ຝຶກອົບຮົມການເປັນຄູຝຶກ(TOT) ການຄຸ້ມຄອງໄພພິບັດ(DRM) ແລະ ການວາງແຜນພັດທະນາບ້ານ (VDP)

Posting Date: 
01 Apr 2021

 

ຝຶກອົບຮົມການເປັນຄູຝຶກ(TOT) ການຄຸ້ມຄອງໄພພິບັດ(DRM) ແລະ ການວາງແຜນພັດທະນາບ້ານ(VDP)

 

ໃນລະຫວ່າງວັນທີ 29 ມີນາຫາວັນທີ 1 ເມສາ 2021, ກອງທຶນຫຼຸດຜ່ອນຄວາມທຸກຍາກ ໄດ້ຈັດກອງປະຊຸມຝຶກອົບຮົມການເປັນຄູຝຶກ (TOT) ການຄຸ້ມຄອງຄວາມສ່ຽງໄພພິບັດ (DRM) ແລະ ການວາງແຜນພັດທະນາບ້ານ (VDP)ໂດຍການເປັນປະທານຮ່ວມກ່າວເປີດຂອງທ່ານ ໄນເພັດ ບຸບຜາ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້, ຜູ້ປະສານງານ ກອງທຶນຫຼຸດຜ່ອນຄວາມທຸກຍາກ ແຂວງຜົ້ງສາລີ ແລະ ທ່ານ ສີສະຫວັດ ເກີດກອງ, ຮອງຜູ້ອໍານວຍການ ກອງທຶນຫຼຸດຜ່ອນຄວາມທຸກຍາກ ພ້ອມທັງຄູຝຶກຈາກ ທລຍ ສູນກາງ ຈໍານວນ 03 ທ່ານ ແລະ ນັກສໍາມະນາກອນທີ່ມາຈາກຫ້ອງການກະສິກໍາ ແລະ ປ່າໄມ້, ຫ້ອງການແຜນການ ແລະ ການລົງທຶນ, ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ 06 ເມືອງ, ມີຜູ້ຊ່ວຍປະສານງານ ທລຍ ຂັ້ນແຂວງ ຈາກ 2 ແຂວງ ແລະ ພະນັກງານ ທລຍ ຈາກ 06ເມືອງ ຂອງແຂວງຜົ້ງສາລີ ແລະ ອຸດົມໄຊ ເຂົ້າຮ່ວມທັງໝົດ 39 ທ່ານ, ຍິງ 03 ທ່ານ.

 

ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອເປັນການສ້າງຄູຝຶກຂັ້ນທ້ອງຖິ່ນ ກ່ຽວກັບວຽກງານ ການຄຸ້ມຄອງຄວາມສ່ຽງໄພພິບັດ ແລະ ການວາງແຜນພັດທະນາບ້ານໃຫ້ແກ່ພະນັກງານເມືອງ ເພື່ອຝຶກອົບຮົມຕໍ່ໃຫ້ແກ່ຊຸມຊົນມີຄວາມເຂົ້າໃຈເລີກເຊິ່ງກ່ຽວກັບວຽກງານດັ່ງກ່າວ.

 

ຜ່ານການຝຶກອົບຮົມ 4 ວັນເຕັມ ນັກສໍາມະນາກອນທັງໝົດ ໄດ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບການຄຸ້ມຄອງຄວາມສ່ຽງໄພພິບັດ (DRM) ແລະ ການວາງແຜນພັດທະນາບ້ານ (VDP) ແລະ ຈະນໍາໄປຜັນຂະຫຍາຍສູ່ຊຸມຊົນຢູ່ຮາກຖານທ້ອງຖິ່ນຂອງຕົນໃຫ້ມີຜົນສໍາເລັດຢ່າງທົ່ວເຖິງ ແລະ ເປັນຮູບປະທໍາ.