ທົບທວນຄືນວຽກປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ 12 ເມືອງ

Posting Date: 
10 Jun 2021

ທົບທວນຄືນວຽກປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ 12 ເມືອງ

ໃນວັນທີ 9 ມິຖຸນາ 2020 ຜ່ານມາ, ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກໍາ ແລະ ປ່າ ໄມ້ ໄດ້ຈັດກອງປະຊຸມທາງໄກ ຮ່ວມກັບຫົວໜ້າທິມງານ ທລຍ ຂອງ 12 ເມືອງ ພາຍໃນ 4 ແຂວງ(ຜົ້ງສາລີ, ຊຽງຂວາງ, ຫົວພັນ ແລະ ອຸດົມໄຊ) ໂດຍການເປັນປະທານຂອງທ່ານ ປະສອນໄຊ ອິນສີຊຽງໃໝ່, ຮັກສາການຜູ້ອໍານວຍການ ທລຍ ແລະ ທ່ານ ຮອງຜູ້ອໍານວຍການ.

ຈຸດປະສົງຂອງກອງປະຊຸມແມ່ນ ເພື່ອທົບທວນຄືນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ໂດຍສະ ເພາະວຽກງານປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ 12 ເມືອງ ໃນ 231 ບ້ານເປົ້າໝາຍເບື້ອງຕົ້ນໃນເດືອນ ເມສາ ແລະ ພຶດສະພາ 2021 ຜ່ານມາ ພ້ອມທັງແຜນວຽກໃນເດືອນມິຖຸນາ.

ການປະຊຸມ ບັນດາຫົວໜ້າທິມຂອງແຕ່ລະເມືອງໄດ້ລາຍງານຜົນຂອງການຈັດຕັ້ງປະຕິບັດວຽກງານໃນຜ່ານມາ ພ້ອມທັງຍົກບັນຫາຈຸດດີ ຈຸດອ່ອນ ຂໍ້ຄົງຄ້າງ ໃນໄລຍະຜ່ານມາ ພ້ອມທັງສະເໜີບາງບັນຫາທີ່ແຕ່ລະເມືອງພົບພໍ້ ເພື່ອແກ້ໄຂຮ່ວມກັນ ແລະ ວາງແຜນວຽກທີ່ຕົນເອງຮັບຜິດຊອບໃນເດືອນນີ້ໃຫ້ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.