ຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການຍ່ອຍ ໂດຍຊຸມຊົນເປັນຜູ້ຈັດຕັ້ງປະຕິບັດເອງຢູ່ 6 ແຂວງ

Posting Date: 
10 May 2021

ຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການຍ່ອຍ ໂດຍຊຸມຊົນເປັນຜູ້ຈັດຕັ້ງປະຕິບັດເອງຢູ່ 6 ແຂວງ

 

ສໍາລັບປີ 2021 ກອງທຶນຫຼຸດຜ່ອນຄວາມທຸກຍາກ(ທລຍ), ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດຕັ້ງປະຕິບັດໂຄງການຍ່ອຍ ໂດຍຊຸມຊົນເປັນຜູ້ຈັດຕັ້ງປະຕິບັດເອງ ຢູ່ 23 ເມືອງ ຂອງ 6 ແຂວງ (ຫຼວງນໍ້າທາ, ຫຼວງພະບາງ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ອັດຕະປື) ມາຮອດປະຈຸບັນ ການຈັດຕັ້ງປະຕິບັດໂຄງການຍ່ອຍທັງໝົດ 236 ໂຄງການ ແມ່ນສໍາເລັດ100% ແລ້ວ 219 ໂຄງການ ຍັງບໍ່ທັນສໍາເລັດ 17 ໂຄງການ ໃນນັ້ນ ແຂວງຫຼວງນໍ້າທາມີ 24 ໂຄງການ ສໍາເລັດ100% ປະກອບມີ 23 ໂຄງການ ຍັງບໍ່ທັນສໍາເລັດ 1 ໂຄງການ, ແຂວງຫຼວງພະບາງມີ 54 ໂຄງການສໍາເລັດ100% ໝົດທຸກໂຄງການ, ແຂວງສະຫວັນນະເຂດມີ 64 ໂຄງການ ສໍາເລັດ100% ປະກອບມີ 58 ໂຄງການ ຍັງບໍ່ທັນສໍາເລັດ 6 ໂຄງການ, ແຂວງສາລະວັນມີ 32 ໂຄງການ ສໍາເລັດ100% ປະກອບມີ 24 ໂຄງການ ຍັງບໍ່ທັນສໍາເລັດ 8 ໂຄງການ, ແຂວງເຊກອງມີ 32 ໂຄງການ ສໍາເລັດ100% ປະກອບມີ 31 ໂຄງການ ຍັງບໍ່ທັນສໍາເລັດ 1 ໂຄງການ ແລະ ແຂວງອັດຕະປືມີ 30 ໂຄງການ ສໍາເລັດ100% ປະກອບມີ 29 ໂຄງການ ຍັງບໍ່ທັນສໍາເລັດ 1 ໂຄງການ.

ໂດຍແບ່ງອອກເປັນແຕ່ລະຂະແໜງການດັ່ງນີ້:

ຂະແໜງກະສິກໍາ ແລະ ປ່າໄມ້ ມີ 27 ໂຄງການ ສໍາເລັດ 100% ມີ 23 ໂຄງການ ຍັງບໍ່ທັນສໍາເລັດ 4 ໂຄງການ, ຂະແໜງໂຍທາທິການ ແລະ ຂົນສົ່ງມີ 80 ໂຄງການ ສໍາເລັດ100% 77 ໂຄງການ ຍັງບໍ່ທັນສໍາເລັດ 3 ໂຄງການ, ຂະແໜງສາທາລະນະສຸກມີ 5 ໂຄງການ ສໍາເລັດ100% ປະກອບມີ 4 ໂຄງການ ຍັງບໍ່ທັນສໍາເລັດ 1 ໂຄງການ, ຂະແໜງສຶກສາທິການ ແລະ ກິລາ ມີ 58 ໂຄງການ ສໍາເລັດ 100% ປະກອບມີ 57 ໂຄງການ ຍັງບໍ່ທັນສໍາເລັດ 1 ໂຄງການ, ຂະແໜງນໍ້າສະອາດ ແລະ ສຸຂະອະນາໄມ ມີ 66 ໂຄງການ ສໍາເລັດແລ້ວ100%ມີ 58 ໂຄງການ ຍັງບໍ່ທັນສໍາເລັດມີ 8 ໂຄງການ.