ໂຄງການປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ 254 ບ້ານ ຢູ່ 12 ເມືອງ ຢູ່ 4 ແຂວງ, ສຳເລັດໂຄງການຄົ້ນຄວ້າພາກພື້ນໃນຂອບ LMC 90%, ເປັນໃຈກອງສ້າງກົນໄກ ສິນເຊື່ອ 4 ຮ່ວມ ລະຫວ່າງກົມ ພັດທະນາຊົນນະບົດ ແລະ ສະຫະກອນດ, ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກໍາ, ທະນາຄານນະໂຍບາຍ, ລະດົມທຶນໃສ່ຮັບໃຊ້ໂຄງການຕອບໂຕ້ການລະບາດຂອງພະຍາດໂຄວິດ-19 ຢູ່ຊຸມຊົນຈຳນວນ 5 ແສນໂດລາສະຫະລັດ ຈາກອົງການພັດທະນາ ແລະ ຮ່ວມມືຂອງປະເທດສະວິດເຊີແລນ (SDC).

ນອກນັ້ນ ວຽກຈຸດສຸມປີ 2021 ຂອງກອງທຶນຫຼຸດຜ່ອນຄວາມທຸກຍາກປະກອບມີ:

1.   

ຈັດຕັ້ງປະຕິບັດໂຄງການປັບປຸງຊີວິດການເປັນຢູ່ ແລະສົ່ງເສີມໂພສະນາການ ຢູ່ 258 ບ້ານ, 12 ເມືອງ 4 ແຂວງພາກເໜືອ

2.   

ປິດໂຄງການກອງທຶນຫຼຸດຜ່ອນຄວາມທຸກຍາກທີ່ເນັ້ນໃສ່ການກໍ່ສ້າງໂຄງລ່າງຂະໜາດນ້ອຍ ຢູ່ 45 ເມືອງ 10 ແຂວງໃນທົ່ວປະເທດ ແລະ ຖອນອອກຈາກ 35 ເມືອງຂອງ 6 ແຂວງ.

3.   

ຈັດກອງປະຊຸມສະຫຼຸບ 17 ປີ ການຈັດຕັ້ງປະຕິບັດໂຄງການແກ້ໄຂຄວາມທຸກຍາກຂອງ ທລຍ ຕິດພັນກັບ ຍຸດທະສາດ ເພື່ອການເຕີບໂຕ ແລະ ລຶບລ້າງຄວາມທຸກຍາກແຫ່ງຊາດ.

4.   

ສືບຕໍ່ເຮັດສຳເລັດຮ່າງແຜນພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ເພື່ອລະດົມທຶນ.

5.   

ການເຮັດທົດລອງສິນເຊື່ອ 4 ຮ່ວມແກ້ໄຂຄວາມທຸກຍາກ ຢູ່ແຂວງອຸດົມໄຊ.

6.   

ກອງປະຊຸມສະພາບໍລິຫານ ກອງທຶນຫຼຸດຜ່ອນຄວາມທຸກຍາກ ຄັ້ງທີ 24 ປີ 2020.

7.   

ປັບປຸງນິຕິກຳວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວຂອງກອງທຶນຫຼຸດຜ່ອນຄວາມທຸກຍາກ

8.   

ເຮັດໃຫ້ສໍາເລັດ ແລະປິດໂຄງການຄົ້ນຄວ້າພາກພື້ນ.

ໃນຕອນທ້າຍ ທ່ານ ປອ. ເພັດ ພົມພິພັກ ໄດ້ມີຄໍາຄິດເຫັນ ແລະ ຊີ້ນໍາວ່າ: ໃຫ້ສ້າງແບບແຜນວິທີການເຮັດວຽກໄວ້ໃນຖານຂໍ້ມູນແບບວິທະຍາສາດ, ສ້າງ ແລະ ເຜີຍແຜ່ບັນດານິຕິກໍາໃຫ້ທົ່ວເຖິງ, ກໍານົດຍຸດທະສາດໃນການພັດທະນາວຽກງານຂອງແຕ່ລະພາກສ່ວນ, ສ້າງແຜນຍຸດທະສາດໃນການລຶບລ້າງຄວາມທຸກຍາກແຫ່ງຊາດ 2021-2030 ເພື່ອສະເໜີໃຫ້ສາກົນ ກໍຄືຜູ້ໃຫ້ທຶນໃຫ້ສໍາເລັດໂດຍໄວ, ກໍານົດຈຸດສຸມໃຫ້ຊັດເຈນຕາມທ່າແຮງຕົວຈິງ ແລະ ຄວາມສໍາຄັນຂອງແຜນວຽກ ໂດຍປະສານສົມທົບກັບທຸກພາກສ່ວນໃຫ້ໄປລວງດຽວກັນ, ຮີບຮ້ອນສ້າງຕັ້ງຄະນະຮັບຜິດຊອບຂັ້ນສູນກາງ-ທ້ອງຖິ່ນ ຕໍ່ວຽກງານພັດທະນາຊົນນະບົດ ແລະ ລືບລ້າງຄວາມທຸກຍາກໂດຍໄວ. ນອກນັ້ນ ທ່ານ ປອ. ເພັດ ພົມພິພັກ ຍັງໄດ້ເນັ້ນຕື່ມ ໃນການຂຸດຄົ້ນທ່າແຮງທີ່ມີຢູ່ໃນແຕ່ລະທ້ອງຖິ່ນ ໃຫ້ເກີດຜົນປະໂຫຍດສູງສຸດ ບວກໃສ່ການດຶງດູດທຶນຮອນຈາກທຸກພາກສ່ວນເສດຖະກິດເຂົ້າໃສ່.