ມອບເຄື່ອງຊ່ວຍເຫຼືອຜູ້ທຸກຍາກ ໃນຊົນນະບົດ ຫ່າງໄກສອກຫຼີກ ສປປ ລາວ Donation to Help Poor People in Rural and Remote Area of Laos

Posting Date: 
24 Feb 2021

ມອບເຄື່ອງຊ່ວຍເຫຼືອຜູ້ທຸກຍາກ ໃນຊົນນະບົດ ຫ່າງໄກສອກຫຼີກ ສປປ ລາວ

Donation to Help Poor People in Rural and Remote Area of Laos

ໃນວັນທີ 23 ກຸມພາ 2021 ທ່ານ ສີສະຫວັດ ເກີດກອງ, ຮອງຜູ້ອໍານວຍການກອງທຶນຫຼຸດຜ່ອນຄວາມທຸກຍາກ ໃນນາມຫົວໜ້າຄະນະລະດົມທຶນເຄື່ອງຊ່ວຍເຫຼືອຜູ້ທຸກຍາກ ກອງທຶນຫຼຸດຜ່ອນຄວາມທຸກຍາກ, ກະຊວງກະສິກໍາ ແລະ ປ່າໄມ້ພ້ອມດ້ວຍຄະນະ ມອບເຄື່ອງນຸ່ງຫົ່ມ ແລະ ອຸປະກອນການຮຽນການສອນຈໍານວນໜຶ່ງໃຫ້ ອົງການປົກຄອງທ້ອງຖິ່ນແຂວງຫຼວງພະບາງ ເພື່ອສົ່ງຕໍ່ໄປຊ່ວຍເຫຼືອຜູ້ທຸກຍາກ ໃນເຂດຊົນນະບົດ ຈໍານວນ 5 ເປົາໃຫຍ່, ມູນຄ່າ 3.200.000 ກີບ  ເພື່ອຊ່ວຍບັນເທົາທຸກໄພໝາວຂອງພໍ່ແມ່ປະຊາຊົນບັນດາເຜົ່າ ຢູ່ເຂດຊົນນະບົດຫ່າງໄກສອກຫຼີກ ທີ່ກໍາລັງປະເຊີນໜ້າ ກັບອາກາດໜາວຢູ່ໃນປະຈຸບັນ, ໂດຍສະເພາະແມ່ນເຂດທຸກຍາກຫ່າງໄກສອກຫຼີກໃນພື້ນທີ່ເປົ້າໝາຍຂອງ ກອງທຶນຫຼຸດຜ່ອນຄວາມຍາກ (ທລຍ) ແລະ ໃນວັນທີ 24 ກຸມພາ 2021 ໄດ້ເຄື່ອງນຸ່ງຫົ່ມໃຫ້ຄອບຄົວທຸກຍາກ 6 ຄອບຄົວ ແລະ ອຸປະກອນການຮຽນການສອນຈໍານວນໜຶ່ງ ໃຫ້ນັກຮຽນປະຖົມສົມບູນ ຈໍານວນ 67 ນ້ອງ, ຍິງ 29 ນ້ອງ ຢູ່ບ້ານເພຍເຫຼັກ, ມູນຄ່າ 2.500.000 ກີບ ໂດຍມີຜູ້ຕາງໜ້າຈາກຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ, ຫ້ອງວ່າການປົກຄອງ ແລະ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງບຸນໃຕ້.

ຖ້າບຸກຄົນໃດ ຫຼື ອົງການໃດມີຈຸດປະສົງຢາກອຸປະຖໍາຊ່ວຍເຫຼືອເຄື່ອງດັ່ງກ່າວສາມາດຕິດຕໍ່ພົວພັນ ຫ້ອງການ ທລຍ ສູນກາງໄດ້ຕາມເບີໂທຂອງພວກເຮົາໄດ້:

ເບີໂທ ຫ້ອງການ:021-261479-80 ຫຼື

                                ເບີໂທ ແລະ ວອດແອບ:

                                ທ່ານ ແສງອາລຸນ ພິລາຈັນ: 020 55622205

ທ່ານ ດວງເພັດ ອິນທະວົງ: 020 2223 2409

ທ່ານ ໜູທອງ ສີຫານາມ: 020 5670 4441