ລົງຕິດຕາມ ຊຸກຍູ້ສົ່ງເສີມວຽກງານໂພຊະນາການ ຢູ່ບ້ານເປົ້າໝາຍ ທລຍ ຫ່າງໄກສອກຫຼີກ

Posting Date: 
12 Jul 2021

 

ລົງຕິດຕາມ ຊຸກຍູ້ສົ່ງເສີມວຽກງານໂພຊະນາການ ຢູ່ບ້ານເປົ້າໝາຍ ທລຍ ຫ່າງໄກສອກຫຼີກ

 

 ໃນທ້າຍເດືອນມິຖຸນາ 2021 ຜ່ານມາ ທິມງານພະນັກງານໂພຊະນາການ ກອງທຶນຫຼຸດຜ່ອນຄວາມທຸກຍາກ ປະຈໍາຢູ່ເມືອງບຸນໃຕ້ ແຂວງຜົ້ງສາລີ ໄດ້ລົງຕິດຕາມ, ຊຸກຍູ້ສົ່ງເສີມວຽກງານໂພຊະນາການໃຫ້ສະມາຊິກໂພຊະນາການ ຢູ່ບ້ານ ນາຫວາຍ, ເມືອງບຸນໃຕ້, ແຂວງຜົ້ງສາລີ ນໍາພາການປຸງແຕ່ງອາຫານເສີມໃຫ້ແມ່ລູກອ່ອນ 5 ຄົນ, ເດັກອາຍຸ 6-23 ເດືອນ 25 ຄົນ, ເປັນຍິງ 12 ຄົນ.

 

ການແຕ່ງກິນຄັ້ງນີ້ ຈະຊ່ວຍເຮັດໃຫ້ ແຕ່ລະກຸ່ມໄດ້ຮັບອາຫານທີ່ມີໂພຊະນາການ, ຄຸນປະໂຫຍດຂອງໝວດອາຫານ ແລະ ຍັງເຮັດໃຫ້ຜູ້ເປັນແມ່ໄດ້ຮຽນຮູ້ ຂັ້ນຕອນ ແລະ ວິທີການປຸງແຕ່ງອາຫານແຕ່ລະໄລຍະ ເພື່ອການຈະເລີນເຕີບໂຕຂອງເດັກ ແລະ ສຸຂະພາບຂອງແມ່ລູກອອ່ນໃຫ້ມີສຸຂະພາບແຂງແຮງຂຶ້ນຢ່າງເປັນຮູບປະທໍາ.