ກອງປະຊຸມ ກະກຽມສໍາຫຼວດອອກແບບໂຄງການຍ່ອຍ 4 ແຂວງພາກເໜືອ ໄລຍະທຶນເພີ່ມຕື່ມ

Posting Date: 
10 Sep 2021

ກອງປະຊຸມ ກະກຽມສໍາຫຼວດອອກແບບໂຄງການຍ່ອຍ 4 ແຂວງພາກເໜືອ ໄລຍະທຶນເພີ່ມຕື່ມ

ໃນລະຫວ່າງວັນທີ 7-9 ກັນຍາ 2021 ຜ່ານມາ, ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດຝຶກອົບຮົມທາງໄກ ກ່ຽວກັບການສໍາຫຼວດ ແລະ ອອກແບບໂຄງການຍ່ອຍໃຫ້ພະນັກງານວິສະວະກອນຂັ້ນເມືອງຂອງ 10 ເມືອງ ນອນຢູ່ໃນ 4 ແຂວງຄື: ຜົ້ງສາລີ, ຫົວພັນ, ຊຽງຂວາງ ແລະ ອຸດົມໄຊ ໂດຍໃຫ້ກຽດການເປັນປະທານກ່າວເປີດຂອງ ທ່ານ ພັດນະຄອນ ຄັນທະມີໄຊ, ຜູ້ອໍານວຍການບໍລິຫານ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ມີບັນດາຫົວໜ້າຂະແໜງການ, ພະນັກງານວິຊາການ ທີ່ກ່ຽວຂ້ອງ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມຢ່າງພ້ອມພຽງກັນ ລວມທັງໝົດ 16ທ່ານ,

ຈຸດປະສົງຂອງການຝຶກອົບຮົມທາງໄກ ໃນຄັ້ງນີ້ແມ່ນເພື່ອເປັນການສ້າງຄວາມເຂັ້ມແຂງໃຫ້ພະນັກງານວິສະວະກອນຂັ້ນເມືອງຂອງ 10 ເມືອງ ໃຫ້ມີຄວາມເຂົ້າໃຈເປັນເອກະພາບກັນ ຕໍ່ກັບແຜນວຽກທີ່ຈະຈັດຕັ້ງປະຕິບັດ, ຮູບແບບ ແລະ ວິທີການດໍາເນີນວຽກງານ ນັບທັງການນໍາໃຊ້ເຄື່ອງມື, ແບບຟອມຕ່າງໆ ສໍາລັບການວິເຄາະບັນຫາ ແລະ ການແກ້ໄຂບັນຫາ ທີ່ອາດຈະເກີດຂຶ້ນໃນລະຫວ່າງການເຮັດສໍາຫຼວດ, ອອກແບບ ພ້ອມທັງເປັນການກຽມຄວາມພ້ອມໃນການສໍາຫຼວດ ແລະ ອອກແບບໂຄງການຍ່ອຍໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້. ເປົ້າໝາຍຫຼັກ ກໍ່ເພື່ອສໍາຫຼວດ, ອອກແບບໂຄງການຍ່ອຍ ຮັບໃຊ້ໃຫ້ແກ່ວຽກງານໂຄງລ່າງພື້ນຖານດ້ານກະສິກໍາ ດໍາເນີນການຜະລິດປູກຝັງ ແລະ ລ້ຽງສັດ ຕອບສະໜອງຕໍ່ການຜະລິດສະບຽງອາຫານ ແລະ ໂພຊະນາການ.

ໃນການຝຶກອົບຮົມໃນເທື່ອນີ້ໄດ້ ກໍານົດຫົວຂໍ້ທີ່ສໍາຄັນທີ່ທາງຄູຝຶກໄດ້ນໍາສະເໜີເປັນຕົ້ນແມ່ນ:

1.  

ກະກຽມສຳຫລວດແລະອອກແບບໂຄງການຍ່ອຍ (ລະບົບຊົນລະປະທານ, ຂົວ, ທາງ, ທໍ່, ສະຖານທີ່ລ້ຽງສັດ, ເຮືອນສັດແລະລະບົບນໍ້າລິນ)

2.  

ຂັ້ນຕອນປະເມີນຜົນດ້ານສິ່ງແວດລ້ອມ, ສັງຄົມແລະໄພພິບັດ

3.  

ການຂຽນບົດສະເໝີໂຄງການຍ່ອຍເພື່ອຈະກໍ່ສ້າງ

4.  

ກົນໄກສະແດງຄໍາຄິດຄໍາເຫັນ ແລະ ແກ້ໄຂບັນຫາໃນຊຸມຊົນ

5.  

ຮູບແບບການຈັດຕັ້ງປະຕິບັດໃນ 4 ແຂວງ

 

ພາຍຫຼັງທີ່ສໍາເລັດການຝຶກອົບຮົມທາງໄກເປັນເວລາ ສາມ ວັນເຕັມ ສາມາດຕີລາຄາ ໄດ້ວ່າ ບັນດານັກສໍາມະນາກອນ ມີຄວາມເຂົ້າໃຈ, ກໍາໄດ້ເນື້ອໃນຂອງບົດຮຽນທີ່ສໍາຄັນ ແລະ ຈະສາມາດໄປຜັນຂະຫຍາຍສູ່ວຽກງານຕົວຈິງທີ່ຕົນເອງຮັບຜິດຊອບ ຊຶ່ງແຜນວຽກດັ່ງກ່າວຈະໄດ້ເລີ່ມລົງມືສໍາຫຼວດ ແລະ ອອກແບບໃນເດືອນ ກັນຍາ 2021 ແລະ ຄາດວ່າຈະສໍາເລັດໃນເດືອນພະຈິກ 2021; ພາຍຫຼັງສໍາເລັດແລ້ວ ຈະຕ້ອງໄດ້ສັງລວມລາຍການໂຄງການຍ່ອຍເພື່ອສົ່ງໃຫ້ຜູ້ໃຫ້ທຶນເພື່ອກວດກາ ແລະ ອະນຸມັດກ່ອນການຈັດຕັ້ງປະຕິບັດ