ມອບເຄື່ອງຊ່ວຍເຫຼືອ ເຄື່ອງນຸ່ງຫົ່ມ ໃຫ້ຜູ້ທຸກຍາກ ຊົນນະບົດ ສປປ ລາວ

Posting Date: 
17 Aug 2021

 

ມອບເຄື່ອງຊ່ວຍເຫຼືອ ເຄື່ອງນຸ່ງຫົ່ມ ໃຫ້ຜູ້ທຸກຍາກ ຊົນນະບົດ ສປປ ລາວ

 

ໃນວັນທີ 13 ສິງຫາ 2021 ຜ່ານມາ ທ່ານ ສີສະຫວັດ ເກີດກອງ, ອະດີດຮອງອໍານວຍການ ທລຍ, ຫົວໜ້າກອງເລຂາສະພາວິທະຍາສາດເຕັກນິກກະສິກໍາ ແລະ ປ່າໄມ້, ກົມນະໂຍບາຍ ແລະ ນິຕິກໍາ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ນໍາເອົາເຄື່ອງບໍລິຈາກ ມາມອບໃຫ້ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ເຊິ່ງປະກອບມີ:  ເສື້້ອຍືດຈໍານວນ 100 ຜືນ, ເສື້ອຊ້ອນຜູ້ຍິງຈໍານວນ 73 ໂຫຼ ແລະ ຜ້າຫົ່ມຈໍານວນ 30 ຜືນ ເພື່ອສົ່ງມອບຕໍ່ໃຫ້ປະຊາຊົນທີ່ຢູ່ເຂດຊົນນະບົດຫ່າງໄກສອກຫຼີກ ຄິດເປັນມູນຄ່າ 5.600.000 ກີບ. ໃຫ້ກຽດຮັບເອົາເຄື່ອງຊ່ວຍເຫຼືອບໍລິຈາກໃນຄັ້ງນີ້ໂດຍ ທ່ານ ພັດນະຄອນ ຄັນທະມີໄຊ, ຜູ້ອໍານວຍການບໍລິຫານ ທລຍ ພ້ອມດ້ວຍຄະນະ.

 

ໃນນາມກອງທຶນຫຼຸດຜ່ອນຄວາມທຸກຍາກ ກໍຄືປະຊາຊົນຜູ້ທີ່ດໍາລົງຊີວິດຢູ່ເຂດຊົນນະບົດຫ່າງໄກສອກຫຼີກ ຂໍສະແດງຄວາມຂອບໃຈຢ່າງສູງມາຍັງ ທ່ານ ສີສະຫວັດ ເກີດກອງທີ່ໄດ້ຊ່ວຍອຸປະຖໍາເຄື່ອງບໍລິຈາກດັ່ງກ່າວທີ່ມີຄຸນຄ່າໃຫ້ແກ່ປະຊາຊົນບັນດາເຜົ່າ, ພວກເຮົາໃນນາມ ພະນັກງານ ທລຍ ໃຫ້ຄໍາໝັ້ນສັນຍາວ່າ ຈະນໍາເອົາເຄື່ອງດັ່ງກ່າວ ໄປມອບຕໍ່ໃຫ້ປະຊາຊົນຢ່າງແທ້ຈິງ ແລະ ຫວັງຢ່າງຍິ່ງວ່າຈະໄດ້ຮັບການອຸປະຖໍາຈາກທ່ານອີກໃນຄັ້ງຕໍ່ໄປ. ຖ້າບຸກຄົນໃດ ຫຼື ອົງການໃດມີຈຸດປະສົງຢາກອຸປະຖໍາຊ່ວຍເຫຼືອເຄື່ອງເພື່ອຊ່ວຍປະຊາຊົນຢູ່ເຂດຊົນນະບົດຫ່າງໄກສອກຫຼີກ ພວກເຮົາຍິນດີ ໃຫ້ຄວາມຮ່ວມມື ແລະ ສາມາດພົວພັນໄດ້ທີ່ຫ້ອງການ ທລຍ ສູນກາງ:

 

021-261479-80 ຫລືສາມາດຕິດຕໍ່ຄະນະຮັບຜິດຊອບລະດົມ ແລະ ແຈກຢາຍເຄືື່ອງຊ່ວຍເຫຼືອຜູ້ທຸກຍາກ:

 

ເບີໂທ ແລະ ວອດແອບ

 

ທ່ານ ດຣ ນາງ ຄອນທິບ ພວງເພັດ: 020 9118 6644

 

ທ່ານ ຫົງເງິນ ສະເດັດຕັນ: 020 5558 7815

 

ທ່ານ ແສງທະວີ ສີຫາພອນ: 020 9800 7888

 

ທ່ານ ແສງອາລຸນ ພິລາຈັນ: 020 55622205

 

ທ່ານ ດວງເພັດ ອິນທະວົງ: 020 2223 2409

 

ທ່ານ ໜູທອງ ສີຫານາມ: 020 5670 4441