ຂະແໜງກະສິກໍາ ແລະ ປັບປຸງຊີວິດການເປັນຢູ່ ແລະ ຂະແໜງໂພຊະນາການ ປະຊຸມຮ່ວມກັບຄະນະອໍານວຍການ

Posting Date: 
28 Jun 2021

 

ຂະແໜງກະສິກໍາ ແລະ ປັບປຸງຊີວິດການເປັນຢູ່ ແລະ ຂະແໜງໂພຊະນາການ ປະຊຸມຮ່ວມກັບຄະນະອໍານວຍການ

 

ໃນຕອນເຊົ້າຂອງ ວັນທີ 28 ມິຖຸນາ 2021, ຂະແໜງກະສິກໍາ ແລະ ປັບປຸງຊີວິດການເປັນຢູ່ ແລະ ຂະແໜງໂພຊະ ນາການຂອງກອງທຶນຫຼຸດຜ່ອນຄວາມທຸກຍາກ(ທລຍ), ກະຊວງກະສິກໍາ ແລະ ປ່າໄມ້ ປະຊຸມຮ່ວມກັບຄະນະອໍານວຍການ ທລຍ ເພື່ອປຶກສາຫາລື, ທົບທວນຄືນບັນດາໜ້າວຽກຫຼັກຂອງສອງຂະແໜງການ ພ້ອມທັງວາງແຜນວຽກໃນຕໍ່ໜ້າໃຫ້ບັນລຸຕາມເປົ້າໝາຍຂອງໂຄງການວາງອອກ ພ້ອມນີ້ ກໍເພື່ອເຮັດໃຫ້ ສອງຂະແໜງຫຼັກນີ້ ໄດ້ເຮັດວຽກໄປພ້ອມໆກັນ ລວມທັງການວາງແຜນລົງຈັດຕັ້ງປະຕິບັດວຽກງານຝຶກອົບຮົມ ໃຫ້ພະນັກງານຂັ້ນເມືອງ ແລະ ຂັ້ນບ້ານ ແລະ ການລົງຊຸກຍູ້ຈັດຕັ້ງປະຕິບັດບັນດາກິດຈະກໍາຕ່າງໆ ໃຫ້ມີຄວາມສອດຄ່ອງກັນ ທັງຮັບປະກັນໃຫ້ວຽກງານປະສົບຜົນສໍາເລັດຕາມລະດັບຄາດໝາຍຢ່າງເປັນຮູບປະທໍາ.