ທລຍ ເສີມສ້າງຄວາມເຂັ້ມແຂງວຽກງານຕິດຕາມ-ປະເມີນ

Posting Date: 
23 Jul 2021

 

ທລຍ ເສີມສ້າງຄວາມເຂັ້ມແຂງວຽກງານຕິດຕາມ-ປະເມີນ

 

 

 

ເພື່ອເປັນການທົບທວນຄືນ ແລະ ເສີມສ້າງຄວາມເຂັ້ມແຂງວຽກງານຕິດຕາມ-ປະເມີນ ໂດຍສະເພາະ ກ່ຽວກັບການ ນໍາໃຊ້ແລະກວດກາຂໍ້ມູນໃນລະບົບຖານຂໍ້ມູນຂອງ ທລຍ ເພື່ອສະແດງໃນລະບົບແບບອອນລາຍ ທີ່ທຸກພາກສ່ວນສາມາດເຂົ້າເຖິງ ແລະ ດຶງຂໍ້ມູນອອກມານໍາໃຊ້ໄດ້, ທັງເປັນການແບ່ງຄວາມຮັບຜິດຊອບກ່ຽວກັບວຽກງານຂໍ້ມູນ ເປັນຕົ້ນການປ້ອນ, ການກວດ ແລະ ຢັ້ງຢືນຂໍ້ມູນໃນລະບົບທັງໝົດ ໃຫ້ແກ່ພະນັກງານໃນ  4 ແຂວງ (ຜົ້ງສາລີ, ຫົວພັນ, ຊຽງຂວາງ ແລະ ອຸດົມໄຊ), ເປັນຕົ້ນ ພະນັກງານທີ່ຮັບຜິດຊອບ ໃນການກວດກາ ແລະ ປະເມີນຜົນໄດ້ຮັບຂອງໂຄງການ.

 

ດ້ວຍເຫດນັ້ນ, ໃນລະຫວ່າງວັນທີ 20-22 ກໍລະກົດ 2021 ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມຝຶກອົບຮົມທາງໄກ ກັບພະນັກງານ ທລຍ ຂັ້ນແຂວງ, ເມືອງ ແລະ ຂັ້ນບ້ານຂອງ 12 ເມືອງ 4 ແຂວງ.

 

ຜ່ານການຈັດກອງປະຊຸມຝຶກອົບຮົມທາງໄກເປັນເວລາ 3 ວັນ ໂດຍລວມພະນັກງານຂັ້ນແຂວງ, ເມືອງ ແລະ ບ້ານ ມີຄວາມເຂົ້າໃຈ, ສາມາດກວດຂໍ້ມູນກ່ອນອະນຸມັດອອກສູ່ລະບົບ ທັງຮັບປະກັນດ້ານຄຸນນະພາບຂອງຂໍ້ມູນ ທີ່ສາມາດ ຕີລາຄາຜົນໄດ້ຮັບຂອງ ທລຍ. ໃນຕໍ່ໜ້າ, ທາງທີມງານຂັ້ນສູນກາງຈະຈັດຝຶກອົບຮົມຄ້າຍໆແບບເກົ່າເປັນແຕ່ລະໄລຍະ ທັງແບບທາງໄກ ແລະ ລົງຊຸກຍູ້ວຽກງານຢູ່ຂັ້ນທ້ອງຖິານຢ່າງປົກກະຕິ ເພື່ອໃຫ້ພະນັກງານທຸກຄົນສາມາດຕອບສະໜອງຂໍ້ມູນທີ່ຖືກຕ້ອງ ແນ່ນອນ ແລະ ຊັດເຈນ .