ພິທີປະກາດການຈັດຕັ້ງຂອງ ກອງທຶນຫຼຸດຜ່ອນຄວາມທຸກຍາກ

Posting Date: 
02 Aug 2021

 

ພິທີປະກາດການຈັດຕັ້ງຂອງ ກອງທຶນຫຼຸດຜ່ອນຄວາມທຸກຍາກ

 

ໃນວັນທີ 2 ສິງຫາ 2021, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດພິທີປະກາດການຈັດຕັ້ງຂອງ ກອງທຶນຫຼຸດຜ່ອນຄວາມທຸກຍາກ ຂຶ້ນຢູ່ທີ່ ຫ້ອງການກອງທຶນຫຼຸດຜ່ອນຄວາມທຸກຍາກ ໂດຍການເປັນປະທານຂອງທ່ານ ບຸນຂວາງ ຄໍາບຸນເຮືອງ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ມີບັນດາຕາງໜ້າ ກົມ, ກອງ ອ້ອມຂ້າງກະຊວງ ເຂົ້າຮ່ວມຄື:  ກົມຈັດຕັ້ງ ແລະ ພະນັກງານ, ກົມກວດກາ, ກົມແຜນການ ແລະ ການເງິນ, ກົມພັດທະນາຊົນນະບົດ ແລະ ສະຫະກອນ, ກົມສົ່ງເສີມເຕັກນິກ ແລະ ປຸ່ງແຕ່ງ, ກົມນະໂຍບາຍ ແລະ ນິຕິກໍາ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງ ທລຍ ເຂົ້າຮ່ວມທັງໝົດ 18 ທ່ານ, ຍິງ 5 ທ່ານ.

 

ໃນພິທີດັ່ງກ່າວ ຕາງໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນອ່ານຂໍ້ຕົກລົງ ສະບັບເລກທີ 0949/ກປ, ລົງວັນທີ 27 ກໍລະກົດ 2021 ຂອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ວ່າດ້ວຍການອະນຸມັດໃຫ້ ລັດຖະກອນ ຮັບອຸດໜູນບໍານານ: ໂດຍອະນຸມັດໃຫ້ ທ່ານ ປະສອນໄຊ ອິນສີຊຽງໃໝ່ ພັກການ-ຮັບອຸດໜູນບໍານານ ນັບແຕ່ງວດ III    (1 ກໍລະກົດ 2021) ເປັນຕົ້ນໄປ ໂດຍມອບໃຫ້ກອງທຶນຫຼຸດຜ່ອນຄວາມທຸກຍາກ, ກົມຈັດຕັ້ງ ແລະ ພະນັກງານ, ຜູ້ກ່ຽວ ແລະ ພາກສ່ວນທີ່ກ່ຽວຂ້ອງຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ. ນອກນັ້ນ ພິທີຍັງໄດ້ປະກາດຂໍ້ຕົກລົງວ່າດ້ວຍການອະນຸມັດໃຫ້ພະນັກງານຍົກຍ້າຍໄປປະຈໍາການບ່ອນໃໝ່ ສະບັບເລກທີ 0947/ກປ, ລົງວັນທີ 27 ກໍລະກົດ 2021 ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຫົວໜ້າກອງເລຂາສະພາວິທະຍາສາດເຕັກນິກກະສິກໍາ ແລະ ປ່າໄມ້ ຂຶ້ນກັບ ກົມນະໂຍບາຍ ແລະ ນິຕິກໍາ ເລກທີ 0948/ກປ ລົງວັນທີ 27 ກໍລະກົດ 2017 ໂດຍໃຫ້ທ່ານ ສີສະຫວັດ ເກີດກອງ ໄປຈໍາການຢູ່ກົມນະໂຍບາຍ ແລະ ນິຕິກໍາ ແລະ ປະກາດ ທ່ານ ສີສະຫວັດ ເກີດກອງ ເປັນຫົວໜ້າກອງເລຂາ ສະພາວິທະຍາສາດເຕັກນິກກະສິກໍາ ແລະ ປ່າໄມ້ ຂຶ້ນກັບ  ກົມນະໂຍບາຍ ແລະ ນິຕິກໍາ, ກະຊວງກະສິກໍາ ແລະ ປ່າໄມ້ ແລະ ປະຕິບັດນະໂຍບາຍຮັບເງິນເດືອນຈາກກົມກອງໃໝ່ ນັບແຕ່ວັນທີ 1 ກໍລະກົດ 2021 ເປັນຕົ້ນໄປ.

 

ໃນໂອກາດ ດັ່ງກ່າວ ທ່ານ ບຸນຂວາງ ຄໍາບຸນເຮືອງ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ໃຫ້ກຽດຂຶ້ນໂອ້ລົມ ແລະ ໃຫ້ທິດຊີ້ນໍາ ຕໍ່ກັບການປະກາດການຈັດຕັ້ງ ຂອງ ທລຍ ແລະ ໄດ້ມີຄໍາເຫັນເນັ້ນໜັກໃສ່ວຽກງານ ທລຍ ໃນຕໍ່ໜ້າ, ເຊິ່ງມີບາງຕອນ ທ່ານ ໄດ້ກ່າວວ່າ: ມອບໃຫ້ຄະນະອໍານວຍການ ທລຍ ຊຸດໃໝ່ ກະກຽມຈັດກອງປະຊຸມສະພາບໍລິຫານ ທລຍ ຄັ້ງທີ 25 ໃຫ້ສໍາເລັດ; ສືບຕໍ່ຈັດຕັ້ງປະຕິບັດໂຄງການ ທລຍ ຢູ່ 10 ແຂວງໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້; ເອົາໃຈໃສ່ເຮັດໜ້າທີ່ປະສານງານກັບສາກົນ ກໍຄືຜູ້ໃຫ້ທຶນ ທະນາຄານໂລກ, ອົງການເພື່ອການພັດທະນາ ແລະ ຮ່ວມມື ຂອງປະເທດສະວິດເຊີແລນ ເພື່ອຍາດແຍ່ງແຫຼ່ງທຶນການຊ່ວຍເຫຼືອຈາກສາກົນ; ພ້ອມນີ້, ກໍ່ໃຫ້ເຮັດໜ້າທີ່ເປັນກອງເລຂາ ທີດີໃຫ້ສະພາບໍລິຫານ ຕໍ່ກັບການຈັດຕັ້ງປະຕິບັດໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ເປັນເສນາທິການໃນການຍາດແຍ່ງທຶນຊ່ວຍເຫຼືອ ຈາກອົງການຈັດຕັ້ງສາກົນຕ່າງໆ ເພື່ອຍາດແຍ່ງທຶນ ເຂົ້າມາຊ່ວຍປະຊາຊົນລາວບັນດາເຜົ່າຜູ້ທຸກຍາກໃນຊົນນະບົດ ຫ່າງໄກສອກຫຼີກ; ສຸດທ້າຍ, ທ່ານໄດ້ກ່າວຢໍ້າວ່າ ໃຫ້ ທລຍ ກະກຽມຈັດກອງປະຊຸມສະຫຼຸບຜົນງານ 18 ປີຜ່ານມາ ເພື່ອໃຫ້ເຫັນຜົນງານການປະກອບ ສ່ວນ ເຂົ້າໃນວຽກງານ ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກແຫ່ງຊາດ, ການແກ້ໄຂຄວາມທຸກຍາກ ປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ໂພຊະນາການ.