ທລຍ ເມືອງຫົວເມືອງ ແລະ ເມືອງຊ່ອນ ແຂວງຫົວພັນ ສໍາເລັດການຝຶກອົບຮົມເຕັກນິກການລ້ຽງໝູ

Posting Date: 
15 Jul 2021

 

ທລຍ ເມືອງຫົວເມືອງ ແລະ ເມືອງຊ່ອນ ແຂວງຫົວພັນ ສໍາເລັດການຝຶກອົບຮົມເຕັກນິກການລ້ຽງໝູ

 

 

 

ໃນລະຫວ່າງວັນທີ 22/6/2021 ຫາ ວັນທີ 15/7/2021 ພະນັກງານກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ເມືອງຫົວເມືອງ ແລະ ເມືອງຊ່ອນ ໄດ້ຈັດຊຸດອົບຮົມເຕັກນິກການລ້ຽງໝູ ໃຫ້ 27 ບ້ານເປົ້າໜາຍ ໃນນັ້ນ; ເມືອງຫົວເມືອງມີ 23 ບ້ານ ແລະ ເມືອງຊ່ອນມີ 4 ບ້ານ.

 

     ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ແມ່ນເພື່ອໃຫ້ສະມາຊິກ ກຊກ ພາຍໃນບ້ານມີຄວາມຮູ້ພື້ນຖານດ້ານເຕັກ ນິກໃນດ້ານການລ້ຽງໝູ ໃຫ້ຖືກຕ້ອງຕາມເຕັກນິກວິຊາການ, ມີີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບວິທີການລ້ຽງໝູ. ການຝືກອົບຮົມຄັ້ງນີ້ ໂດຍການເປັນຄູຝຶກຂອງພະນັກງານຈາກຫ້ອງການກະສິກຳ ແລະ ປ່າໄມ້ເມືອງ 1 ທ່ານ, ນອກນັ້ນ ຍັງມີ ພະນັກງານ ທລຍ ຂັ້ນບ້ານ 1 ທ່ານ ແລະ ມີນັກສໍາມະນາກອນເຂົ້າຮ່ວມທັງໝົດ 465 ຄົນ, ຍິງ 338 ຄົນ, ຊົນເຜົ່າ 384 ຄົນ(ກຶມຸ, ຟ້ອງ ແລະ ມົ້ງ).

 

 

 

ການຝຶກອົບຮົມໃນຄັ້ງນີ້ ໄດ້ແບ່ງອອກເປັນ 2 ພາກຄື: ພາກທິດສະດີ ແລະ ພາກປະຕິບັດຕົວຈິງ, ພາກທິດສະດີໄດ້ແນະນໍາຄວາມສຳຄັນ ແລະ ຄຸນປະໂຫຍດຂອງການລ້ຽງໝູ ແລະ ການຄັດເລືອກເອົາສະຖານທີ່, ວິທີການສ້າງຄອກ,ການຄັດເລືອກເອົາແນວພັນ, ການປຸງແຕ່ອາຫານ, ການປະສົມພັນທຽນ, ວິທີການປ້ອງກັນພະຍາດ ແລະ ອື່ນໆ..ຂອງການລ້ຽງໝູ, ແລະ ພາກທີ2 ພະນັກງານ ທລຍ ຂັ້ນບ້ານສົມທົບກັບຄູຝຶກທີ່ມາຈາກຫ້ອງການກະສີກຳ ແລະ ປ່າໄມ້ເມືອງ ໄດ້ນໍາພາສະມາຊິກກຸ່ມ ກຊກ ລົງປະຕິບັດຕົວຈິງ ໂດຍການສັກຢາກັນພະຍາດ ແລະ ເຮັດອາຫານໝັກ ທີ່ນໍາໃຊ້ວັດຖຸທີ່ສາມາດຫາໄດ້ໃນທ້ອງຖິ່ນ. ຊຸດອົບຮົມຄັ້ງນີ້ ໄດ້ສ້າງຄວາມເຂົ້າໃຈໃຫ້ແກ່ອົງການປົກຄອງທ້ອງຖິ່ນ ໂດຍສະເພາະແມ່ນ ກຸ່ມສະມາຊິກ ກຊກ ທີ່ລ້ຽງໝູ ແລະ ພໍ່ແມ່ປະຊາຊົນໄດ້ມີຄວາມເຂົ້າໃຈຢ່າງເລີກເຊິ່ງອີກດ້ວຍ.