ມອບທຶນໝູນວຽນ ແລະ ຢ້ຽມຢາມກິດຈະກຳຂອງກຸ່ມ ກຊກ ຢູ່ເມືອງຫົວເມືອງ

Posting Date: 
17 Sep 2021

ມອບທຶນໝູນວຽນ ແລະ ຢ້ຽມຢາມກິດຈະກຳຂອງກຸ່ມ ກຊກ ຢູ່ເມືອງຫົວເມືອງ

 

ໂດຍ: ພູນຕາວັນ ອິນທຽມວົງ, ຫົວໜ້າປະສານງານ ທລຍ ເມືອງຫົວເມືອງ

 

ໃນລະຫວ່າງວັນທີ 14-15 ເດືອນ ກັນຍາ 2021 ຜ່ານມາ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ເມືອງຫົວເມືອງ, ແຂວງຫົວພັນ ໄດ້ຈັດພິທີມອບຮັບເງິນຕົ້ນທຶນໝູນວຽນ ຈໍານວນທັງໝົດ 122,544,000 ກີບ ໃຫ້ແກ່ບ້ານເປົ້າໝາຍຂອງໂຄງການ ຄື ບ້ານແວກ ແລະ ບ້ານຫົວຊຽງ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານມອບທຶນໝູນວຽນຂອງ ທ່ານ ພູວົງ ສິສົມຮັກ, ກຳມະການພັກແຂວງ, ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນ, ທ່ານ ອ້ອມ ສຸລີນທອນ, ກຳມະການພັກເມືອງ, ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງຫົວເມືອງ, ຜູ້ຊ່ວຍປະສານງານທລຍ ແຂວງ ແລະ ທີມງານ ທລຍ ເມືອງ, ອົງການປົກຄອງບ້ານ ແລະ ສະມາຊິກ ກຸ່ມຊ່ວຍເຫຼືອກັນແກ້ໄຂຄວາມທຸກຍາກ (ກຊກ) ຂອງ 2 ບ້ານ ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 153 ຄົນ, ຍິງ 97 ຄົນ.

          ເງິນຕົ້ນທຶນໝູນວຽນ ທີ່ມອບໃຫ້ແກ່ບ້ານໃນຄັ້ງນີ້ ແມ່ນເພື່ອນໍາໃຊ້ເປັນທຶນໝູນວຽນໃຫ້ແກ່ສະມາຊິກ ກຊກ ນຳໃຊ້ເຂົ້າໃນກິດຈະກຳການປູກ, ການລ້ຽງສັດນ້ອຍ ແລະ ຫັດຖະກຳ ເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວ. ນອກຈາກເງິນຕົ້ນທຶນທີ່ມອບໃນຄັ້ງນີ້ແລ້ວ, ສະມາຊິກ ກຊກ ຂອງ 2 ບ້ານດັ່ງກ່າວ ຍັງໄດ້ມີການລະດົມກັນຝາກເງິນ ເພື່ອເປັນທຶນສົມທົບເຂົ້າກອງທຶນ ຊຶ່ງປະຈູບັນມີເງິນຝາກທັງໝົດ 29 ລ້ານກີບ.

ໃນຕອນທ້າຍຂອງພິທີມອບທຶນໝູນວຽນໃນຄັ້ງນີ້ ທ່ານ ພູວົງ ສິສົມຮັກ ໄດ້ມີຄໍາເຫັນ ໂດຍເນັ້ນໜັກໃຫ້ອຳນາດການປົກຄອງຂອງບ້ານ ແລະ ຄະນະບໍລິຫານກອງທຶນຂອງບ້ານ ໃຫ້ເອົາໃຈໃສ່ໃນການຄຸ້ມຄອງກອງທຶນ ໃຫ້ມີຄວາມໂປ່ງໃສ ເພື່ອໃຫ້ສະມາຊິກ ກຊກ ມີຄວາມເຊື່ອໝັ້ນຕໍ່ຄະນະບໍລິຫານກອງທຶນບ້ານ; ໃຫ້ນຳໃຊ້ເງິນທຶນດັ່ງກ່າວນີ້ ເຂົ້າໃນກິດຈະກຳການປູກ, ການລ້ຽງສັດນ້ອຍ ແລະ ຫັດຖະກຳ; ສະມາຊິກທີ່ກຸ້ຢືມເງິນໄປແລ້ວ ເມື່ອຮອດເວລາກຳນົດ ກໍຕ້ອງສົ່ງຄືນເງິນກູ້ ພ້ອມທັງດອກເບັ້ຍທີ່ກຳນົດໃນກົດລະບຽບຂອງກອງທຶນບ້ານ ເພື່ອຮັບປະກັນບໍ່ໃຫ້ທຶນຕົກເຮ່ຍເສຍຫາຍ; ແລະ ໃຫ້ພະນັກງານ ທລຍ ເມືອງ ຊ່ວຍໃນການຕິດຕາມ ແລະ ລາຍງານຢ່າງເປັນປະຈຳ.

 

ຫຼັງຈາກນັ້ນຄະນະຜູ້ແທນທີ່ເຂົ້າຮ່ວມພິທີ ກໍໄດ້ລົງຢ້ຽມຢາມກິດຈະກຳການລ້ຽງໝູລາດ ຂອງທ່ານ ນາງ ອ່ອນ ເຊິ່ງເປັນສະມາຊິກ ກຊກ ຢູ່ບ້ານຫົວຊຽງ ໂດຍທ່ານ ນາງ ອ່ອນ ໄດ້ກ່າວວ່າ ການລ້ຽງໝູລາດເພື່ອຂາຍລູກໝູ ຊ່ວຍສ້າງລາຍຮັບເຂົ້າສູ່ຂອບຄົວ ຊຶ່ງປະຈຸບັນເພີ່ນມີໝູແມ່ທີ່ກຳເນີດລູກທັງໝົດ 15 ໂຕ ແລະ ມີລູກໝູນ້ອຍທັງ  ໝົດ 60 ກ່ວາໂຕ, ຄາດວ່າກາງເດືອນພະຈິກ 2021 ນີ້ ຈະໃຫ້ໄດ້ຂາຍໝູນ້ອຍ 50 ກ່ວາໂຕ ຊຶ່ງຈະສາມາດສ້າງລາຍຮັບໄດ້ປະມານ 45,000,000 ກີບ.