ທົບທວນຄືນວຽກສົ່ງເສີມໂພຊະນາການຢູ່ 12 ເມືອງ 4 ແຂວງ

Posting Date: 
17 May 2021

ທົບທວນຄືນວຽກສົ່ງເສີມໂພຊະນາການຢູ່ 12 ເມືອງ 4 ແຂວງ

 

ເພື່ອເປັນການທົບທວນຄືນການຈັດຕັ້ງປະຕິບັດວຽກງານສົ່ງເສີມທາງດ້ານໂພຊະນາການໃນໄລຍະຜ່ານມາ ແລະ ວຽກງານປ້ອງກັນ, ຄວບຄຸມການລະບາດຂອງພະຍາດໂຄວິດ-19 ຢູ່ 12 ເມືອງ 4 ແຂວງ (ຜົ້ງສາລີ, ຊຽງຂວາງ, ຫົວພັນ ແລະ ອຸດົມໄຊ) ກອງທຶນຫຼຸດຜ່ອນຄວາມທຸກຍາກ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມທາງໄກໃນວັນທີ 13 ພຶດສະພາ 2021 ໂດຍການຊິ້ນໍານໍາພາກອງປະຊຸມຂອງຫົວໜ້າຂະແໜງໂພຊະນາການ ແລະ ທີມງານຂັ້ນສູນກາງ ແລະ ການເຂົ້າຮ່ວມຂອງພະນັກງານໂພຊະນາການຂອງ 12 ເມືອງດັ່ງກ່າວ.

ກອງປະຊຸມໄດ້ດໍາເນີນເປັນເວລາ 2 ຊົ່ວໂມງເຕັມ ຊຶ່ງໄດ້ມີການທົບທວນຄືນບັນດາໜ້າວຽກທີ່ສໍາຄັນຫຼາຍຢ່າງ ເພື່ອປັບປຸງໃຫ້ແທດເໝາະກັບສະພາບຄວາມເປັນຈິງ ເປັນຕົ້ນແມ່ນ ການຄິດໄລ່ຄ່າອາຫານ ຕໍ່ຄົນສຳລັບແມ່ ແລະ ເດັກ ຍັງບໍ່ທັນເປັນເອກະພາບ, ອຸປະກອນການແຕ່ງກິນບາງເມືອງເຫຼືອ ແລະ ບາງເມືອງບໍ່ພຽງພໍ ແລະ ອື່ນໆ....

ການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-ໂຄວິດ 19 ແມ່ນໄດ້ຝຶກອົບຮົມ, ໃຫ້ຂໍ້ມູນ-ຂ່າວສານ ແກ່ຊຸມຊົນແລະ ສົ່ງເສີມໃຫ້ຊຸມຊົນປະຕິບັດມາດຕະການດັ່ງກ່າວຢ່າງເຄັ່ງຄັດ.

ກອງປະຊຸມໄດ້ຕົກລົງເຫັນດີເອກະພາບ ຈັດກອງປະຊຸມທາງໄກເທື່ອຕໍ່ໄປ ໃນວັນທີ 19 ພຶດສະພາ. ຊຶ່ງມີຫົວຂໍ້ຫຼັກໆເນັ້ນໃສ່ຂໍ້ມູນ ແລະ ແບບຟອມ ດັ່ງນີ້:

ປຶກສາຫາລືຄືນ ກ່ຽວກັບຕາຕະລາງຂໍ້ມູນກອງປະຊຸມ ກພກ ທີ່ໄດ້ສັງລວມທັງໝົດ ແລະ ແນະນໍາການນໍາໃຊ້ ແບບຟອມ ບັນຊີສາງ ແລະ ແບບຟອມອື່ນໆທີ່ເຫັນວ່າຈຳເປັນ...