ນໍ້ານົມແບ້ສາມາດປຸງແຕ່ງອາຫານໃຫ້ເດັກ 6-23 ເດືອນໄດ້ແລ້ວ

Posting Date: 
20 Sep 2021

ນໍ້ານົມແບ້ສາມາດປຸງແຕ່ງອາຫານໃຫ້ເດັກ 6-23 ເດືອນໄດ້ແລ້ວ

ໂດຍ: ອາລຸນໄຊ ຈິນດາໄຊ, ໂພຊະນາການ ທລຍ ເມືອງ ຫຼາ-ນາໝໍ້

ໃນລະຫວ່າງວັນທີ 15-17 ກັນຍາ 2021 ທ່ານ ແສງເພັດ ວັນນະວົງ, ຫົວໜ້າຂະແໜງໂພຊະນາການ ແລະ ພັດທະນາຊຸມຊົນ, ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ຮ່ວມກັບ ທ່ານ ນາງ ຊູຊີ ມາຕິນ, ປະທານບໍລິສັດຟາມຄວາຍນົມແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ສົມທົບກັບຫ້ອງການກະສິກຳ ແລະ ປ່າໄມ້ເມືອງນາໝໍ້, ທລຍ ເມືອງນາໝໍ້ ລົງຊຸກຍູ້ ແລະ ໃຫ້ຄວາມຮູ້ແກ່ກຸ່ມແມ່ຍິງຂອງໂຄງການ ກ່ຽວກັບຄຸນປະໂຫຍດ ແລະ ການນໍາໃຊ້ນໍ້ານົມແບ້ ເຂົ້າໃນການປຸງແຕ່ງອາຫານ ໃຫ້ເດັກນ້ອຍ 6-23 ເດືອນ ຢູ່ 3 ບ້ານເປົ້າໝາຍຄື: ບ້ານ ນ້ຳແຊ, ບ້ານ ປາງສາ ແລະ ບ້ານ ນໍ້າແພງ.

ທ່ານ ແສງເພັດ ວັນນະວົງ ໄດ້ກ່າວຈຸດປະສົງ ແລະ ຄວາມສຳຄັນຂອງນ້ຳນົມແບ້ ທີ່ມີຄຸນປະໂຫຍດຕໍ່ກັບໂພຊະນາການຂອງເດັກ ໃກ້ຄຽງກັນກັບນໍ້ານົມຂອງແມ່ ທີ່ມີທາດອາຫານ, ວິຕາມິນ ແລະ ແຮ່ທາດ ຈໍາເປັນສໍາລັບເດັກນ້ອຍ ຫຼັງຈາກນັ້ນທາງຟາມຄວາຍນົມກໍ່ໄດ້ເຮັດສາທິດໃນການຮີດນ້ຳນົມແບ້ໃຫ້ກັບຜູ້ເຂົ້າຮ່ວມ ແລະ ຄັດເລືອກເອົາຄອບຄົວທີ່ມີຄວາມສະໝັກໃຈ ແລະ ມີຄວາມເໝາະສົມໃນການເຮັດທົດລອງຮີດນ້ຳນົມແບ້ໃນຄັ້ງນີ້.

          ໃນການລົງໃຫ້ຄວາມຮູ້ພື້ນຖານກ່ຽວກັບການ ນໍາໃຊ້ນົມແບ້ ຄັ້ງນີ້, ມີຜູ້ເຂົ້າຮ່ວມທັງໝົດ 158 ຄົນ, ຍິງ 82 ຄົນ, ສໍາພາດຕົວຈິງ 18 ຄອບຄົວ ແລະ ໄດ້ຄັດເລືອກເອົາຄອບຄົວທີ່ຈະເຮັດທົດລອງທັງໝົດ 7 ຄອບຄົວຄື: ບ້ານ ນ້ຳແຊ 3 ຄອບຄົວ, ບ້ານ ປາງສາ 3 ຄອບຄົວ ແລະ ບ້ານ ນ້ຳແພງ 1 ຄອບຄົວ.